ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ​ແລະ ​ເກົາຫຼີ​ໃຕ້ ​ຈັດພິທີ​ຂີດ​ໝາຍ ສາຍສຳພັນ​ ທາງ​ການ​ທູດ ຄົບຮອບ 50 ປີ ​


ລັດຖະມົນຕີຕ່າງປະເທດເກົາຫຼີໃຕ້ ທ່ານ Yun Byung-se (ຊ້າຍ) ຢື່ນມືທັກທາຍ ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ທ່ານ Fumio Kishida ຢູ່ທີ່ບ້ານພັກ Iikura ຂອງກະຊວງ ການຕ່າງປະເທດ ໃນນະຄອນຫຼວງໂຕກຽວ, ວັນທີ 21 ມິຖຸນາ 2015.
ລັດຖະມົນຕີຕ່າງປະເທດເກົາຫຼີໃຕ້ ທ່ານ Yun Byung-se (ຊ້າຍ) ຢື່ນມືທັກທາຍ ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ທ່ານ Fumio Kishida ຢູ່ທີ່ບ້ານພັກ Iikura ຂອງກະຊວງ ການຕ່າງປະເທດ ໃນນະຄອນຫຼວງໂຕກຽວ, ວັນທີ 21 ມິຖຸນາ 2015.

ຍີ່ປຸ່ນ ​ແລະ ​ເກົາຫຼີ​ໃຕ້ ຄູ່ປະ​ເທ​ດພັນທະ​ມິດທີ່​ຂົມ​ຂື່ນ​ ໃນ​ເຂດ
​ເອ​ເຊຍ​ຕາ​ເວັນ​ອອກ ​ພວມນຳ​ໃຊ້​ໂອກາດ​ຄົບຮອບ 50 ປີ
ຂອງ​ການ​ສ້າງຕັ້ງ ສາຍສຳພັນ​ທາງ​ການ​ທູດ ຢ່າງ​ເປັນ​ທາງ​ການ
ລະຫວ່າງ​ກັນ ​ເພື່ອ​ເສີມ​ປັບປຸງສາຍສຳພັນ ​ທີ່​ໄດ້​ປະສົບ​ກັບ
​ຄວາມ​ເຄັ່ງ​ຕຶງ ​ຍ້ອນການອ້າງ​ເອົາ​ເຂດ​ນ້ຳ​ແດນ​ດິນ ​ແລະ
ການ​ລ່າຫົວ​ເມືອງ​ຂຶ້ນ ຂອງ​ຍີ່ປຸ່ນ​ໃນ​ສັດຕະວັດ​ທີ 20 ນັ້ນ.

ນາຍົກລັດຖະມົນຕີຍີ່​ປຸ່ນ ທ່ານ Shinzo Abe ​ໄດ້​ເຂົ້າຮ່ວມ
​ພິທີ​ຂີດ​ໝາຍ ວັນ​ຄົບຮອບ​ດັ່ງກ່າວ ຢູ່​ທີ່​ສະຖານທູດ​ເກົາຫຼີໃຕ້
​ໃນ​ນະຄອນຫຼວງ​ໂຕ​ກຽວ ພ້ອມ​ກັນ​ນັ້ນ ປະທານາທິບໍດີເກົາຫຼີໃຕ້
ທ່ານນາງ Park Geun-hye ກໍມີ​ແຜນ​ທີ່​ຈະ​ເຂົ້າຮ່ວມ​ໃນ​ພິທີ​
ຄ້າຍຄື​ກັນນັ້ນ ຢູ່​ທີ່ສະຖານທູດ​ຍີ່ປຸ່ນ ໃນ​ນະຄອນຫຼວງ​ໂຊ​ລ ​ເຊັ່ນ​ກັນ.

​ກ່ອນ​ໜ້າ​ນັ້ນ ​ໃນ​ຕອນ​ເຊົ້າວັນ​ຈັນ​ມື້​ນີ້ ທ່ານອາ​ເບະ ​ໄດ້​ພົບ​ປະເປັນ​ເວລາສັ້ນໆ​ ກັບລັດຖະ
ມົນຕີ​ຕ່າງປະ​ເທດ​ເກົາຫຼີ​ໃຕ້ ທ່ານ Yun Byung-se ທີ່​ກຳລັງ​ຢ້ຽມຢາມ​ຍີ່ປຸ່ນ ​ແລະ ທ່ານ
​ອາ​ເບະ​ ໄດ້ໃຫ້​ຄຳ​ໝັ້ນ​ສັນຍາວ່າ ຈະ​ທຳ​ງານ​ຮ່ວມ​ກັບ ທ່ານ​ນາງ Park ​ເພື່ອ​ຊ່ວຍ​ແກ້ໄຂ​
ບັນຫາ ທີ່​ບໍ່ເຫັນ​ດີ​ເຫັນ​ພ້ອມ​ນຳ​ກັນ ​ຂອງ​ທັງ​ສອງ​ຝ່າ​ຍ. ຜູ້ນຳ​ເກົາຫຼີໃຕ້ ​ ໄດ້​ຝາກ​ຂໍ້ຄວາມ ຜ່ານລັດຖະມົນຕີ​ຕ່າງປະ​ເທດ ​ຂອງ​ທ່ານ​ນາງ ວ່າ ທ່ານ​ນາງ​ກໍຢາກ​ໃຫ້​ມີ​ການແກ້​ໄຂ​ບັນຫາ
ຄວາມ​ຄິດ ​ທີ່​ແຕກ​ຕ່າງ​ກັນນັ້ນ ​ເຊັ່ນ​ກັນ.

Japan South Korea Relation
please wait

No media source currently available

0:00 0:01:54 0:00

Bitter East Asian allies Japan and South Korea are using the 50th anniversary of formal diplomatic ties as an opportunity to improve relations that have been strained by territorial claims and Japan's 20th century-era colonialism.

Japanese Prime Minister Shinzo Abe attended a formal ceremony at the South Korean embassy in Tokyo commemorating the anniversary, with South Korean President Park Geun-hye planning to attend a similar ceremony at the Japanese embassy in Seoul.

Earlier Monday, Mr. Abe met briefly with visiting South Korean Foreign Minister Yun Byung-se, and promised to work with Ms. Park to help resolve their disagreements.The South Korean leader sent a message through her foreign minister that she also wants to resolve their differences.

XS
SM
MD
LG