ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳຂອງ ສ​ຫລ, ເກົາຫຼີໃຕ້ ແລະ ຍີ່ປຸ່ນ ສະແດງຄວາມເປັນ​ຫ່ວງ​ ກ່ຽວ​ກັບ ການ​ຮຸກ​ຮານຂອງເກົາຫຼີເໜືອ

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ, ລັດ​ຖະ​ມົນ​ຕີ ກ​.ຊ. ​ການ​ຕ່າງ​ປະ​ເທດ, ທ່ານ Antony Blinken, ລັດ​ຖະ​ມົນ​ຕີ ກ​.ຊ. ​ປ້ອງ​ກັນ​ປະ​ເທດ, ທ່ານ Lloyd Austin, ປະ​ທາ​ນາ​ທິ​ບໍ​ດີເກົາຫຼີ​ໃຕ້ ​ແລະ​​ນາຍົກ​ຍີ່​ປຸ່ນ​ ​ພົບ​ປະ​ກັນ​ໃນ​ຂະ​ນະທີ່​ຢູ່ກອງ​ປະ​ຊຸມສຸດຍອດ NATO ໃນ​ມາດ​ຣິດ, 29 ມິ​ຖຸ​ນາ, 2022

ປະທານາທິບໍດີສະຫະລັດ ທ່ານໂຈ ໄບ​ເດັນ ແລະຜູ້ນຳຂອງເກົາຫຼີໃຕ້ ແລະ ຍີ່ປຸ່ນໄດ້ສະແດງຄວາມເປັນ​ຫ່ວງ​ຄັ້ງໃໝ່ ໃນວັນພຸດວານນີ້ ກ່ຽວກັບໄພຂົ່ມຂູ່ດ້ານນິວເຄລຍຂອງເກົາຫຼີເໜືອ ໃນຂະນະທີ່ພວກເພິ່ນພົບປະ ກັນຢູ່ນອກ ກອງປະຊຸມສຸດຍອດຂອງອົງການເນໂຕ້ ທີ່ນະຄອນຫລວງ​ມາດ​ຣິດ.

ໃນການ​ກ່າວຄໍາເຫັນແບບສັ້ນໆ ກ່ອນກອງປະຊຸມສາມຝ່າຍນັ້ນ, ທ່ານໄບ​ເດັນ ເວົ້າວ່າ "ພວກເຮົາມີຄວາມ ເປັນຫ່ວງຢ່າງເລິກເຊິ່ງ [ວ່າເກົາຫຼີເໜືອ] ໄດ້ສືບຕໍ່ ເລັ່ງ​ການເຮັດລູກສອນໄຟຂີປະນາວຸດ ແລະທົດ​ລອງມັນ ​ຫລາຍ​ຂຶ້ນ ແລະ​ມີ​ທ່າ​ແຮງ​ທີ່​ຈະ​ທົດ​ລອງ​ອາ​ວຸດນິວ​ເຄ​ລຍ."

ທ່ານໄບ​ເດັນກ່າວ​ອີກວ່າ ສະຫະລັດ, ​ເກົາຫຼີໃຕ້ ​ແລະຍີ່ປຸ່ນ ມີ “ຈຸດປະສົງ​ຮ່ວມ​ກັນ ລວມ​ທັງ​ການ​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍຢ່າງ​ສິ້ນ​ເຊີງ ​ແລະ​ເຂດ​ອິນ​ໂດ​ ປາຊີ​ຟິກ ທີ່​ເສລີ​ ແລະ​ເປີດ​ກວ້າງ.”

ປະທານາທິບໍດີ ເກົາຫຼີໃຕ້, ທ່ານ​ຢູນ ຊຸກ ໂຢລ (Yoon Suk Yeol) ກ່າວວ່າ “ໄພຂົ່ມຂູ່ຈາກນິວເຄລຍ ແລະລູກ ສອນໄຟຂອງເກົາຫຼີເໜືອຍັງສືບຕໍ່ວິ​ວັດພັດທະນາໄປ. ​ແລະ​ສະພາບ​ແວດ​ລ້ອມ​ໂລກ ​ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ບໍ່​ແນ່ນອນ​ທີ່​ເພີ່ມ​ຂຶ້ນ ສະ​ນັ້ນ​ເຮັດ​ໃຫ້​ການ​ເປັນ​ຄູ່​ພາ​ຄີ​ສາມ​ຝ່າຍ​ຂອງ​ພວກ​ເຮົາທັງ​ໝົດ​ມີ​ຄວາມ​ໝາຍ​ສຳຄັນ​ເພີ້ມຂຶ້ນ.”

