ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫລັງຈາກສຸນາມິ ບ້ານ Kawauchi ໄດ້ຖືກແບ່ງ ເປັນສອງເຂດ (ເບິ່ງສະໄລດ໌ກັບວີດີໂອ)


ເປັນ​ເວລາ​​ນຶ່ງ​ປີຜ່ານ​ມາ ຫລັງ​ຈາກ​ເຕົາ​ແຍກ​ນີວ​ເຄລຍສາມ​ແຫ່ງ​ໄດ້ພັງ​ທະລາ​ຍລົງ ​ໃນແຂວງ ຟູ​ກູ​ຊີມະ ​​ທາງພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຍີ່ປຸ່ນ​ ລຸນ​ຫລັງ​ເກີດ​ແຜ່ນດິນ​ໄຫວ​ ແລະຖືກ​ຟອງ​ຍັກ​ສຸ​ນາ​ມິ​ພັດ​ຖະຫລົ່ມນັ້ນ ສ່ວນ​ນຶ່ງຂອງ​​ແຂ​ວງດັ່ງກ່າວ ກໍ​ຍັງ​ຄົງ​ເປັນ​ເຂດ​ຕ້ອງ​ຫ້າມ ​ບໍ່​ໃຫ້​ຄົນ​ເຂົ້າ​ໄປ ຍ້ອນຍັງ​ມີ​ກໍາ​ມັນ​ຕະພາບ​ລັງສີ​ໃນລະດັບ​ສູງ​ແລະ​​ເປັ​ນອັນຕະລາຍ​ຢູ່. ​ແຕ່​ມີໝູ່​ບ້ານນຶ່ງ​ທີ່​ປະຊາຊົນຖືກ​ຍົກຍ້າຍອອກ​ໄປ​ຊົ່ວຄາວ​ນັ້ນ​ ກໍາລັງ​ປະ​ເຊີນ​ກັບສະພາບ​ການ​ທີ່​ຫຍຸ້ງ ຍາກ ​ຍ້ອນ​ວ່າພາກສ່ວນ​ນຶ່ງ​ຂອງ​ໝູ່​ບ້ານ​ແຫ່ງ​ນີ້​ແມ່ນ​ຕົກ​ຢູ່​ພາຍ​ໃນ​ບໍລິ​ເວນ​ເຂດ​ຫ້າມ​ເຂົ້າ ທີ່ ​ມີ​ເນື້ອ​ທີ່ 20 ກິ​ໂລ​ແມດນັ້ນ. Steve Herman ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານມາ​ຈາກ​​ບ້ານ Kawauchi ຊຶ່ງ​ເປັນນຶ່ງ​ໃນ​ຫລາຍໆບ້ານທີ່​ດິ້ນຮົນເພື່ອ​ເອົາ​ຕົວ​ລອດ​ ນັບ​ຕັ້ງ​ໄພ​ແຜ່ນດິນ​ໄຫວ ຄວາມ​ແຮງ 9 ຣິກ​ເຕີ ທີ່​ຕາມ​ມາ​ດ້ວຍ​ໄພ​ສຸ​ນາ​ມິ ​ເມື່ອ​ວັນ​ທີ່ 11 ​ເດືອນມີນາ​ ປີຜ່ານມາ​ນີ້. ທອງ​ປານ ​ເທບ​ວົງ​ສາ ມີ​ລາຍ​ລະອຽດມາສະ​ເໜີ​ທ່ານ​.

ເບິ່ງວີດີໂອ ລາຍງານພາສາລາວ:

ຄະນະ​ກໍາມະການ​ປົກຄອງບ້ານ Kawauchi ​ໄດ້​ມາ​ປະຊຸມ​ກັນ ຊຶ່ງນັບ​ວ່າ​ເປັນ​ກອງ​ປະຊຸມ​ນັດ​ພິ​ເສດ​ ທັງ​ນີ້​ກໍ​ເພາະວ່າ ຕຶກ​ຫ້ອງການ​ໝູ່​ບ້ານໄດ້​ຖືກ​ທໍາ ລາຍ​ຈົນ​ພັງ​ພິນາດ​ ຍ້ອນ​ແຜ່ນດິນ​ໄຫວ ກອງ​ປະຊຸມ​ຈຶ່ງໄດ້ຈັດ​ຂຶ້ນຢູ່​ທີ່ສູນ​ປະຊາ​ຄົມ​ແຫ່ງ​ນີ້ ທີ່ຢູ່​ພາຍ​ໃນ​ເຂດ​ຫ້າມ​ເຂົ້ານັ້ນ.

ພວກ​ຜູ້​ນໍາບ້ານ Kawauchi ​ອະທິ​ບາຍ​ຕໍ່​ກອງ​ປະຊຸມວ່າ ​ຄະນະປົກຄອງ ບ້ານ​ຈະເປີດ​ໃຫ້ການບໍລິການ​ຕ່າງໆຄືນ​ໃໝ່​ ໃນ​ເດືອນ​ໜ້າ​ນີ້.

ມີ​ພວກ​ຊາວ​ບ້ານ​ພຽງ​ສອງ​ສາມຮ້ອຍ​ຄົນ​ເທົ່າ​ນັ້ນ​ ທີ່​ພາກັນ​ກັບ​ຕ່າ​ວຄືນ​ບ້ານ ​ໂດຍ​ມີ 110 ຄົນ ​ທີ່​ອາ​ໃສ​ຢູ່​ໃນ​ເຂດ​ນຶ່ງ​ສ່ວນ​ສາມ​ຂອງ​ໝູ່​ບ້ານ ​ທີ່ຕັ້ງ​ຢູ່ພາຍ​ໃນ​ບໍລິ​ເວນ​ເຂດຍົກ​ເວ້ນ ຫລືຫ້າມ​ເຂົ້າ​ນັ້ນ. ນາຍບ້ານ Yuukou Endo ​ໄດ້​ຂໍ​ຮ້ອງ​ໃຫ້​ພວກ​ຊາວບ້ານທີ່​ເຫລືອຢູ່ ​2,600 ຄົນ​ທີ່​ຍັງ​ຖື​ວ່າ Kawauchi ​ເປັນ​ບ້ານ​ຂອງ​ຕົນ​ນັ້ນ ​ຈົ່ງ​ກັບ​ຕ່າວ​ຄືນ​ມາ.

ນາຍບ້ານ Yuukou Endo ​ເວົ້າ​ວ່າ: “ຖ້າ​ຫາກ​ວ່າ​ເຂດ​ຍົກ​ເວັ້ນ​ແຄບ​ລົງ​ ພວກ​ເຮົາ​ກໍ​ຈະສາມາດ​ອາ​ໃສ​ຢູ່​ເຂດ​ໃດ​ຂອງ​ໝູ່​ບ້ານ​ໄດ້​ຢ່າງ​ເສລີ ​ແຕ່​ໃນ​ຕອນນີ້​ ຂ້ອຍຮູ້ດີ​ວ່າ ຫລາຍໆ​ຄົນ​ຍັງ​ຮູ້ສຶກ​ລໍາບາກ​ໃຈ​ ທີ່​ຈະ​ກັບ​ຕ່າວ​ຄືນ​ມາ​ຕັ້ງ​ຖິ່ນ​ຖານ​ອີກ.”

ບ່ອນ​ທີ່​ຜູ້​ສື່​ຂ່າວ​ວີ​ໂອ​ເອຢືນ​ຢູ່​ນີ້ ແມ່ນ​ເຂດ​ສົ້ນ​ສຸດ​ຂອງ​ໝູ່​ບ້ານ Kawauchi ທີ່ຕັ້ງຢູ່​ເທິງ​ພູ​ນັ້ນ. ກາຍ​ເຂດ​ນີ້​ໄປ ​ແມ່ນຈະ​ບໍ່​ອະນຸຍາດ​ໃຫ້​ລົດ​ທໍາ​ມະ​ດາ​ສາມັນ​ເຂົ້າ​ໄປ​ໄດ້ ​ເຖິງ​ແມ່ນວ່າ​ລະດັບກໍາ​ມັນ​ຕະພາບ​ລັງສີ​ຢູ່​ບາງ​ພື້ນ​ທີ່​ພາຍ​ໃນ​ເຂດຫ້າມ​ເຂົ້າ ​ຕໍ່າ​ກວ່າ​ພື້ນ​ທີ່ຢູ່​ພາຍນອກ​ກໍ​ຕາມ ຊຶ່ງ​ພາ​ໃຫ້ມີ​ບາງ​ຄົນ​ໃນ​ພື້ນ​ທີ່ ​ຂ້ອງ​ໃຈ​ນໍາ​ການກໍານົ​ດ​ເຂດ​ຫ້າມ​ເຂົ້າໃນ​ວົງ​ລັດສະໝີ 20 ຫລັກ​ນັ້ນ. ຄົນ​ທ້ອງ​ຖິ່ນຄົນ​ນຶ່ງ​ທີ່​ຂ້ອງໃຈ​ສົງ​ໃສ​ໃນ​ເລຶ່ອງນີ້ ກໍ​ຄື​ອະດີດເຈົ້າ​ຂອງ​ຮ້ານ​ແກງ miso ທີ່​ຖືກ​ທາງ​ການເທດ​ສະບາ​ນແຂວງ ​ວ່າ​ຈ້າງໃຫ້​ເກັບ​ກໍາຂໍ້​ມູນ ລະດັບ​ກໍາ​ມັນ​ຕະພາບ​ລັງສີ.

ລາວ​ກ່າວ​ວ່າ: “ປັດຈຸບັນ​ນີ້​ ລະດັບ​ກໍາ​ມັນ​ຕະພາບ​ລັງສີ​ ຢູ່​ເຂດ​ບ້ານ Kawauchi ນີ້ ມີ​ລະດັບ​ໂດຍ​ສະ​ເລ່ຍ 0.125 microsieverts. ຢູ່​ບາງ​ພື້ນ​ທີ່​ຂອງ​ເຂດ​ຫວງຫ້າມ ​ມີ​ລະດັບ​ທີ່​ຕໍ່າ​ກວ່າ​ນັ້ນອີກ. ດັ່ງ​ນັ້ນ ​ເລື່ອງ​ທີ່​ວ່າ ພື້ນ​ທີ່​ໃດໆ​ທີ່ຄວນຈັດ​ໃຫ້​ເປັນເຂດ​ຫວງ​ຫ້າມ​ນັ້ນ ກໍ​ຄວນ​ຈະ​ນໍາ​ມາສຶກສາ​ທົບ​ທວນ​ ຫລື​ໄກ່​ກອງ​ຄືນ​ໃໝ່.”

ເບິ່ງຮູບສະໄລດ໌ ກ່ຽວກັບແຂວງ ຟູກຸຊິມະ

ແມ່ຕູ້ Yoshiko Watanabe ອາຍຸ 69 ປີ ໄດ້ໃຊ້​ເວລາ 9 ​ເດືອນ​ອາ​ໃສ​ຢູ່​ໃນ​ສູນ​ອົບ​ພະຍົບຫລົບ​ໄພ​ແຫ່ງ​ນຶ່ງ ບ່ອນທີ່​ລາວ​ເວົ້າວ່າ ບໍ່ມີ​ບັນຫາໃຫຍ່ໆ ​ໃດໆ ​ນອກຈາກບັນຫາ​ການ​ລັກ​ເລັກ​ຂະ​ໂມ​ຍນ້ອຍ. ລາວໄດ້​ກັບ​ໄປ​ບ້ານ ຂອງ​ລາວ ​ທີ່ຢູ່​ຕິດ​ກັບ​ເຂດ​ຫ້າມເຂົ້າ ​ເພື່ອ​ໄປ​ເບິ່ງ​ແຍງ​ໝາຂອງລາວ. ​ແຕ່​ລາວພົບ​ວ່າ ຄຸ້ມ​ເກົ່າຂອງ​ລາວ​ນັ້ນ​ມີ​ສະພາບ​ມິດ​ງຽບແລະ​ງ່ວມ​ເຫງົາ​ຫລາຍ ​ເພາະວ່າ​ເດັກນ້ອຍ​ໝົດ​ທຸກ​ຄົນ ​ໄດ້​ໜີ​ໄປ​ຢູ່​ບ່ອນ​ອື່ນ.

ແມ່ຕູ້ Yoshiko Watanabe ​ເວົ້າ​ວ່າ: “ເວລາ​ໂຮງຮຽນ​ເປີດ​ຄື​ນ​ໃໝ່​ໃນ​ເດືອນ​ມິຖຸນາ​ຕໍ່ໜ້າ​ນີ້ ​ເດັກນ້ອຍ 30 ຄົນ ກໍ​ຄົງ​ຈະ​ກັບ​ຄືນ​ມາບ້ານ.”

ແຕ່ວ່າ ​ຜົນ​ການ​ສໍາ​ຫລວດ​ຂອງ​ໝູ່​ບ້ານ​ເມື່ອ​ໝໍ່ໆ​ມາ​ນີ້​ ພວກ​ເພື່ອນ​ບ້ານ ສ່ວນຫລາຍ​ຂອງ​ແມ່ຕູ້​ວາ​ຕາ​ນາເບ ທີ່​ໄດ້​ແຍກ​ຍ້າຍຢາຍ​ກັນ​ໄປຢູ່​ຄົນ​ລະ​ແຫ່ງນັ້ນ ພົບ​ວ່າ ພວກຊາວ​ບ້ານ​ຈະ​ຍັງ​ບໍ່​ພາກັນ​ກັບ​ຕ່າວ​ຄືນ​ບ້ານ​ໃນ​ໄວໆ​ນີ້​ເທື່ອ ​ເພາະ​ຢ້ານ​ວ່າ ​ຍັງມີ​ການຂາດເຂີນ​ດ້ານສາທາລະ​ນູປະ​ໂພ​ກຢູ່ ​ແລະ​ກໍາ​ມັນ​ຕະພາບ​ລັງສີ​ ທີ່​ຍັງ​ບໍ່​ມີ​ທ່າ​ທີ​ວ່າຈະ​ຈາງ​ຫາຍ​ໄປ​ນັ້ນ ຊຶ່ງຄວາມ​ວິຕົກ​ກັງວົນຂໍ້​ຫລັງ​ນີ້ ​ເບິ່ງ​ຄື​ວ່າ​ຈະ​ຝັງ​ແໜ້ນ​ຢູ່ຕາບ​ໃດ​ທີ່​ຍັງ​ມີ​ສິ່ງເຕືອນ​ໃຈ​ ຄື​ກັນ​ກັບ​ປ້າຍ​ທີ່​ເຫັນ​ຢູ່​ນີ້ ທີ່ຢູ່​ຫລັງ​ບ້ານ​ຂອງແມ່ຕູ້​ວາ​ຕານາ​ເບ​ ທີ່ເປັນ​ເຄື່ອງໝາຍ​ເຂດ​ແດນ​ທີ່​ບໍ່​ມີ​ຄົນ​ຍາມ ທີ່​ບອກ​ວ່າ ຢູ່​ກາຍເສ້ນ​ນີ້​ໄປ​ ​ແມ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ສ່ຽງຕໍ່​ອັນຕະລາຍ​ທີ່ຮ້າຍ​ແຮງ​ ທີ່ບໍ່​ສາມາດ​ມອງ​ເຫັນ ​ໄດ້​ກິ່ນ ຫລື​ໄດ້​ຍິນໄດ້​ນັ້ນ.

ເບິ່ງວີດີໂອ ລາຍງານພາສາອັງກິດ:

XS
SM
MD
LG