ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ຈະຂຶ້ນພາສີ ຊີ້ນງົວແຊ່ແຂງ ຈາກ ສຫລ ເປັນ 50 ເປີເຊັນ


ງົວພັນ Angus ໂຕນຶ່ງ ທີ່ຫລຽວເບິ່ງຫຍ້າທີ່ປູກ ແບບທໍາມະຊາດ ໃນວັນທີ 22 ພຶດສະພາ, 2003 ທີ່ຟາມລ້ຽງງົວ Hedge Apple ຢູ່ໃນເມືອງ Buckeystown ຂອງລັດ Mary Land.
ງົວພັນ Angus ໂຕນຶ່ງ ທີ່ຫລຽວເບິ່ງຫຍ້າທີ່ປູກ ແບບທໍາມະຊາດ ໃນວັນທີ 22 ພຶດສະພາ, 2003 ທີ່ຟາມລ້ຽງງົວ Hedge Apple ຢູ່ໃນເມືອງ Buckeystown ຂອງລັດ Mary Land.

ຍີ່ປຸ່ນເວົ້າວ່າ ພາສີຂາເຂົ້າຕໍ່ຊີ້ນງົວແຊ່ແຂງຈາກສະຫະລັດ ຈະເພີ້ມຂຶ້ນຈາກ 38.5
ເປີເຊັນ ເປັນ 50 ເປີເຊັນໃນເດືອນໜ້າ.

ທ່ານ Taro Aso ລັດຖະມົນຕີກະຊວງການເງິນກ່າວໃນວັນສຸກມື້ນີ້ວ່າ "ອັດຕາພາສີ
ດັ່ງກ່າວ ຈະມີຜົນນໍາໃຊ້ໃນທັນທີທັນໃດໂລດ ເມື່ອຊີ້ນງົວແຊ່ແຂງທີ່ນໍາເຂົ້າຈາກສະ
ຫະລັດ ມີຈໍານວນເກີນໂຄຕາທີ່ວາງອອກໂດຍກົດໝາຍ."

ຢູ່ພາຍໃຕ້ລະບຽບການຂອງອົງການການຄ້າໂລກ ຫລື WTO, ຍີ່ປຸ່ນສາມາດ​ກຳນົດ
ພາສີເພື່ອ ປົກປ້ອງສິນຄ້າພາຍໃນ ເມື່ອການນໍາເຂົ້າສິນຄ້າເພີ້ມຂຶ້ນຫລາຍກວ່າ 17
ເປີເຊັນ, ຢູ່ໃນໄລຍະສາມເດືອນໃດ ຂອງແຕ່ລະປີ.

ຍີ່ປຸ່ນ ຊຶ່ງເປັນປະເທດທີ່ມີຊື່ສຽງໃນການຜະລິດຊີ້ນງົວ Kobe ທີ່ພໍ່ຄົວຢູ່ທົ່ວທຸກມຸມ
ໂລກຍົກຍ້ອງຄວາມອ່ອນນຸ້ມ, ລົດຊາດດີ ແລະນໍ້າມັນສີຂາວໃສຄືຫີນອ່ອນນັ້ນ, ໃຊ້
ພາສີ ແລະມາດຕະການອື່ນໆ ເພື່ອປົກປ້ອງຄົນລ້ຽງງົວຂອງຕົນບໍ່ໃຫ້ໃຜມາແຂ່ງ
ຂັນໄດ້.

ທ່ານ Peter Seng, ຫົວໜ້າດ້ານບໍລິຫານສະຫະພັນດ້ານການສົ່ງອອກຊີ້ນຂອງສະ
ຫະລັດເວົ້າຢູ່ໃນຖະແຫລງການສະບັບນຶ່ງວ່າ ອັດຕາພາສີ 50 ເປີເຊັນແມ່ນມີຜົນຕໍ່
ການສົ່ງອອກຊີ້ນງົວຂອງສະຫະລັດທີ່ "ສໍາຄັນນັ້ນຫລາຍ."

ເຖິງຢ່າງໃດກໍຕາມ ອອສເຕຣເລຍ ທີ່ສົ່ງອອກຊີ້ນງົວໄປຍັງຍີ່ປຸ່ນໃນຈໍານວນຫລາຍ
ເກືອບເທົ່າກັນກັບສະຫະລັດນັ້ນ ບໍ່ໄດ້ຮັບ​ຜົນກະທົບໂດຍອັດຕາພາສີທີ່ຫາກໍ່ມີຂຶ້ນນີ້
ແຕ່ຢ່າງໃດ ເພາະປະເທດດັ່ງກ່າວ ມີສັນຍາເຂດການຄ້າເສລີກັບຍີ່ປຸ່ນ ໂດຍເປັນສ່ວນ
ນຶ່ງຂອງການເປັນພາຄີຂ້າມມະຫາສະໝຸດປາຊີຟິກ.

ປະທານາທິບໍດີ ດໍໂນລທຣໍາໄດ້ຖອນສະຫະລັດອອກຈາກສັນຍາຂອງການເປັນພາຄີ
ຂ້າມມະຫາສະໝຸດປາຊີຟິກ ຫລື TPP ພາຍຫລັງທີ່ທ່ານໄດ້ເຂົ້າໄປດໍາລົງຕໍາແໜ່ງ ບໍ່ໄດ້ດົນພໍເທົ່າໃດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG