ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫລີໃຕ້ ແລະຍີ່ປຸ່ນ ຕົກລົງປັບປຸງ ສາຍພົວພັນການທູດ ແລະເສດຖະກິດ ໃຫ້ດີຂຶ້ນ


ທ່ານ Lee Myung-bak ປະທານາທິບໍດີເກົາຫລີໃຕ້ ກັບນາຍົກລັດຖະ ມົນຕີຍີ່ປຸ່ນ ທ່ານ Yoshihiko Noda ທີ່ເກົາຫລີໃຕ້ ວັນທີ່ 19 ເດືອນນີ້
ທ່ານ Lee Myung-bak ປະທານາທິບໍດີເກົາຫລີໃຕ້ ກັບນາຍົກລັດຖະ ມົນຕີຍີ່ປຸ່ນ ທ່ານ Yoshihiko Noda ທີ່ເກົາຫລີໃຕ້ ວັນທີ່ 19 ເດືອນນີ້

ຄະນະ​ນໍາພາ​ຂອງ​ເກົາຫລີ​ໃຕ້​ແລະ​ຍີ່ປຸ່ນ​ໄດ້​ຕົກລົງ​ປັບປຸງ​ສາຍ​ພົວພັນ​ທາງ​ການ​ທູດ​ແລະ​ເສດ
ຖະກິດ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ ​ເຖິງ​ແມ່ນ​ມີ​ຄວາມ​ຮູ້ສຶກ​ທີ່​ເຈັບ​ແສບ​ຈາກ​ການ​ຄອບ
ຄອງ​ຂອງ​ຍີ່ປຸ່ນ​ໃນ​ແຫລມ​ເກົາຫລີ​ແລະ​ມີ​ບັນຫາ​ຂັດ​ແຍ້​ງກັນ​ເລື້ອງ​ເຂດ​ນໍ້າ​ແດນ​ດິນ​ທີ່ຍັງແກ່
ຍາວ​ມາ​ກໍ​ຕາມ.

ປະທານາທິບໍດີ Lee Myung-bak ​ແຫ່ງ​ເກົາຫລີ​ໃຕ້​ໄດ້​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ກັບ​
ນາຍົກລັດຖະມົນຕີ Yoshihiko Noda ​ແຫ່ງ​ຍີ່ປຸ່ນ​ທີ່​ກຸງ​ໂຊນ​ໃນ​ວັນ​ພຸດ​ມື້​ນີ້ ຊຶ່ງ​ເປັນ​ການ​
ພົບ​ປະ​ຄັ້ງ​ທີ​ສອງ​ລະຫວ່າງ​ຜູ້​ນໍາ​ທັງ​ສອງ​ນັບ​ແຕ່​ທ່ານ​ໂນ​ດະ​ໄດ້​ຂຶ້ນ​ດໍາລົງ​ຕໍາ​ແໜ່ງນາຍົກລັດ
ຖະມົນຕີໃນ​ທ້າຍ​ເດືອນ​ສິງຫາ​ຜ່ານມາ. ຜູ້​ນໍາ​ທັງ​ສອງ​ໄດ້​ພົບ​ປະກັນ​ຢູ່​ນອກ​ກອງ​ປະ​ຊຸມ​ສະ
ມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ໃນ​ເດືອນ​ແລ້ວ​ນີ້.

ພວກ​ຜູ້​ນໍາ​ທັງ​ສອງ​ໄດ້​ຕົກລົງ​ຟື້ນ​ການ​ພົບ​ປະລະ​ດັບ​ເຮັດ​ວຽກ​ເຮັດ​ການ​ກັນຄືນ​ບົນ​ພື້ນ​ຖານ
ຂອງ​ຂໍ້​ຕົກລົງ​ການ​ຄ້າສອງ​ຝ່າຍ​ທີ່​ຕົກ​ຢູ່​ໃນສະພາ​ບໍ່​ໄປ​ບໍ່​ມາ​ເປັນ​ເວລາ​ດົນ​ນານ​ແລະເພີ່ມ​ທະ
ວີ​ຂໍ້​ຕົກລົງ​ເລື້ອງ​ການ​ແລກປ່ຽນ ​ເງິນຕາ​ກັນ​ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ເຮັດ​ໃຫ້​ຕະຫລາດ​ການ​ເງິນ
ຂອງ​ພວກ​ຕົນ​ມີ​ຄວາມ​ທຸ່ນ​ທ່ຽງ​ຂຶ້ນ.

ນອກ​ນັ້ນ​ພວກ​ຜູ້​ນໍາ​ທັງ​ສອງ​ຍັງ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ເຊ່ນ​ກັນ​ສືບ​ຕໍ່​ການ ຮ່ວມ​ໄມ້​ຮ່ວມ​ມື​ກັນ
ໃນ​ການ​ແກ້​ໄຂ​ບັນຫາ​ ການຜະລິດ​ອາວຸດນີວ​ເຄລຍ ຂອງ​ເກົາຫລີ​ເໜືອ​ນັ້ນ.

XS
SM
MD
LG