ກະ​ສັດ Felipe ຖ່າຍ​ຮູບ​ຮ່ວມ​ກັບປະ​ທາ​ນາ​ທິ​ບໍ​ດີໄບ​ເດັນ​ຂອງ​ສະ​ຫະ​ລັດ, ປະ​ທາ​ນາ​ທິ​ບໍ​ດີ Radev ຂອງ​ບຸ​ລ​ກາ​ເຣຍ, ປະ​ທາ​ນາ​ທິ​ບໍ​ດີ Yoon Suk-yeol ຂອງ​ເກົາ​ຫລີ, ປະ​ທານ​ກຳ​ມາ​ທິ​ການ​ຢູ​ໂຣບ, ທ່ານ​ນາງ Ursula von der Leyen ແລະ​ຜູ້​ນຳ​ຄົນ​ອື່ນໆ ໃນ​ນະ​ຄອນ​ຫລວງ Madrid, ວັນ​ທີ 28 ມິ​ຖຸ​ນາ, 2022.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ, ທ່ານຟູມິໂອະ ກິຊິດະ (Fumio Kishida) ກ່າວ​ວ່າ ທ່ານ “ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ ​ທີ່​ຈະ​ມີ​ການ​ເກາະ​ຜິດ​ຂອງ​ເກົາ​ຫຼີ​ເໜືອ​ຕື່ມ​ອີກ, ລວມ​ທັງ​ການ​ທົດ​ລອງອາ​ວຸດ​ນິວ​ເຄຼຍ. ຜ່ານ​ການ​ພົບ​ປະ​ຄັ້ງ​ນີ້, ຂ້າ​ພະ​ເຈົ້າ​ຫວັງ​ວ່າ ການ​ຮ່ວມ​ມື​ສາມ​ຝ່າຍ​ກ່ຽວ​ກັບ​ການ​ຕອບ​ໂຕ້​ຂອງ​ພວກ​ເຮົາ​ຕໍ່​ເກົາ​ຫຼີ​ເໜືອ​ຈະ​ມີ​ຄວາມ​ແ​ຂງແກ່ນ​ຂຶ້ນ.”

ຖະແຫຼງການສະບັບນຶ່ງຂອງທຳນຽບຂາວທີ່​ອອກ​ມາ​ຕາມຫລັງນັ້ນ ກ່ຽວກັບການ ພົບປະດັ່ງກ່າວເວົ້າວ່າ ທ່ານໄບ​ເດັນ “ໄດ້ເນັ້ນຢ້ຳເຖິງຄຳໝັ້ນສັນຍາທີ່ໜັກ​ແໜ້ນ​ຂອງສະຫະລັດຕໍ່ການປ້ອງກັນ” ທັງຍີ່ປຸ່ນ ແລະເກົາຫຼີໃຕ້.

​ຢູ່ໃນ​ງານ​ລ້ຽງ​ອາ​ຫານ​ຄ່ຳໃນ​ວັນ​ອັງຄານຜ່ານ​ມາ ທີ່​ເປັນ​ເຈົ້າ​ພາບ​ຈັດ​ໂດຍ​ກະສັດ ຟີ​ລິບ​ເປ (Felipe) VI ຂອງ​ສະ​ເປນນັ້ນ ທ່ານ​ຢູນ ແລະທ່ານກິຊິດະ ​ໄດ້​ສະ​ແດງ​ຄວາມ​ຫວັງ​ໃນ​ການ​ປັບປຸງ​ການ​ພົວພັນສອງ​ຝ່າຍ​ລະຫວ່າງ​ສອງ​ປະ​ເທດ​ໃນ​ລະຫວ່າງ​ການ​ພົບ​ປະ​ກັນ​ເປັນ​ເວລາ 3 ຫາ 4 ນາທີ, ອີງຕາມລາຍງານຈາກ ທໍານຽບປະທານາ​ທິ​ບໍ​ດີຂອງເກົາຫຼີໃຕ້.

ອ່າ​ນ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG