ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອຍີ່ປຸ່ນ​​ແລະ​ໄຕ້​ຫວັນ​ ​​ຍິງ​ປືນ​ນໍ້າ​ໃສ່​ກັນ ​ໃນ​ທະ​ເລ​ຈີນ ​ຕະ​ເວັນ​ອອກ


ເຮືອ​ຂອງ​ໜ່ວຍຍາມ​ຝັ່ງຂອງ​ຍີ່ປຸ່ນ​​ແລະ​ໄຕ້​ຫວັນ​ ​​ຍິງ​ປືນ​ນໍ້າ​ໃສ່​ກັນ ໃນ​ທະ​ເລ​ຈີນ​ຕະ​ເວັນ​ອອກ, ວັນທີ 25 ກັນຍາ 2012.
ເຮືອ​ຂອງ​ໜ່ວຍຍາມ​ຝັ່ງຂອງ​ຍີ່ປຸ່ນ​​ແລະ​ໄຕ້​ຫວັນ​ ​​ຍິງ​ປືນ​ນໍ້າ​ໃສ່​ກັນ ໃນ​ທະ​ເລ​ຈີນ​ຕະ​ເວັນ​ອອກ, ວັນທີ 25 ກັນຍາ 2012.
ເຮືອ​ຂອງ​ໜ່ວຍຍາມ​ຝັ່ງຂອງ​ຍີ່ປຸ່ນແລະ​ໄຕ້​ຫວັນ​ ໄດ້ຍິງ​ປືນ​ນໍ້າ
ໃສ່​ກັນ ໃນ​ວັນ​ອັງຄານ​ມື້​ນີ້ ​ໃນເຂດ​ທະ​ເລ​ຈີນ​ຕະ​ເວັນ​ອອກ ​ສ້າງ
​ຄວາມ​ຫຍຸ້ງຍາກ​ເພີ້​ມຕື່ມໃຫ້​ແກ່ການຜິດ​ຖຽງກັນ ເລື້ອງ​ເຂດ​ນໍ້າ​
ແດນ​ດິນ​ທີ່ເຄັ່ງ​ຕຶງຢູ່​ແລ້ວ ທີ່​ໄດ້​ສ້າງ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່
​ສາຍ​ພົວພັນ​ ລະຫວ່າງຈີນ​ກັບ​ຍີ່ປຸ່ນ ​ເຊ່ນ​ກັນ​ນັ້ນ.

ການ​ຍິງ​ປືນ​ນໍ້າ​ໃສ່​ກັນ ​ທີ່ໄດ້ມີ​ການຖ່າຍ​ທອດ​ພາບ​ອອກ​ທາງ
​ໂ​ທລະພາບ​ຍີ່ປຸ່ນ ​ແມ່ນ​ມີ​ຂຶ້ນ​ໃນ​ຂະນະ​ທີ່ເຮືອລາດຕະ​ເວນ
ຂອງໄຕ້ຫວັນ ຢ່າງ​ນ້ອຍ ​8 ລໍາ ​ໄດ້ຕິດຕາມເຮືອ​ປະມົງຂອງ​ຍີ່
ປຸ່ນ​ຫລາຍ​ສິບ​ລໍາ​ໄປ ຢູ່​ໃກ້ໆ​ກັບໝູ່​ເກາະ​ທີ່​ທັງ​ສາມ​ປະ​ເທດ
​ຕ່າງ​ກໍ​ອ້າງ​ເອົາກໍາມ​ະສິດ​ນັ້ນ.

​ເຈົ້າ​ໜ້າ​ທີ່ຍີ່ປຸ່ນກ່າວວ່າ ​ພວກເຮືອຂອງ​ໄຕ້​ຫວັນ​ໄດ້​ອອກ​ຈາກ
​ເຂດ​ດັ່ງກ່າວໄປໃນ​ເວລາ​ປະມານ​ຊົ່ວ​ໂມງ​ນຶ່ງ​ຕໍ່​ມາ. ຫົວໜ້າ​ຫ້ອງ
ການ​ລັດຖະບານຍີ່ປຸ່ນ ທ່ານ Osamu Fujimura ກ່າວ​ວ່າ ໂຕ​
ກຽວໄດ້ປະ​ທ້ວງ​ຕໍ່​ໄຕ້​ຫວັນ​ໄປແລ້ວ ຍ້ອນ​ການບຸກລຸກ​ດັ່ງກ່າວ.

ປະທານາທິບໍດີ​ໄຕ້​ຫວັນ ທ່ານ Ma Ying-jeou ​ໄດ້​ອອກ​ລາຍ​ງານ​ເພື່ອ​ສະ​ໜັບສະ​ໜູນ
ອັນ​ທີ່ທ່ານ​ເອີ້ນ​ວ່າ ການ​ເອົາ​ບາດກ້າວ​ທີ່​ຮັກ​ຊາດ ຂອງ​ພວກ​ຊາວ​ປະມົງ​ແລະ​ໜ່ວຍ​ຍາມຝັ່ງ.
ນີ້​ເປັນ​ຄັ້ງ​ທໍາ​ອິດ​ທີ່​ໄຕ້​ຫວັນ​ໄດ້​ສົ່ງ​ເຮື​ອ​ເຂົ້າ​ໄປ​ໃນ​ເຂດ​ນ່ານນໍ້າດັ່ງກ່າວ ຫຼັງ​ຈາກ​ທີ່​ທາງ​ຍີ່
ປຸ່ນ​ໄດ້​ກ່າວ​ວ່າ ຕົນ​ໄດ້​ຊື້ເອົາໝູ່​ເກາະ​ເຫລົ່າ​ນັ້ນ ​ຈາກເອກ​ກະ​ຊົນ​ຊາວ​ຍີ່ປຸ່ນ ໃນ​ເດືອນ​ນີ້
ທີ່​ໄດ້​ສ້າງຄວາມໂກດແຄ້ນໃຫ້​ແກ່ ​ໄຕ້​ຫວັນ​ແລະ​ຈີນ.
XS
SM
MD
LG