ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນສົ່ງຍານລໍາລຽງຂຶ້ນສູ່ ວົງໂຄຈອນຢ່າງສໍາເລັດຜົນ


ແຜນທີ່ຍີ່ປຸ່ນ
ແຜນທີ່ຍີ່ປຸ່ນ

ອົງການອະວະກາດຂອງຍີ່ປຸ່ນກ່າວວ່າ ລູກສອນໄຟທີ່ບັນທຸກຍານລຳລຽງຂົນສົ່ງບໍ່ມີຄົນຂັບ ໄປຍັງສະຖານີອະວະກາດນາໆຊາດນັ້ນໄດ້ຖືກຍິງຂຶ້ນສູ່ຫ້ວງອະວະກາດດ້ວຍຄວາມສຳເລັດ
ຜົນໃນວັນເສົາມື້ນີ້.

ອີງຕາມອົງການສຳລວດອະວະກາດຂອງຍີ່ປຸ່ນແລ້ວ ລູກສອນໄຟ H-2B ໄດ້ພຸ່ງຂຶ້ນ ຈາກ
ຖານຍິງ ຢູ່ທີ່ສູນກາງອະວະກາດ Tanegashima ໃນພາກໃຕ້ຂອງປະເທດຍີ່ປຸ່ນໃນເວລາ
ບ່າຍ 2 ໂມງ 37 ນາທີຕາມເວລາທ້ອງຖິ່ນຫຼື 5 ໂມງ 37 ນາທີຕາມເວລາມາດຕະຖານ
ສາກົນ. ປະມານ 15 ນາທີຕໍ່ມາລູກສອນໄຟດັ່ງກ່າວກໍໄດ້ສົ່ງຍານລຳລຽງເຂົ້າສູ່ວົງໂຄຈອນ.

ລູກສອນໄຟທີ່ວ່ານີ້ລຳລຽງອາຫານການກິນ ນໍ້າດື່ມນໍ້າໃຊ້ ເຄື່ອງນຸ່ງຫົ່ມແລະອຸບປະກອນ
ໜັກ 5 ໂຕນກວ່າໆ ໄປໃຫ້ພວກນັກບິນອະວະກາດ ທີ່ສະຖານີອະວະກາດນາໆຊາດ.

ລຸນຫຼັງທີ່ໄດ້ລຳລຽງປັດໄຈເຫຼົ່ານີ້ໄປຍັງສະຖານີອະວະກາດນາໆຊາດແລ້ວຍານລຳນີ້ກໍຈະຂົນ
ເອົາສິ່ງຂອງທີ່ໃຊ້ແລ້ວຫຼືໝົດປະໂຫຍດຢູ່ເທິງສະຖານີອະວະກາດແລະຫຼັງຈາກນັ້ນກໍຈະຖືກ
ປ່ອຍໃຫ້ມີການເຜົາໄໝ້ໃນລະຫວ່າງທີ່ບິນກັບຄືນ ຂົ້າສູ່ບັນຍາກາດຂອງໂລກ.

XS
SM
MD
LG