ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ຈີນແລະເກົາຫລີໃຕ້ສະເໜີ ໃຫ້ການຊ່ອຍເຫລືອແກ່ຍີ່ປຸ່ນ


ທ່ານເຫວີ້ນເຈຍບາວ ນາຍົກຈີນ(ຊ້າຍ) ປະທານາທິບໍດີ ຫລືມິອອງບັກ ແຫ່ງເກົາຫລີໃຕ້(ກາງ) ແລະນາຍົກ ນາໂອໂຕ ກັນ ແຫ່ງຍີ່ປຸ່ນ(ຂວາ) ທີ່ກອງປະຊຸມສຸດຍອດ ທີ່ກຸງໂຕກຽວ, ວັນທີ 22 ພຶດສະພາ 2011

ພວກ​ຜູ້​ນໍາ​ຂອງ​ເກົາຫລີ​ໃຕ້​ແລະ​ຈີນ​ໄດ້​ໃຫ້​ຄໍາ​ໜັ້ນສັນຍາ​ໃນ
ວັນ​ອາທິດ​ມື້ນີ້​ ທີ່​ຈະຊ່ອຍ​ເຫລື​ອຍີ່ປຸ່ນໃຫ້ຟື້ນ​ໂຕ​ຄືນ​ຈາກ​ໄພ
ແຜ່ນດິນ​ໄຫວ​ແລະ​ຄື້ນຟອງ​ຊຸ​ນະ​ມິ​ ເມື່ອ​ວັນທີ 11 ມີນາ
ນັ້ນ​ໃນ​ຂະນະ​ທີ່​ພວກ​ຜູ້​ນໍາ​ເຫລົ່າ​ນີ້​ພົບ​ປະສຸດຍອດ​ກັນ​ເປັນ
ເວລາ 2 ມື້​ ທີ່ກຸງ​ໂຕ​ກຽວ​.

ທ່ານ​ເຫວີ້​ນ​ເຈຍ​ບາ​ວ ນາຍົກລັດຖະມົນຕີຈີນ ​ແລະ​ປະທາ
ນາທິບໍດີ​ຫລີມິ​ອອງບັກ ​ແຫ່ງ​ເກົາຫລີ​ໃຕ້ ​ໄດ້​ມີປະຊຸມຮ່ວມ
ກັນ​ກັບ​ນາຍົກລັດຖະມົນຕີ ນາ​ໂອໂຕ​ ກັນ ​ແຫ່ງ​ຍີ່ປຸ່ນ​ເພື່ອ
ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ ຊອກຫາ​ຊ່ອງ​ທາງຮັບ​ມື​ກັບ​
ວິ​ກິດ​ການ​ນີວ​ເຄລຍທີ່​ໂຮງ​ໄຟຟ້າ Fukushima Daiichi ນັ້ນ.

ຈີນ​ແລະ​ເກົາຫລີ​ໃຕ້​ໄດ້​ຕໍາ​ໜິຕິຕຽນ​ຍີ່ປຸ່ນມາກ​ອ່ນ ທີ່​ໄດ້​ປ່ອຍ​ນໍ້າ​ທີ່ແປດ​ເປື້ອນດ້ວຍ​ກໍາ​ມັນ​ຕະພາບ​ລົງ​ສີ​ນີວ​ເຄລຍ ຈາກ​ໂຮງງານ​ດັ່ງກ່າ​ວ ລົງ ໃສ່​ມະຫາ​ສະມຸດ​ປາຊີ​ຟິກໂດຍ​ບໍ່​ໄດ້​ເຕື່ອນ​ໃຫ້​ພວກ​ເຂົາ​ເຈົ້າ​ຊາບ​ລ່ວງ​ໜ້າ ຊຶ່ງທ່ານ​ກັນ​ກໍໄດ້​ສະ​ແດງ​ຄວາມ​ເສຍ​ໃຈ ​ທີ່​ປະ​ເທດ​ຂອງ​ທ່ານບໍ່​ໄດ້​ກະທໍາ​ເຊ່ນ​ນັ້ນ ໃນ​ລະຫວ່າງການ​ພົບ​ປະ​ສຸດ​ຍອດ​ກັນ​ຄັ້ງນີ້.

ພວກ​ຜູ້​ນໍາ​ທັງ 3 ຍັງ​ກ່າວວ່າ ພວກ​ທ່ານ​ຈະແນ​ເປົ້າ​ໝາຍ​ໃນປີ​ນີ້ ​ໃສ່​ການ​ເຮັດ​ໃຫ້ສໍາ​ເລັດເສັດ​ສິ້ນ​ລົງ ການ​ຄົ້ນ​ຄວ້າກ່ຽວ​ກັບ​ເລື້ອງ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ກັນ​ໃນ​ຂັ້ນ​ກວ້າງຂວາງ​ ລະຫວ່າງ​ປະ​ເທດ​ຂອງ​ພວກ​ທ່ານ.

ຜູ້​ນໍາ​ຈີນ​ແລະ​ຜູ້​ນໍາ​ເກົາຫລີ​ໃຕ້​ເດີນທາງ​ໄປ​ຮອດ​ຍີ່ປຸ່ນໃນ​ວັນ​ເສົາ​ວານ​ນີ້ແລະ​ໄດ້​ພາກັນ​ໄປ​ຢ້ຽມ
ຢາມ​ສູນອົບ​ພະຍົບ​ແຫ່ງ​ນຶ່ງ​ໃນ​ເມືອງ Fukushima ທີ່ຢູ່​ຫ່າງ​ຈາກ​ໂຮງ​ໄຟຟ້າ​ທີ່​ໄດ້​ຮັບ​ໄພພິ
ບັດ​ນີວ​ເຄລຍຄັ້ງ​ຮ້າຍ​ແຮງ​ທີ່​ສຸດ​ຂອງ​ຍີ່ປຸ່ນ​ ພຽງ 50 ຫລັກ​ກິ​ໂລ​ແມັດ ຊຶ່ງ​ຢູ່​ທີ່​ນັ້ນບັນດາຜູ້​ນໍາ
ດັ່ງກ່າ​ວ​ໄດ້​ໂອ້​ລົມ​ກັນ​ກັບ​ພວກ​ອົບ​ພະຍົບ ແລະ​ສະ​ເໜີ​ໃຫ້​ກໍາລັງໃຈແລະ​ການ​ສະໜັບສະໜຸນ
ແກ່​ພວກເຂົາ​ເຈົ້າ.

XS
SM
MD
LG