ຍີ່ປຸ່ນໄດ້ໃຊ້ ເອກະສານປ້ອງກັນປະເທດປະຈຳປີ ໃນວັນອັງ
ຄານມື້ນີ້ ເພື່ອອອກຄຳເຕືອນໃໝ່ ກ່ຽວກັບອັນທີ່ຕົນເບິ່ງເຫັນ
ວ່າ ເປັນການກະທຳທີ່ທຳລາຍສະຖຽນລະພາບ ຢູ່ໃນຂົງເຂດ.
ເອກະສານທີ່ຮ້ອງວ່າ White Paper ຫລື ສະມຸດຂາວນັ້ນ
ສະແດງຄວາມເປັນຫ່ວງໂດຍສະເພາະ ກ່ຽວກັບຄຳປະກາດທີ່
“ເປັນອັນຕະລາຍຢ່າງສູງ” ຂອງຈີນ ໃນການຈັດຕັ້ງເຂດປ້ອງ
ກັນທາງອາກາດຂອງຕົນ ທີ່ບັງຄັບໃຫ້ເຮືອບິນທີ່ບິນຜ່ານເຂົ້າ
ໄປ ຕ້ອງລະບຸໂຕແລະແຈ້ງໃຫ້ຊາບ ຫລື ADIZ ຢູ່ໃນເຂດນຶ່ງ
ຂອງ ທະເລຈີນຕາເວັນອອກ ທີ່ຮວມທັງຫລາຍໆເກາະ ທີ່ຍີ່ປຸ່ນ
ກໍອ້າງເອົາກຳມະສິດເຊັ່ນກັນນັ້ນ.
ເອກະສານດັ່ງກ່າວ ທີ່ຄະນະລັດຖະບານໄດ້ຮັບຮອງເອົາໃນວັນອັງຄານມື້ນີ້ ກ່າວວ່າ ການ
ປະກາດຕັ້ງເຂດ ADIZ ແມ່ນເປັນຄາວມພະຍາຍາມຂອງຈີນ “ເພື່ອປ່ຽນແປງສະຖານະ
ພາບທີ່ເປັນຢູ່ໃນປັດຈຸບັນແຕ່ພຽງຝ່າຍດຽວ ເພື່ອເຮັດໃຫ້ສະຖານະການເຄັ່ງຕຶງຍິ່ງຂຶ້ນ ແລະອາດຈະສົ່ງຜົນສະທ້ອນທີ່ບໍ່ຕັ້ງໃຈ ຕິດຕາມມາ.”
ການຜິດຖຽງກັນກ່ຽວກັບໝູ່ເກາະສາຍນຶ່ງ ທີ່ຍີ່ປຸ່ນຄວບຄຸມຢູ່ນັ້ນ ໄດ້ເຮັດໃຫ້ ຄວາມສຳພັນ
ຍີ່ປຸ່ນ-ຈີນ ເສື່ອມໂຊມລົງຢ່າງຮ້າຍແຮງ ແລະທັງຍີ່ປຸ່ນກັບຈີນ ຕ່າງກໍພາກັນສົ່ງ ເຮືອບິນແລະກໍາປັ່ນໄປຍັງຂົງເຂດນັ້ນເປັນປະຈຳ ຊຶ່ງພາໃຫ້ມີຄວາມຢ້ານກົວກັນຫລາຍຂຶ້ນວ່າ ອາດຈະເກີດອຸປະຕິເຫດການປະທະກັນທາງທະຫານ ມື້ໃດມື້ນຶ່ງກໍໄດ້.
ຫລາຍໆປະເທດເພື່ອນບ້ານຂອງຈີນ ກໍໄດ້ກ່າວຫາປັກກິ່ງ ວ່ານຳໃຊ້ຍຸດທະສາດ ຮຸກຮານ
ທີ່ຄ້າຍຄືກັນນີ້ ເພື່ອສົ່ງເສີມການອ້າງເອົາກຳມະສິດໃນເຂດນ່ານນໍ້າ ຢູ່ໃກ້ກັບທະເລຈີນໃຕ້ນັ້ນ.