ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່​ປຸ່ນ ແລະ​ເກົາຫຼີ​ໃຕ້​ ແນ​ໃສ່​ເສີມ​ຂະ​ຫຍາຍ​ ສາຍ​ພົວ​ພັນກັນ ​ໃຫ້​ແຂ່ງ​ແກ່ນ​ຂຶ້ນ ໃນ​ກອງ​ປະ​ຊຸມ​ຂອງກຸ່ມ​ ຈີ 7


ປະທານາທິບໍດີເກົາຫຼີໃຕ້, ທ່ານຢູນ ຊຸກ ຢອລ (ຂວາ) ຈັບ​ມືກັບ ນາຍົກລັດຖະມົນຕີຍີ່ປຸ່ນ, ທ່ານຟູມິໂອະ ກິຊິດະ ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ການ​ຮ່ວມ​ພາຍ​ຫລັງ​ການ​ປະ​ຊຸມ​ຂອງ​ພວກ​ເພິ່ນຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີໃນ​ນະ​ຄອນ​ຫລວງ​ໂຊ​ລ, ວັນ​ທີ 7 ພຶດ​ສະ​ພາ, 2023
ປະທານາທິບໍດີເກົາຫຼີໃຕ້, ທ່ານຢູນ ຊຸກ ຢອລ (ຂວາ) ຈັບ​ມືກັບ ນາຍົກລັດຖະມົນຕີຍີ່ປຸ່ນ, ທ່ານຟູມິໂອະ ກິຊິດະ ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ການ​ຮ່ວມ​ພາຍ​ຫລັງ​ການ​ປະ​ຊຸມ​ຂອງ​ພວກ​ເພິ່ນຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີໃນ​ນະ​ຄອນ​ຫລວງ​ໂຊ​ລ, ວັນ​ທີ 7 ພຶດ​ສະ​ພາ, 2023

ຜູ້ນຳ​ສູງ​ສຸດ​ຂອງ​ຍີ່ປຸ່ນ ​ແລະ​ເກົາຫຼີໃຕ້ ຈະ​ພະຍາຍາມ​ຮັກສາ​ທ່າ​ອຽງ ທີ່​ດີທີ່​ມຸ້ງ​ໄປ​ສູ່​ ການ​ປັບປຸງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ໃນ​ເວລາ​ພົບ​ປະ​ກັນ​ຢູ່​ຂ້າງ​ນອກ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 7 ປະ​ເທດ ຫລື G-7 ​ທີ່​ຈະ​ເລີ່​ມຂຶ້ນ​ໃນ​ວັນ​ສຸກ​ມື້​ອື່ນ​ນີ້ ​ຢູ່ນະ​ຄອນ​ຮີ​ໂຣ​ຊິ​ມາ.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູ​ມິ​ໂອະ ກິ​ຊິ​ດະ (Fumio Kishida) ຈະພົບປະກັບ ປະທານາທິບໍດີເກົາຫຼີໃຕ້, ທ່ານ​ຢູນ ຊຸກ ຢອ​ລ (Yoon Suk Yeol) ໃນວັນອາທິດ ຈະ​ມາ​ເຖິງນີ້ ເຊິ່ງເປັນມື້ສຸດທ້າຍຂອງກອງປະຊຸມທີ່​ຈະ​ດຳ​ເນີນ​ໄປ​ເປັນ​ເວ​ລາ 3 ວັນ, ອີງຕາມເຈົ້າໜ້າທີ່ເກົາຫຼີໃຕ້.

​ເກົາຫຼີໃຕ້ ບໍ່​ແມ່ນ​ສະມາຊິກ​ຂອງ​ກຸ່ມ G-7 ​ຊຶ່ງ​ເປັນ​ປະເທດ​ປະຊາທິປະ​ໄຕ​ທີ່​ກ້າວໜ້າ, ​ແຕ່ກໍ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ຈາກ​ທ່ານກິ​ຊິ​ດະ ​ໃຫ້​ເປັນ​ຜູ້​ສັງ​ເກດ​ການພ້ອມໆ​ກັນກັບ​ບັນ ດາ​ຜູ້ນຳ​ຂອງ​ຫຼາຍ​ປະ​ເທດ ​ທີ່​ບໍ່​ແມ່ນສະ​ມາ​ຊິກ​ຂອງກຸ່ມ G7.

ມັນເປັນການພົບປະຄັ້ງທີສາມລະຫວ່າງທ່ານ​ຢູນ ແລະທ່ານກິ​ຊິ​ດະໃນ​ໄລ​ຍະ​ມໍ່ໆ​ມານີ້ ຜູ້ທີ່ກໍາລັງກ້າວ​ໄປ​ຂ້າງຫນ້າ ໂດຍ​ມີການຂະຫຍາຍການຮ່ວມມືດ້ານຄວາມປອດໄພ ແລະ ເສດຖະກິດ ເຖິງແມ່ນວ່າ ຈະມີການຜັກ​ດັນ ກັບຈາກພາຍໃນຢູ່​ໃນແຕ່ລະປະ ເທດກໍ​ຕາມ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG