ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ຍີ່ປຸ່ນ ​​ດໍາ​ເນີນ​ຄະດີ ອະດີດ ຜູ້​ບໍລິຫານ ຂອງ​ບໍລິສັດ​ໄຟຟ້າ TEPCO


ພະນັກງານຄົນນຶ່ງກໍາລັງຍ່າງກາຍ ຖັງທີ່ມີນໍ້າ ທີ່ເຈືອປົນວັດຖຸ
​ກໍາ​ມັນຕະພາບ​ລັງສີ​ ຢູ່ໂຮງໄຟຟ້ານີວເຄລຍ Fukushima Dai-ichi ຂອງບໍລິສັດ ຢູ່ເມືອງ Okuma ຂອງເທດສະບານ Fukushima ໃນຍີ່ປຸ່ນ ໃນວັນທີ 23 ກຸມພາ 2017.
ພະນັກງານຄົນນຶ່ງກໍາລັງຍ່າງກາຍ ຖັງທີ່ມີນໍ້າ ທີ່ເຈືອປົນວັດຖຸ ​ກໍາ​ມັນຕະພາບ​ລັງສີ​ ຢູ່ໂຮງໄຟຟ້ານີວເຄລຍ Fukushima Dai-ichi ຂອງບໍລິສັດ ຢູ່ເມືອງ Okuma ຂອງເທດສະບານ Fukushima ໃນຍີ່ປຸ່ນ ໃນວັນທີ 23 ກຸມພາ 2017.

ສານ​ຍີ່ປຸ່ນແຫ່ງ​ນຶ່ງ ໄດ້​ເລີ້ມທໍາ​ການ​ດໍາ​ເນີນ​ຄະດີ ອະດີດຜູ້​ບໍລິຫານ ຂອງ​ບໍລິສັດ​ໄຟຟ້າ
​ໂຕກຽວ ຫລື TEPCO ທີ່​ເປັນ​ຜູ້​ຄວບ​ຄຸມ ​ການປະຕິບັດ​ງານ ຂອງ​ໂຮງໄຟຟ້ານີວ​ເຄລຍ Fukushima ​ໃນຂໍ້​ກ່າວ​ຫາວ່າ ມີ​ຄວາມ​ປະໝາດ​ໃນ​ການທໍາ​ງານຊຶ່ງພາໃຫ້​ມີການ​ເສຍ
​ຊີວິດ ​ແລະ​ບາດ​ເຈັບ. ທັງສາມ​ຄົນ​ ຕ່າງ​ກໍໄດ້​ຮ້ອງ​ຮຽນ​ຕໍ່​ສານ​ວ່າ ຕົນ​ບໍ່​ໄດ້​ເຮັດຜິດ​ ໃນ​
ເລື້ອງທີ່​ກ່ຽວຂ້ອງ​ ກັບ​ໄພ​ຫາ​ຍະ​ນະ ທີ່​ໂຮງ​ໄຟຟ້າ​ນີວ​ເຄລຍ Fukushima ​ໃນ​ປີ 2011
​ໂດຍ​ເວົ້າວ່າ ​ເຂົາ​ເຈົ້າບໍ່ສາມາດ​ທີ່​ຈະ​ຮູ້​ລ່ວງໜ້າ​ໄດ້​ວ່າ ​ຈະເກີດ​ຟອງ​ຍັກຊູ​ນາ​ມິມາ​ຖ້ວ​ມ​
ໂຮງ​ໄຟຟ້າ​ດັ່ງກ່າວ.

ທ່ານ Tsunehisa Katsumata ອະດີດ​ປະທານ​ຂອງ TEPCO ກ່າວ​ວ່າ "ຂ້າພະ​ເຈົ້າ
ຂໍ​ໂທດນໍາ​ສໍາລັບ​ບັນຫາ​ອັນ​ໃຫຍ່​ຫລວງທີ່​ເກີດ​ຂຶ້ນ ​ແກ່​ບັນດາ​ຜູ້​ຢູ່​ອາ​ໄສ​ຢູ່​ໃນ​ຂົງ​ເຂດ​ນັ້ນ ​
ແລະ​ຢູ່​ພາຍ​ໃນ​ປະ​ເທດ ​ເນື່ອງ​ຈາກ​ວ່າອຸປະຕິ​ເຫດທີ່​ຮ້າຍ​ແຮງ ​ທີ່​ພາ​ໃຫ້​ມີ​ການ​ປ່ອຍ​ວັດຖຸ
​ກໍາ​ມັນຕະພາບ​ລັງສີ​ອອກມາ." ​ແຕ່ທ່ານ​ກໍກ່າວ​ເພີ້ມອີກ​ວ່າ "ຂ້າພະ​ເຈົ້າບໍ່​ເຊື່ອ​ວ່າ​ ຂ້າພະ
​ເຈົ້າມີ​ຄວາມ​ຮັບຜິດຊອບ​ທາງ​ອາຍາ​ຕໍ່ກໍລະນີ​ດັ່ງກ່າວ."

ຖ້າ​ຫາກ​ຖືກ​ຕັດ​ສິນ​ວ່າ ​ມີ​ຄວາມ​ຜິດ ທ່ານ Katsumata ​ແລະ​ອະດີດ​ຮອງ​ອໍານວຍ​ການ
Sakae Muto ​ແລະ Ichiro Takekuro ຈະ​ຖືກ​ຈໍາ​ຄຸກ​ນານ​ເຖິງ​ຫ້າ​ປີ​ແລະຖືກ​ປັບໃໝ​
ຫລາຍ​ເຖິງ 9,000 ໂດລາ.

ການ​ກ່າວ​ຫາຕໍ່ບັນດາ​ຜູ້​ບໍລິຫານ​ເຫລົ່ານີ້ ​ແມ່ນ​ກ່ຽວພັນ​ເຖິງ​ການເສຍຊີວິດຂອງ​ຄົນ​ເຈັບ
40 ຄົນ ທີ່​ຖືກ​ຍົກຍ້າຍ​ອອກ​ມາຈາກເຂດໂຮງ​ໄຟຟ້າ Fukushima ແລະ​ນໍາ​ສົ່ງ​ໄປໂຮງໝໍ
ແລະ​ເສຍ​ຊີ​ວິດ​ໃນ​ເວ​ລາຕໍ່ມາ.

​ແຜ່ນດິນ​ໄຫວ ​ແລະ​ຟອງ​ຍັກ​ຊູ​ນາ​ມິ ທີ່​ເກີດ​ຂຶ້ນ​ໃນ​ປີ 2011 ​ໄດ້​ສັງຫານ​ຊີວິດ​ຂອງ​ປະຊາ
ຊົນ 20,000 ຄົນ​ ຢູ່​ໃນ​ເຂດ​ຕາ​ເວັນ​ອອກສຽງ​ເໜືອຂອງ​ຍີ່ປຸ່ນ. ​ໄພ​ຫາ​ຍະ​ນະ​ດັ່ງກ່າວ ບໍ່
ພຽງ​ແຕ່​ເຮັດໃຫ້ເຕົາ​ແຍກ​ປະລະ​ມານູສາມ​ໜ່ວຍ ຢູ່​ໂຮງ​ໄຟຟ້າ Fukushima ລະລາຍ.
ນອກ​ນັ້ນ ມັນ​ຍັງ​ເຮັດ​ໃຫ້ມີ​ການ​ຖົກ​ຖຽງຄືນ​ມາ​ອີກ ​ກ່ຽວກັບ​ຄວາມ​ສ່ຽງ​ໄພຂອງ​ພະລັງງານ
​ນີວ​ເຄລຍ.

ບັນດາ​ຊຸມ​ຊົນ​ຢູ່​ເຂດ​ໃກ້​ກັບ​ໂຮງ​ໄຟຟ້າ ​ແລະ​ແມ່ນ​ແຕ່​ຜູ້​ທີ່ຢູ່​ຫ່າງ​ໄກ​ຈາກ​ເຂດ​ດັ່ງກ່າວ​ຫລາຍ
​ຮ້ອຍ​ກິ​ໂລ​ແມັດ ​ໄດ້​ຖືກ​ຍົກ​ຍ້າຍ​ອອກໄປ​ຢູ່​ທີ່​ອື່ນ. ບາງ​ເຂດ​ກໍ​ຍັງ​ບໍ່ມີ​ຄົນ​ຢູ່​ຈົນ​ຮອດ​ທຸກ​ມື້ນີ້.

ທ່ານ Ruiko Muto ຜູ້​ນໍາ​ຂອງ​ກຸ່ມ​ ທີ່​ຮຽກຮ້ອງ​ໃຫ້​ເຈົ້າໜ້າທີ່​ເອົາ​ຜູ້​ບໍລິຫານ​ດັ່ງກ່າວ​ໄປ​ດໍາ
​ເນີນ​ຄະດີ​ ໄດ້​ກ່າວ​ຕໍ່ອົງການ​ຂ່າວ​ຂອງຝຣ່ັງວ່າ ນັບ​ແຕ່​ອຸປະຕິ​ເຫດ​ໄດ້ເກີດ​ຂຶ້ນ “ຍັງບໍ່ມີ​ໃຜ
​ຮັບ​ເອົາ​ຄວາ​ມຮັບ​ຜິດຊອບແລະ​ກໍ​ບໍ່ມີໃຜ​ບອກ​ໄດ້​ຢ່າງ​ຈະ​ແຈ້ງວ່າ​ ເປັນ​ຫຍັງມັນ​ຈຶ່ງ​ເກີດຂຶ້ນ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້

Former TEPCO Bosses on Trial for Fukushima Nuclear Disaster
please wait

No media source currently available

0:00 0:01:24 0:00

XS
SM
MD
LG