ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ຍີ່​ປຸ່ນ ຮັບ​ຜ່ານ ​ແຜນ​ການ​ ​5 ປີ ເພີ້ມ​ການ​ໃຊ້​ຈ່າຍ​ ​​ດ້ານ​ປ້ອງ​ກັນ​ປະ​ເທດ


ກຳ​ປັ່ນ​ບັນ​ທຸກເຮືອ​ບິນ​ລຳ​ລຽງ​ສະ​ຫະ​ລັດ USS Ronald Reagan ​ທຳ​ການ​ຝຶກ​ຊ້ອມ​ຮ່ວມ ລະ​ຫວ່າງ​ຍີ່​ປຸ່ນ​ກັຍ​ສະ​ຫະ​ລັດ, 3 ພະ​ຈິກ 2018.
ກຳ​ປັ່ນ​ບັນ​ທຸກເຮືອ​ບິນ​ລຳ​ລຽງ​ສະ​ຫະ​ລັດ USS Ronald Reagan ​ທຳ​ການ​ຝຶກ​ຊ້ອມ​ຮ່ວມ ລະ​ຫວ່າງ​ຍີ່​ປຸ່ນ​ກັຍ​ສະ​ຫະ​ລັດ, 3 ພະ​ຈິກ 2018.

ຍີ່​ປຸ່ນ ໄດ້​ເປີດ​ເຜີຍລະ​ອຽດ​ກ່ຽວ​ກັບແຜນ​ການ 5 ປີ ທີ່​ຈະ​ເພີ້ມ​ການ​ໃຊ້​ຈ່າຍ​ທາງ​
ດ້ານ​ປ້ອງ​ກັນ​ປະ​ເທດ ເພື່ອ​ຮັບ​ມື ກັບ​ການ​ຂົ່ມ​ຂູ່ ​ທີ່​ອາດ​ມີ​ຂຶ້ນຈາກ​ຈີນ ແລະ​ເກົາ​ຫຼີ​ເໜືອ.

ພາຍ​ໃ​ຕ້​ຄຳ​ແນະ​ນຳ ທີ່​ໄດ້​ຮັບ​ຜ່ານ ໃນ​ວັນ​ອັງ​ຄານ​ມື້​ນີ້ ໂດຍລັດ​ຖະ​ບານ ນາ​ຍົກ​ລັດ​ຖະ
​ມົນ​ຕີຊິນ​ໂຊ ອາ​ເບະ ກອງ​ກຳ​ລັງ​ປ້ອງ​ກັນ​ຕົວ​ເອງ ຈະ​ຊື້​ເຮືອ​ບິນ​ລົບ​ອາຍ​ພົ່ນທີ່​ເຣ​ດ້າ​
ຈັບ​ບໍ່​ໄດ້ F-35B ​ຈຳ​ນວນ 42 ລຳ ທີ່​ສ້າງ​ໂດຍ​ອາ​ເມ​ຣິ​ກາ ​ຊຶ່ງສາ​ມາດບິນ​ຂຶ້ນ​ໄດ້
ໃນ​ໄລ​ຍະ​ທາງ​ສັ້ນໆ ແລະ​ລົງ​ຈອດ​ແບບ​ທາງ​ຕົງ. ແລະ​ຍົກ​ລະດັບ​ກຳ​ປັ່ນ​ບັນ​ທຸກ
ເຮືອ​ບິນ​ເຮ​ລິ​ຄອບ​ເຕີ​ ໃຫ້​ເຮືອ​ບິ​ນ​ລົບ​ລົງ​ຈອດ​ໄດ້. ​ນອກ​ຈາກ ​ ເຮືອ​ບິນລົບ​ອາຍ​ພົ່ນ
F-35B ​ແລ້ວ ທາງ​ກອງ​ທັບ ຍັງວາງ​ແຜນ ທີ່ຈະະ​ຊື້ເຮືອ​ບິນ​ອາຍ​ພົ່ນ F-35A ອີກ
105 ລຳ ທີ່​ຈະ​ສາ​ມາດ​ບິນແລະ​ລົງ​ຈອດ​ ແບບ​ດຽວ ກັນ​ນັ້ນ.

ນະ​ໂຍ​ບາຍ​ປ້ອງ​ກັນ​ປະ​ເທດ​ໃໝ່ ຍັງ​ຮຽກ​ຮ້ອງ​ໃຫ້​ຍີ​ປຸ່ນ ຊື້​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ
Aegis ທີ່​ສ້າງ​ໂດຍ​ສະ​ຫະ​ລັດ ແລະ​ສ້າງ​ຕັ້ງ​ກົມ​ກອງ​ໃໝ່ ທີ່​ຈະ​ມີຄວາມ​ຊ່ຽວ​ຊານ​ພິ​ເສດ
ເພື່ອ​ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່​ຈາກ​ອະ​ວະ​ກາດ ຈາກ​ໄຊ​ເບີ​ແລະສົງ​ຄາມ​ເອ​ເລັກ​ໂທ​ຣ​ນິກ.

ການ​ໃຊ້​ຈ່າຍ​ທັງ​ໝົດ​ສຳ​ລັບ​ແຜນ​ການ 5 ປີ ແມ່ນ​ກະ​ປະ​ມານ​ຕົກ​ເປັນ​ເງິນ 242 ພັນ​
ລ້ານ​ໂດ​ລາ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານດໍ​ໂນ​ລ ທຣຳ ກ່າວ​ຕໍ່​ ນານາຍົກລັດຖະມົນຕີຍີ່​ປຸ່ນ ທ່ານຊິນໂຊ ອາເບະ ​ໃນ​ກອງ​ປະ​ຊຸມ, 30 ພະ​ຈິກ 2018 ໃນ​ບູ​ແອ​ນົ​ສ ແອເຣັ​ສ, ອາ​ເຈັນ​ຕິນາ.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານດໍ​ໂນ​ລ ທຣຳ ກ່າວ​ຕໍ່​ ນານາຍົກລັດຖະມົນຕີຍີ່​ປຸ່ນ ທ່ານຊິນໂຊ ອາເບະ ​ໃນ​ກອງ​ປະ​ຊຸມ, 30 ພະ​ຈິກ 2018 ໃນ​ບູ​ແອ​ນົ​ສ ແອເຣັ​ສ, ອາ​ເຈັນ​ຕິນາ.

XS
SM
MD
LG