ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ປະສົບກັບ ຄື້ນອາກາດຮ້ອນ ທີ່ອັນຕະລາຍ ເຮັດໃຫ້ 30 ຄົນ ເສຍຊີວິດ


ແທ່ງນ້ຳກ້ອນ ຖືກນຳມາຕັ້ງໄວ້ ຢູ່ທີ່ທາງຍ່າງ ເພື່ອຜ່ອນຄາຍຄວາມຮ້ອນ ໃນຈຸດແຫ່ງນຶ່ງ ໃນນະຄອນຫຼວງ ໂຕກຽວ ຂອງຍີ່ປຸ່ນ ເມື່ອວັນສຸກ ທີ 20 ກໍລະກົດ 2018.
ແທ່ງນ້ຳກ້ອນ ຖືກນຳມາຕັ້ງໄວ້ ຢູ່ທີ່ທາງຍ່າງ ເພື່ອຜ່ອນຄາຍຄວາມຮ້ອນ ໃນຈຸດແຫ່ງນຶ່ງ ໃນນະຄອນຫຼວງ ໂຕກຽວ ຂອງຍີ່ປຸ່ນ ເມື່ອວັນສຸກ ທີ 20 ກໍລະກົດ 2018.

ຍີ່ປຸ່ນ ກຳລັງຢູ່ໃນທ່າມກາງ ຄື້ນອາກາດຮ້ອນ ທີ່ເປັນອັນຕະລາຍຮ້າຍແຮງ
ເຊິ່ງໄດ້ທຳລາຍສະຖິຕິເກົ່າ ທີ່ໄດ້ບັນທຶກໄວ້.

ສາມສິບຄົນ ໄດ້ເສຍຊີວິດ ຍ້ອນອຸນຫະພູມທີ່ສູງ ແລະ ຫຼາຍພັນຄົນ ໄດ້
ຖືກນຳສົ່ງໄປຍັງໂຮງໝໍ ໃນທົ່ວປະເທດ.

ບັນດາເຈົ້າໜ້າທີ່ ພວມແນະນຳ ໃຫ້ປະຊາຊົນ ຈົ່ງພາກັນດື່ມນ້ຳ ແລະຫາ
ບ່ອນ ທີ່ມີແອເຢັນ ເພື່ອພະຍາຍາມຫລີກເວັ້ນ ອາການເປັນລົມສາລະບາດ
ຍ້ອນຄວາມຮ້ອນ ຫຼື heatstroke.

ຢູ່ໃນພາກກາງຂອງຍີ່ປຸ່ນ ອຸນຫະພູມ ສູງຂຶ້ນ ຮອດ 40.9 ອົງສາແຊລເຊິສ
ຫຼື ເທົ່າກັບ 105 ອົງສາຟາເລນໄຮຕ໌.

ສ່ວນຢູ່ໃນນະຄອນ ກ່ຽວໂຕ ອຸນຫະພູມ ວັດແທກໄດ້ ຢູ່ທີ່ 38 ອົງສາ
ແຊລເຊິສ ຫຼື ເທົ່າກັບ 100 ອົງສາຟາເລນໄຮຕ໌ ເປັນເວລາ 7 ວັນ ລຽນຕິດ.

ອຸນຫະພູມຮ້ອນ ທີ່ເຜົາໄໝ້ ໄດ້ເຮັດໃຫ້ປະຊາຊົນ ສົງໄສ ກ່ຽວກັບຄວາມ
ຮອບຄອບ ໃນການຈັດ ການແຂ່ງຂັນ ກິລາໂອລິມປິກ ປີ 2020 ຢູ່ໃນ
ນະຄອນຫຼວງ ໂຕກຽວ.

ທ່ານ ຈອນ ໂຄດສ໌ ຫົວໜ້າທີມກວດກາ ໂອລິມປິກ ໄດ້ໄປຢ້ຽມຢາມ
ນະຄອນຫຼວງ ໂຕກຽວ ເມື່ອສັບປະດາແລ້ວນີ້. ທ່ານໄດ້ກ່າວວ່າ ອາກາດ
ຮ້ອນ ຈະເປັນຄວາມທ້າທາຍ ສຳລັບ ພວກຈັດງານ ໂອລິມປິກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG