ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີປຸ່ນ ປະກາດພາວະສຸກເສີນ ໂຄວິດ-19 ຄັ້ງໃໝ່ ສໍາລັບນະຄອນຫຼວງໂຕກຽວ ຈົນກິລາໂອລິມປິກແລ້ວ


ບັນດາຜູ້ຄົນພາກັນຖ່າຍຮູບກັບບ້ວງສັນນຍາລັກຂອງກິລາໂອລິມປິກ ທີ່ວາງສະແດງຢູ່ສະໜາມບິນນານາຊາດ ຮາເນດະ ໃນນະຄອນຫລວງໂຕກຽວ, ວັນພະຫັດ ທີ 8 ກໍລະກົດ, ປີ 2021. (AP Photo/Koji Sasahara)
ບັນດາຜູ້ຄົນພາກັນຖ່າຍຮູບກັບບ້ວງສັນນຍາລັກຂອງກິລາໂອລິມປິກ ທີ່ວາງສະແດງຢູ່ສະໜາມບິນນານາຊາດ ຮາເນດະ ໃນນະຄອນຫລວງໂຕກຽວ, ວັນພະຫັດ ທີ 8 ກໍລະກົດ, ປີ 2021. (AP Photo/Koji Sasahara)

ລັດຖະບານຍີປຸ່ນຄາດວ່າ ຈະມີການປະກາດພາວະສຸກເສີນໃໝ່ ສໍາລັບນະຄອນ ຫລວງໂຕກຽວໃນວັນພະຫັດມື້ນີ້ ເນື່ອງຈາກຈໍານວນຜູ້ປ່ວຍໂຄວິດ-19 ລາຍໃໝ່ຍັງເພີ້ມຂຶ້ນເລື້ອຍໆ ໃນທົ່ວປະເທດ.

ທ່ານ ຢາສຸໂຕຊິ ນິຊິມຸຣະ (Yasutoshi Nishimura) ລັດຖະມົນຕີເສດຖະກິດຂອງລັດຖະບານ ແລະຫົວໜ້າຝ່າຍປະຕິບັດການຮັບມືກັບສະຖານະການໄວຣັສໂຄໂຣນາ, ໄດ້ກ່າວຕໍ່ພວກນັກຂ່າວວ່າ ພາວະສຸກເສີນນີ້ ຈະເລີ້ມໃນວັນທີ 12 ກໍລະກົດ ແລະຈະມີຜົນບັງຄັບໃຊ້ ໄປຈົນເຖິງວັນທີ 22 ສິງຫາ ເຊິ່ງເປັນຊ່ວງທີ່ຈະກວມເອົາການແຂ່ງຂັນກິລາໂອລິມປິກ ໂຕກຽວ (Tokyo Olympics) ເຊິ່ງຈະໄດ້ຖືກຈັດຂຶ້ນ ໃນລະຫວ່າງວັນທີ 23 ກໍລະກົດ ຫາ 8 ສິງຫານີ້.

ພາວະສຸກເສີນໃໝ່ນີ້ ມີແນວໂນ້ມທີ່ລັດຖະບານ ຕ້ອງຕັດສິນໃຈໂດຍທັນທີວ່າຈະຫລຸດຈໍານວນຜູ້ຊົມ ທີ່ຈະເຂົ້າຮ່ວມໃນງານແຂ່ງຂັນກິລາໂອລິມປິກລົງເປັນ 5,000 ຄົນ, ຫລືສັ່ງຫ້າມໂດຍທັງໝົດ. ຜູ້ຈັດງານທີ່ນະຄອນຫລວງໂຕກຽວໄດ້ປະກາດ ເມື່ອເດືອນແລ້ວນີ້ວ່າ ຈະອະນຸຍາດໃຫ້ ພຽງແຕ່ 10,000 ຄົນ ຫລື 50 ເປີເຊັນຂອງສະຖານທີ່ ທີ່ບັນຈຸຄົນໄດ້ໃນງານທັງໝົດ, ທັງໆທີ່ພວກນັກຊ່ຽວ ຊານທາງດ້ານສາທາລະນະສຸກ ຈະເຄີຍແນະນໍາໃຫ້ລັດຖະບານ ຫ້າມຜູ້ຊົມທັງໝົດ ເປັນທາງເລືອກທີ່ “ມີຄວາມສ່ຽງນ້ອຍ” ໃນການຈັດງານກໍ່ຕາມ.

ພວກຜູ້ຊົມຊາວຕ່າງປະເທດ ກໍ່ໄດ້ຖືກຫ້າມ ບໍ່ໃຫ້ເຂົ້າຮ່ວມໃນງານແລ້ວດ້ວຍ.

ນາຍຍົກລັດຖະມົນຕີຂອງຍີປຸ່ນ ທ່ານ ໂຢຊິຮິເດະ ຊຸກະ (Yoshihide Suga) ຄາດວ່າ ຈະປະກາດພະວະສຸກເສີນຢ່າງເປັນທາງການ ໃນວັນພະຫັດມື້ນີ້.

ເຈົ້າໜ້າທີ່ລະດັບທ້ອງຖິ່ນ ແລະເຈົ້າໜ້າລະດັບປະເທດ ພ້ອມດ້ວຍເຈົ້າໜ້າທີ່ ກິ ລາໂອລິມປິກ ແລະເຈົ້າໜ້າທີ່ພາຣາລິມປິກ ຫຼືໂອລິມປິກສຳລັບຄົນພິການ ຈະມີການຕັດສິນໃຈຂັ້ນສຸດທ້າຍ ໃນວັນພະຫັດຫລືວັນສຸກນີ້ໃນການອະນຸຍາດໃຫ້ບັນ ດາຜູ້ຊົມໄດ້ເຂົ້າຊົມການແຂ່ງຂັນ ຫລັງຈາກທີ່ພົບກັບປະທານຄະນະກໍາມະການໂອລິມປິກສາກົນ ທ່ານ ໂທມັສ ແບັຊ໌ (Thomas Bach) ແລ້ວ. ທ່ານ ແບັຊ໌ ມີກໍາໜົດທີ່ຈະໄປເຖິງນະຄອນຫລວງໂຕກຽວ ໃນວັນພະຫັດນີ້ ແລະຈະຕ້ອງໄດ້ຖືກກັກໂຕ ເປັນເວລາສາມມື້.

ນະຄອນຫລວງໂຕກຽວ ແລະບັນດາເຂດແຂວງຕ່າງໆໄດ້ມີການປ່ຽນແປງ ຈາກພາວະສຸກເສີນ ທີ່ມີຜົນບັງຄັບໃຊ້ໃນເດືອນເມສາທີ່ຜ່ານມາ ມາເປັນ ”ເຄິ່ງພາວະສຸກເສີນ” ທີ່ຈະໝົດອາຍຸ ໃນວັນທີ 11 ກໍລະກົດນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG