ຄວາມເຄົາລົບຕໍ່ສານບັນພະຊົນໃນປາງສົງຄາມ ທີ່ກຸງໂຕກຽວ ຊຶ່ງຫຼາຍໆປະເທດເພື່ອນບ້ານຂອງຍີ່ປຸ່ນຖືວ່າ ເປັນສັນຍາລັກ
ຂອງລັດທິທະຫານ ໃນອະດີດຜ່ານມາ ຂອງຍີ່ປຸ່ນ.
ການໄປຢ້ຽມຢາມ ສານ Yasukuni ຊຶ່ງເປັນການໄປສະແດງ
ຄວາມເຄົາລົບ ເທື່ອທຳອິດ ໂດຍນາຍົກລັດຖະມົນຕີ ທີ່ຍັງກຳ ຕຳແໜ່ງຢູ່ຂອງຍີ່ປຸ່ນນັບແຕ່ປີ 2006 ເປັນຕົ້ນມານັ້ນແມ່ນໄດ້
ຖືກປະນາມໂດຍໄວ ຈາກເກົາຫລີໃຕ້ແລະຈີນ ຊຶ່ງປະເທດທັງ
ສອງຕ່າງກໍເປັນຜູ້ໄດ້ຮັບເຄາະ ຈາກການຮຸກຮານຂອງຈັກກະ
ພັດຍີ່ປຸ່ນ.
ທ່ານ Abe ບໍ່ໄດ້ໃຫ້ຄວາມສຳຄັນໃດໆຕໍ່ຜົນກະທົບທາງດ້ານການເມືອງກ່ຽວກັບການໄປ ຢ້ຽມຢາມໃນວັນພະຫັດມື້ນີ້ ໂດຍເວົ້າວ່າ ມັນບໍ່ໄດ້ມີຈຸດປະສົງທີ່ຈະສ້າງຄວາມບໍ່ພໍໃຈໃຫ້ ແກ່ບັນດາປະເທດເພື່ອນບ້ານຂອງຍີ່ປຸ່ນ ແຕ່ເປັນສັນຍາລັກຂອງຄວາມເຄົາລົບ ຕໍ່ພວກທີ່ ເສຍຊີວິດໃນປາງສົງຄາມຂອງປະເທດ.
ສານ Yasukuni ຂອງສາສະໜາຊິນໂຕແມ່ນສ້າງຂຶ້ນເພື່ອໃຫ້ກຽດແກ່ພວກທີ່ເສຍຊີວິດ ໃນປາງສົງຄາມ ເກືອບ 2 ລ້ານ 5 ແສນຄົນ ຂອງຍີ່ປຸ່ນ ຮວມທັງ 14 ຄົນ ທີ່ຖືກຕັດສິນວ່າ ເປັນອາຊະຍາກອນສົງຄາມ ໃນລະຫວ່າງສົງຄາມໂລກ ຄັ້ງທີ 2.
ທ່ານ Qing Gang ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວປະນາມໃນທັນທີຕໍ່ການ ໄປຢ້ຽມຢາມສານດັ່ງກ່າວຂອງທ່ານ Abe ວ່າ ເປັນສິ່ງທີ່ຮັບເອົາບໍ່ໄດ້ຢ່າງເດັດຂາດສຳລັບ ປະຊາຊົນຊາວຈີນແລະທວງໃຫ້ກຸງໂຕກຽວໄຕ່ຕອງຄືນເບິ່ງປະຫວັດສາດໃນການຮຸກຮານ ຂອງຕົນ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