ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

​​​​​​​​ປ. ​ເກົາຫຼີ​ໃຕ້ ຮຽກຮ້ອງ​ຄັ້ງໃໝ່ ຕໍ່ຍີ່ປຸ່ນ ກ່ຽວກັບ ບັນຫານາງ​ບຳ​ເລີ


ພວກ​ຮູບ​ປັ້ນ​ຂອງ​ພວກ​​ແມ່ຍິງ ທີ່​ເອີ້ນ​ວ່າ "ນາງ​ບຳ​ເລີ ຫຼື comfort women" ​ແມ່ນ​ຈັດ​ວາງສະ​ແດງທີ່​ກົງ​ສຸນ​ຍີ່ປຸ່ນ ຊຶ່ງ​ຈັດ​ສະຫຼອງ​ຄົບຮອບ 80 ປີ ຂອງ​ການສັງຫານໝູ່​ທີ່ Nanjing, ​ໃນ​ຮົງ​ກົງ, 13 ທັນວາ 2017.
ພວກ​ຮູບ​ປັ້ນ​ຂອງ​ພວກ​​ແມ່ຍິງ ທີ່​ເອີ້ນ​ວ່າ "ນາງ​ບຳ​ເລີ ຫຼື comfort women" ​ແມ່ນ​ຈັດ​ວາງສະ​ແດງທີ່​ກົງ​ສຸນ​ຍີ່ປຸ່ນ ຊຶ່ງ​ຈັດ​ສະຫຼອງ​ຄົບຮອບ 80 ປີ ຂອງ​ການສັງຫານໝູ່​ທີ່ Nanjing, ​ໃນ​ຮົງ​ກົງ, 13 ທັນວາ 2017.

ປະທານາທິບໍດີ​ເກົາຫຼີ​ໃຕ້ ທ່ານມູນແຈອິນ (Moon Jae-in) ​ຮຽກຮ້ອງ​ອີກ​ຄັ້ງ​ນຶ່ງ ​ໃຫ້​ຍີ່ປຸ່ນ ຈັດການແບບເດັດ​ຂາດ ກ່ຽວກັບບັນຫານາງ​ບຳ​ເລີ ທີ່​ຖືກ​ບັງຄັບ​ໃຫ້​ເປັນ​ຂ້າທາດ​ທາງເພດ
​ໂດຍ​ພວກ​ທະຫານ​ຍີ່ປຸ່ນ ໃນ​ສະໄໝອະນາ​ນິຄົມ​ນັ້ນ.

​ໂຕ​ກຽວ​ໄດ້​ຈ່າຍ​ເງິນ​ຊົດ​ເຊີຍ ຈຳນວນ 8 ລ້ານ​ໂດ​ລາ ​ເຂົ້າ​ໃນ​ກອງ​ທຶນສະໜັບສະໜູນ
ພວກແມ່ຍິງ​ເກົາຫຼີ ​ທີ່ຍັງມີ​ຊີວິດ ຊຶ່ງເຄີຍ​ເປັນ​ສາວ​ບໍລິການ ​ໃນໂຮງ​ໂສ​ເພນີ​ ຂອງ​ພວກ
​ທະຫານຍີ່ປຸ່ນ ພາຍ​ໃຕ້​ຂໍ້​ຕົກລົງ​ທີ່​ໄດ້ບັນລຸກັນ ​ໃນ​ປີ 2015 ກັບປະທານາທິບໍດີ ພາກ
ເກີນ ເຮ (Park Geun-hye) ທີ່​ຖືກ​ປົດ​ອອກຈາກຕຳແໜ່ງ. ຂໍ້​ຕົກລົງ​ທີ່​ວ່າ​ນີ້ ​ແມ່ນ​ຮວມ
ທັງ ການ​ຂໍ​ຂະ​ມາ​ໂທດ ​ຈາກ​ນາຍົກລັດຖະມົນຕີ​ຍີ່ປຸ່ນ ທ່ານຊິນໂຊ ອາເບະ (Shinzo
Abe) ກ່ຽວກັບການກະທຳຂອງກອງ​ທະຫານຍີ່ປຸ່ນ ​ໃນ​ລະຫວ່າງການຍຶດຄອງ​ແຫຼມ
​ເກົາຫຼີ ທີ່ໂຫດຮ້າຍປ່າເຖື່ອນລະຫວ່າງ​ປີ 1910 ຫາ 1945 ນັ້ນ.

ຫົວໜ້າກອງເລຂາຂອງລັດຖະບານຍີ່ປຸ່ນ ທ່ານ Yoshiide Suga ກ່າວ​ຕໍ່ ອົງການ​ຂ່າວ ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ທີ່​ທຳນຽບປະທານາທິບໍດີ ​ໃນ​ໂຕ​ກຽວ.
ຫົວໜ້າກອງເລຂາຂອງລັດຖະບານຍີ່ປຸ່ນ ທ່ານ Yoshiide Suga ກ່າວ​ຕໍ່ ອົງການ​ຂ່າວ ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ທີ່​ທຳນຽບປະທານາທິບໍດີ ​ໃນ​ໂຕ​ກຽວ.

ແຕ່​ໃນລະຫວ່າງ​ການ​ກ່າວ​ຄຳ​ປາ​ໄສ ​ເນື່ອງໃນໂອກາດ​ວັນ​ຄົບຮອບການລຸກຮືຂຶ້ນຂອງ
ປະຊາຊົນຕໍ່ຕ້ານການປົກຄອງ ແບບຫົວເມືອງຂຶ້ນຂອງຍີ່ປຸ່ນ ໃນ​ປີ 1919 ​ນັ້ນ ໃນ​ວັນ​
ພະຫັດ​ມື້​ນີ້ ປະທານາທິບໍດີມູນ​ ​ໄດ້​ກ່າວ​ວ່າ ຂໍ້​ຕົກລົງ​ທີ່​ວ່າ​ນີ້ ບໍ່​ໄດ້​ໝາຍ​ຄວາມ​ວ່າ ຍີ່​ປຸ່ນ
ສ​າມາດ​ທີ່​ຈະປະກາດໄດ້​ວ່າ ​ເລື່ອງ​ທັງ​ໝົດ​ນີ້ ​ແມ່ນ​ໄດ້​ປິດ​ລົງ​ແລ້ວ. ທ່ານກ່າວ​ວ່າ ວິທີ​
ທາງ​ດຽວທີ່ຈະແກ້ໄຂບັນຫານີ້​ໄດ້ນັ້ນ “ກໍ​ແມ່ນ​ການຈົດ​ຈຳ​ໃນ​ປະຫວັດ​ສາດແລະ​ຮຽນ​ຮູ້​
ຈາກ​ມັນ.”

​ທີ່ນະຄອນຫຼວງ​ໂຕ​ກຽວ ຫົວໜ້າກອງເລຂາຂອງ​ລັດຖະບານ​ຍີ່ປຸ່ນ ທ່ານ Yoshiide
Suga ​ເອີ້ນຄວາມ​ຄິດ​ເຫັນ​ຂອງ​ທ່ານມູນວ່າ ແມ່ນ “​ເປັນ​ທີ່ໜ້າເສຍໃຈທີ່ສຸດ,” ​ແລະ​ໄດ້
​ກ່າວ​ວ່າ ລັດຖະບານ​ຍີີປຸ່ນ ​ໄດ້​ຍື່ນ​ປະ​ທ້ວງ​ຢ່າງ​ເປັນ​ທາງ​ການ ຕໍ່ໂຊ​ລແລ້ວ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG