ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນສົ່ງເຮືອ ເຂົ້າ​​ໄປ​​ໃກ້ໆ ​ກັບໝູ່​ເກາະ​ທີ່​​ເປັນ​ ບັນຫາ​ໂຕ້​ແຍ້​ງ ກັບຍີ່ປຸ່ນ


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinto Abe
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinto Abe
ຍີ່ປຸ່ນ ​ໄດ້​ຮຽກໂຕ ​ເອກ​ອັກຄະ​ລັດຖະທູດຈີນ ທີ່​ກຸງ​ໂຕກຽວ​ເຂົ້າ
​ພົບ ຫລັງ​ຈາກປັກ​ກິ່ງ ​ໄດ້ສົ່ງເຮືອ​ກຸ່ມ​ນຶ່ງ​ ເຂົ້າໄປໃກ້ໆ ​ກັບໝູ່
​ເກາະ​ທີ່ເປັນ​ບັນຫາ​ໂຕ້​ແຍ້​ງກັນ ​ໃນ​ທະ​ເລ​ຈີນຕາ​ເວັນ​ອອກ.

ໜ່ວຍ​ຍາ​ມຝັ່ງຂອງ​ຍີ່ປຸ່ນ ກ່າວ​ວ່າ ​ເຮືອ​ຈາກ​ໜ່ວຍ​ປ້ອງ​ກັນຊາຍ
​ແດນ​ທາງທະ​ເລ​ຂອງຈີນ 8 ລໍາ ໄດ້ແລ່ນເຂົ້າໄປໃນ​ເຂດ​ທີ່​ເປັນ
​ບັນຫາຖົກ ຖຽງໂຕ້​ແຍ້​ງ ໃກ້​ກັບ​ໝູ່​ເກາະ​ທີ່​ບໍ່​ມີຄົນຢູ່​ດັ່ງກ່າວ ​ໃນ​
ຕອນ​ເຊົ້າ​ຂອງ​ວັນ​ອັງຄານ​ມື້​ນີ້.

ໜ່ວຍ​ຍາມ​ຝັ່ງ​ຍີ່​ປຸ່ນ​ກ່າວ​ວ່າ ນີ້​ແມ່ນ​ກາ​ນບຸກລຸກ​ທີ່​ໃຫຍ່​ທີ່​ສຸດ
ຈາກ​ເຮືອ​ລົບ​ຈີນ ນັບ​ຕັ້ງ​ແຕ່​ຄວາມ​ເຄັ່ງ​ຕຶງ​ ໄດ້​ເພີ້​ມທະວີ​ຂື້ນ​ ໃນ​
ເດືອນ​ກັນຍາປີ ກາຍ ​ເວລາຍີ່ປຸ່ນ ​ໄດ້​ຊື້ເກາະດອນ​ຈໍານວນ​ນຶ່ງ​ ຈາກບັນດາ​ຜູ້​ເປັນ​ເຈົ້າ​ຂອງເອກ​ກະ​ຊົນ.

ນັບ​ແຕ່​ນັ້ນ​ມາ ປັກ​ກິ່ງໄດ້​ສົ່ງ​ເຮືອ​ແລະ​ບາງ​ຄັ້ງ​ກໍ​ແມ່ນເຮືອບິນ ​ໄປ ​ລາດຕະເວນ​ເປັນ​ປະຈຳ ​ໃນ​ຄວາມ​ພະຍາຍາ​ມ​ເພື່ອທ້າ​ທາຍຍີ່ປຸ່ນທີ່​ຄວບ​ຄຸມ ​ບັນດາ​ໝູ່ເກາະຍຸດ​ທະ​ສາດດັ່ງກ່າວ​ນີ້.

ສະຖານ​ນະ​ການ​ ໃນ​ວັນ​ອັງຄານມື້ນີ້ ແມ່ນ​ຍັງເປັນ​ທີ່​ສັບ​ສົນ ​ໂດຍ​ການ​ປະກົດ​ໂຕ​ຂອງ​ບັນດາ​ເຮືອ​ນ້ອຍ ຂອງ​ພວກນັກ​ເຄື່ອ​ນ​ໄຫວ​ຍີ່​ປຸ່ນ ​ທີ່​ໄດ້​ຮັບ​ການ​ຄຸ້ມ​ກັນ​ຈາກ​ບັນດາເຮືອ​ຂອງ​ລັດ​ຖະບານ​ຍີ່ປຸ່ນ ຊຶ່ງ​ເຂົາ​ເຈົ້າ​ກ່າວ​ວ່າ ຈະ​ພາກັນ​ສໍາ​ຫລວດໝູ່​ເກາະດັ່ງກ່າວ​ນີ້.

ຫ້ອງການ​ຄຸ້ມ​ຄອງ​ມະຫາ​ສະມຸດ​ຂອງລັດຖະບານ​ຈີນກ່າວ​ວ່າ ​ເຮືອ​ສາມ​ລໍາ​ຂອງ​ຕົນ​ໄດ້ “ອອກປະຕິບັດ​ງານ​ລາດຕະ​ເວນຕາມ​ປົກກະຕິ” ຢູ່​ໃນ​ບໍລິ​ເວນ​ດັ່ງກ່າວ ໃນ​ວັນ​ອັງຄານ​ນມື້​ນີ້ ​ໃນ​ເວລາ​ທີ່​ພວກ​ເຂົາ​ເຈົ້າໄດ້​ປະ​ເຊີ​ນໜ້າ​ກັບ​ເຮືອ​ຍີ່ປຸ່ນ​ຫລາຍ​ລໍາ. ລາຍງານ​ກ່າວ​ອີກ​ວ່າ ​ເຮືອ​ຈີນ​ອີກ​ 5 ​ລໍາ​ໄດ້​ຖື​ກສົ່ງໄປ​ຍັງ​ບໍລິ​ເວນ​ນັ້ນ ເພື່ອຮັບ​ມື​ກັບ​ສະຖານະ​ການ.

ຍັງ​ບໍ່​ມີລາຍງານການ​ປະ​ທະ​ກັນ​ເທື່ອ. ອົງການ​ຂ່າວຣ​ອຍເຕີ້ ກ່າວວ່າ ​ໜ່ວຍ​ຍາມ​ຝັ່ງ​ຍີ່ປຸ່ນ ​ໄດ້​ບອກໃຫ້​ພວກ​ນັກ​ເຄື່ອ​ນ​ໄຫວ​ຖອນອອກ​ຈາກ​ບໍ ລິ​ເວນ​ດັ່ງກ່າວ ​ໃນ​ເວລາ​ທີ່​ເຮືອ​ຈີນ​ເຂົ້າໄປ​ໃກ້ໆ. ​ໂຕ​ກຽວ​ ​ໄດ້ຮຽກໂຕ ​ເອກ​ອັກ​ຄະ​ລັດຖະທູດຈີນປະ​ຈໍາຍີ່​ປຸ່ນ​ເຂົ້າ​ພົບຫຼັງຈາກ​ເຫດການ​ດັ່ງກ່າວ ​ໄດ້​ເກີດ​ຂຶ້ນ​.

​ໃນ​ຂະນະ​ດຽວ​ກັນ ໃນ​ວັນ​ອັງຄານ​ມື້​ນີ້ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinto Abe ​ໄດ້​ກ່າວ​ຢືນ​ຢັດ​ວ່າ ບັນດາ​ໝູ່​ເກາະດັ່ງກ່າວ​ນີ້​ຍັງຢູ່​ພາຍ​ໃຕ້ “ການ​ຄວບຄຸມ” ຂອງ​ຍີ່ປຸ່ນ. ໃນ​ຄໍາ​ປາ​ໄສ ​ຕໍ່ບັນດາຜູ້​ແທນ​ສະພາ ​ແຫ່ງ​ຊາດ​ນັ້ນ ທ່ານ​ໄດ້ປະກາດທີ່​ຈະ “ຂັບໄລ່ ດ້ວຍກໍາ​ລັງ” ​ຕໍ່​ການ​ຍົກ ພົນ​ຂຶ້ນບົກ​ໃດໆ​ກໍ​ຕາມ​ຂອງ​ຈີນ ຢູ່​ທີ່ໝູ່​ເກາະນີ້.
XS
SM
MD
LG