ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈໍານວນຜູ້ໄດ້ຮັບເຄາະ ຍ້ອນໄຕ້ຝຸ່ນທີ່ຍີ່ປຸ່ນ ມີເພີ່ມຂຶ້ນ.


ພາບຈາກເທິງເຮືອບິນ ສະແດງໃຫ້ເຫັນພວກກູ້ໄພ ກໍາລັງຊອກຫາພວກທີ່ອາດຊີວິດ ໃນທ່າມກາງຊາກຫັກພັງ ຂອງບ້ານເຮືອນ ທີ່ຖືກທໍາລາຍ ຍ້ອນໄຕ້ຝຸ່ນທາລັສ ທີ່ເມືອງ Tanabe, ແຂວງ Wakayama, ວັນທີ 5 ກັນຍາ 2011.
ພາບຈາກເທິງເຮືອບິນ ສະແດງໃຫ້ເຫັນພວກກູ້ໄພ ກໍາລັງຊອກຫາພວກທີ່ອາດຊີວິດ ໃນທ່າມກາງຊາກຫັກພັງ ຂອງບ້ານເຮືອນ ທີ່ຖືກທໍາລາຍ ຍ້ອນໄຕ້ຝຸ່ນທາລັສ ທີ່ເມືອງ Tanabe, ແຂວງ Wakayama, ວັນທີ 5 ກັນຍາ 2011.

ພວກ​ພະນັກງານ​ຊ້ອຍ​ກູ້​ໄພ​ຍີ່ປຸ່ນ​ໄດ້ທໍາ​ການ​ຊອກ​ຄົ້ນ​ນໍາ​ຂີ້ຕົມ​ແລະຊາກ​ຫັກ​ພັງ​ໃນ​ວັນ​ຈັນ​ມື້​ນີ້​ ເພື່ອ​ຊອກຫາ​ປະຊາຊົນ​ຈໍານວນຫລາຍ​ສິບ​ຄົນ​ທີ່​ ຍັງ​ຫາຍ​ສາບ​ສູນ​ໄປ​ຢູ່ ຫລັງ​ຈາກ​ລົມໄຕ້​ຝຸ່ນ Talas ໄດ້​ພັດ​ເຂົ້າຖະຫລົ່ມ ​ຝັ່ງ​ທະ​ເລ​ພາກ​ຕາ​ເວັນ​ຕົກ​ຂອງ​ຍີ່ປຸ່ນຢ່າງ​ໜັກ​.

ສື່​ມວນ​ຊົນ​ຍີ່ປຸ່ນ​ລາຍ​ງານ​ວ່າ ມີ​ຜູ້​ເສຍ​ຊີວິດ​ໄປ​ແລ້ວ 27 ຄົນ​ແລະ​ 50 ​ກວ່າຄົນ​ຍັງ​ຫາຍ​ສາບ​ສູນ ຍ້ອນໄພ​ນໍ້າ​ຖ້ວມແລະ​ດິນ​ເຈື່ອນ​ທັບ ທີ່​ເກີດ​ຈາກ​ພາຍຸທາ​ລັສ ຊຶ່ງ​ນັບ​ວ່າ​ເປັນ​ລົມພາຍຸທີ່​ເຮັດ​ໃຫ້​ມີ​ຜູ້ເສຍ​ຊີວິດຫລາຍ​ ທີ່​ສຸດ​ໃນ​ຍີ່ປຸ່ນ​ໃນ​ຮອບ 7 ປີຜ່ານມາ. ປະຊາຊົນ​ຈໍານວນ​ຫລາຍ​ພັນ​ຄົນ​ຕື່ມ​ອີກ​ໄດ້ຖືກ​ໂດດດ່ຽວ​ຍ້ອນນໍ້າ​ຖ້ວມ ທີ່ໄດ້​ພັດ​ຖະໜົນຫົນທາງ​ຫລາຍ​ສາຍ ​ແລະ​ຂົວ​ຫລາຍ​ແຫ່ງ​ ໄຫລ​ໜີ​ໄປ.

ລົມ​ໄຕ້​ຝຸ່ນ​ຫົວ​ນີ້​ທີ່​ປະ​ທະ​ຍີ່ປຸ່ນ​ໃນ​ວັນ​ເສົາ​ຜ່ານ​ມາ​ ​ເປັນ​ວິກິດ​ການ​ທໍາ​ອິດ​ທີ່​ປະ​ເຊີນ​ໜ້າ​ທ່ານ Yoshihiko Noda ນາຍົກລັດຖະມົນຕີຄົນ​ໃໝ່ ຂອງ​ຍີ່ປຸ່ນ ທີ່​ໄດ້ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ລັດຖະບານ​ຂອງ​ທ່ານ​ຈະ​ເຮັດ​ທຸກ​ສິ່ງ​ທຸກຢ່າງ​ສຸດ​ຄວາມ​ສາມາດ ​ເພື່ອ​ຊ່ອຍ​ກູ້​ຊີວິດຜູ້​ຄົນ​ແລະ​ຊອກ​ຫາ​ພວກ​ທີ່​ຫາຍ​ສາບ​ສູນ​ໄປ​ນັ້ນ.

XS
SM
MD
LG