ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຍີ່ປຸ່ນ ຈະຜ່ອນຜັນຂໍ້ຈໍາກັດ ກ່ຽວກັບໂຄວິດ-19 ຂະນະທີ່ການຈັດງານແຂ່ງຂັນກິລາໂອລິມປິກໂຕກຽວ ຫຍັບໃກ້ເຂົ້າມາ


ພວກຄົນງານກໍາລັງເອົາປ້າຍໂອລິມ ປີ 2020 ຕິດໃສ່ເສົາໄຟອັນນຶ່ງໃນນະຄອນຫລວງໂຕກຽວ ຂອງຍີ່ປຸ່ນ, ວັນທີ 16 ມິຖຸນາ, 2021
ພວກຄົນງານກໍາລັງເອົາປ້າຍໂອລິມ ປີ 2020 ຕິດໃສ່ເສົາໄຟອັນນຶ່ງໃນນະຄອນຫລວງໂຕກຽວ ຂອງຍີ່ປຸ່ນ, ວັນທີ 16 ມິຖຸນາ, 2021

ຍີ່ປຸ່ນໄດ້ເປີດເຜີຍແຜນການໃນວັນພະຫັດວານນີ້ ເພື່ອຜ່ອນຄາຍພາວະສຸກເສີນດ້ານໄວຣັສໂຄໂຣນາ ໃນນະຄອນຫລວງໂຕກຽວ ແລະເຂດເທດສະບານອື່ນໆ ອີກຈຳນວນນຶ່ງ ໃນເວລານີ້ ສຳລັບພິທີເປີດງານກິລາໂອລິມປິກໂຕກຽວ ໃນເດືອນໜ້າ ນີ້.

ນາຍົກລັດຖະມົນຕີ ໂຢຊີຮິເດະ ຊູກະ (Yoshihide Suga) ໄດ້ປະກາດວ່າລັດຖະບານຈະຫັນໄປໃຊ້ມາດຕະການ “ເຄິ່ງສຸກເສີນ” ເມື່ອພາວະສຸກເສີນໝົດ ອາຍຸລົງໃນວັນອາທິດຈະມາເຖິງນີ້. ຂໍ້ຈຳກັດທີ່ມີການຜ່ອນຜັນຈະຍັງຄົງມີຢູ່ຈົນຮອດວັນທີ 11 ເດືອນກໍລະກົດ, ພຽງແຕ່ 12 ມື້ ກ່ອນການແຂ່ງຂັນກິລາໂອລິມປິກເລີ້ມຕົ້ນຂຶ້ນ.

ນອກຈາກຂໍ້ຈຳກັດທີ່ຜ່ອນຜັນແລ້ວ, ລັດຖະບານຄາດວ່າ ຈະປະກາດແຜນການທີ່ຈະອະນຸຍາດໃຫ້ຜູ້ຊົມເຖິງ 10,000 ຄົນ ເຂົ້າໄປໃນສະຖານທີ່ຕ່າງໆ ທີ່ຈັດ ການແຂ່ງຂັນໂອລິມປິກ.

ສະພາວະສຸກເສີນໃນໄລຍະນຶ່ງເດືອນເບື້ອງຕົ້ນ ໄດ້ຖືກປະກາດເປັນຄັ້ງທຳອິດ ໃນເດືອນເມສາຜ່ານມາ ຍ້ອນການເພີ່ມຂຶ້ນຂອງການຕິດເຊື້ອໂຄວິດ-19 ໃໝ່ ຢູ່ໃນນະຄອນຫຼວງຂອງຍີ່ປຸ່ນ ແລະນອກອອກໄປອີກ ແລະໄດ້ມີການຍືດເວລາອອກໃນທ້າຍເດືອນພຶດສະພາຜ່ານມາ. ການເພີ້ມຂຶ້ນດັ່ງກ່າວໄດ້ກະຕຸ້ນໃຫ້ມີການຄັດຄ້ານຂອງປະຊາຊົນຢ່າງແຮງ ຕໍ່ການຈັດງານແຂ່ງຂັນກິລາໂອລິມປິກ, ໂດຍສະເພາະແມ່ນໃນກຸ່ມຜູ້ຊ່ຽວຊານດ້ານການແພດທີ່ມີຊື່ສຽງທີ່ໄດ້ຮຽກຮ້ອງໃຫ້ທ່ານຊູກະ (Suga) ໃຫ້ຍົກເລີກການແຂ່ງຂັນກິລາດັ່ງກ່າວ.

ການແຂ່ງຂັນກິລາໂອລິມປິກໂຕກຽວ ມີກຳນົດຈະຈັດຂຶ້ນຫລັງຈາກໄດ້ເລື່ອນເວ ລາມາໄດ້ 1 ປີ ຍ້ອນການລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ ໄດ້ແຜ່ລາມໄປທົ່ວໂລກ. ຜູ້ຊົມຕ່າງປະເທດ ໄດ້ຖືກຫ້າມບໍ່ໃຫ້ເຂົ້າໄປຊົມ ໃນງານດັ່ງ ກ່າວ.

ຕອນນັ້ນ ການທົດລອງວັກຊິນກັນໂຄວິດ-19 ໃນໄລຍະທ້າຍ ໄດ້ເປີດເຜີຍບາງຜົນໄດ້ຮັບທີ່ໜ້າຜິດຫວັງຈໍານວນນຶ່ງ. ການຄົ້ນພົບເບື້ອງຕົ້ນສະແດງໃຫ້ເຫັນວ່າ ວັກຊີນທີ່ພັດທະນາໂດຍບໍລິສັດການຢາຊີວະພາບ ເຄີແວັດ (CureVac) ຂອງເຢຍຣະມັນ ແມ່ນມີປະສິດທິຜົນພຽງແຕ່ 47 ເປີເຊັນເທົ່ານັ້ນ ໃນການຕ້ານເຊື້ອໄວຣັສດັ່ງກ່າວ - ຊຶ່ງຕໍ່າກ່ວາລະດັບ 50 ເປີເຊັນ ທີ່ອົງການອະນາໄມໂລກໄດ້ກຳນົດໄວ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG