ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​​​​​​​​​ຍີ່ປຸ່ນ ຈະຊື້ລະບົບ ຕ້ານລູກສອນໄຟທີ່ ສະຫະລັດ ສ້າງຂຶ້ນ 2 ລະບົບ


ສະຫະລັດ ບັງຄັບໃຫ້ເກົາຫຼີ ລົດບັນທຸກອຸບປະກອນທີ່ເປັນ
ພາກສ່ວນ ຂອງເຄື່ອງຕິດຕັ້ງລະບົບລູກສອນໄຟ ທີ່ຈະເປັນ ໃນການຕິດຕັ້ງ (THAAD) ທີ່ໄປເຖິງສະໜາມບິນ ໂອສານ ໃນພຽງເຕັກ, ເກົາຫຼີເໜືອ.
ສະຫະລັດ ບັງຄັບໃຫ້ເກົາຫຼີ ລົດບັນທຸກອຸບປະກອນທີ່ເປັນ ພາກສ່ວນ ຂອງເຄື່ອງຕິດຕັ້ງລະບົບລູກສອນໄຟ ທີ່ຈະເປັນ ໃນການຕິດຕັ້ງ (THAAD) ທີ່ໄປເຖິງສະໜາມບິນ ໂອສານ ໃນພຽງເຕັກ, ເກົາຫຼີເໜືອ.

ຍີ່ປຸ່ນ ຈະຊື້ລະບົບຕ້ານລູກສອນໄຟຕິດຕັ້ງຢູ່ເທິງໜ້າດິນທີ່ ສະຫະລັດໄດ້ສ້າງຂຶ້ນເພື່ອ
ເປັນການຕອບໂຕ້ ໃນອັນທີ່ຖືວ່າ ເປັນການຂົ່ມຂູ່ທີ່ຍິ່ງເພີ່ມທະວີຂຶ້ນຈາກ ເກົາຫຼີເໜືອ
ນັ້ນ.

ລັດຖະບານຂອງນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ ຊິນໂຊ ອາເບະ (Shinzo Abe) ໄດ້ຮັບ
ຜ່ານຮ່າງກົດໝາຍ ໃນວັນອັງຄານມື້ນີ້ ທີ່ຈະຊື້ລະບົບຕ້ານລູກສອນໄຟ ເອຈິຊ໌ ອາຊໍ
(Aegis Ashore) 2 ລູກ ທີ່ເປັນລະບົບຕ້ານລູກສອນໄຟ ໃນມູນຄ່າ 2 ພັນລ້ານໂດລາ.
ລະບົບ Aegis Ashore ທີ່ສາມາດ ທີ່ຈະເຮັດແບບດຽວກັບ ແຕ່ເປັນຂອງລະບົບທີ່ຢູ່ເທີງ
ໜ້ານ້ຳ ທີ່ຕິດຕັ້ງໃນກຳປັ່ນລົບຂອງຍີ່ປຸ່ນ ຊຶ່ງຈະບໍ່ສາມາດປະຕິບັດໜ້າທີ່ໄດ້ ຢ່າງສົມບູນ
ຈົນເຖິງປີ 2023.

ເຈົ້າໜ້າທີ່ກະຊວງປ້ອງກັນປະເທດຍີ່ປຸ່ນ ຍັງພິຈາລະນາວ່າຈະຊື້ ລະບົບຕ້ານລູກສອນ
ໄຟທີ່ຍິງມາໃນລະດັບສູງ ທີ່ເອີ້ນວ່າ (THADD) ອີກອັນນຶ່ງທີ່ສະຫະລັດ ໄດ້ສ້າງຂຶ້ນ
ແຕ່ວ່າ ເລືອກທີ່ຈະຊື້ລະບົບຕ້ານລູກສອນໄຟ ເອຈິຊ໌ ອາຊໍ (Aegis Ashore) ຍ້ອນລາ
ຄາຄ່າງວດທີ່ເໝາະເຈາະຂອງມັນ.

ລາຍງານສະບັບນຶ່ງ ຂອງລັດຖະສະພາໄດ້ນຳອອກເຜີຍແຜ່ ໃນເວລາສັ້ນໆ ຫຼັງຈາກທີ່
ໄດ້ຮັບຜ່ານແຜນການ ທີ່ຖືວ່າຮີບດ່ວນ ສຳຫຼັບຍີ່ປຸ່ນ ທີ່ຈະຍົກລະດັບ ລູກສອນໄຟ ຂີປະ
ນາວຸດຂອງຕົນເພື່ອຄວາມສາມາດປ້ອງກັນໄດ້ ໃນຊ່ວງຂອງການຂົ່ມຂູ່ “ທີ່ໄວວາ” ຂອງ
ໂຄງການອາວຸດນິວເຄລຍແລະລູກສອນໄຟຂີປະນາວຸດຂອງພຽງຢາງນັ້ນ. ເກົາຫຼີເໜືອ
ໄດ້ທົດລອງຍິງລູກສອນໄຟລະດັບຂ້າມທະວີບ ໃນເດືອນຜ່ານມານີ້ ທີ່ສາມາດຈະຍິງ
ໃຫ້ເຖິງຝັ່ງຕາເວັນອອກຂອງ ສະຫະລັດ ໄດ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG