ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ແລະເກົາຫຼີໃຕ້ ຕໍາໜິ ລັດຖະມົນຕີ ຍີ່ປຸ່ນ ທີ່ໄປວັດ Yasukuni


ສະມາຊິກສະພາຍີ່ປຸ່ນ ລວມທັງ ສພພາລັດຖະມົນຕີ ຊຶ່ງນໍາໜ້າໂດຍອາຈານສາສະໜາ Shinto ໃນຂະນະທີ່ພວກເຈົ້າໜ້າດັ່ງກ່າວໄປທີ່ວັດ Yasukuni Shrine ເພື່ອລະນຶກເຖິງຜູ້ເສຍຊີວິດໃນສົງຄາມ ທີ່ນະຄອນໂຕກຽວ, ໃນວັນ 18 ຕຸລາ, 2012.
ສະມາຊິກສະພາຍີ່ປຸ່ນ ລວມທັງ ສພພາລັດຖະມົນຕີ ຊຶ່ງນໍາໜ້າໂດຍອາຈານສາສະໜາ Shinto ໃນຂະນະທີ່ພວກເຈົ້າໜ້າດັ່ງກ່າວໄປທີ່ວັດ Yasukuni Shrine ເພື່ອລະນຶກເຖິງຜູ້ເສຍຊີວິດໃນສົງຄາມ ທີ່ນະຄອນໂຕກຽວ, ໃນວັນ 18 ຕຸລາ, 2012.
ຈີນ ແລະເກົາຫລີໃຕ້ ຕໍາໜິລັດຖະມົນຕີຍີ່ປຸ່ນສອງທ່ານ ທີ່ໄປ
ຢ້ຽມຢາມວັດແຫ່ງນຶ່ງຂອງສາສະໜາຊິນໂຕ ຊຶ່ງຖືວ່າເປັນສັນຍາ
ລັກ ແຫ່ງການຮຸກຮານລ່າເມືອງຂຶ້ນຂອງໂຕກຽວກ່ອນສະໄໝສົງ
ຄາມໂລກຄັ້ງທີສອງ.

ໃນວັນພະຫັດມື້ນີ້ລັດຖະມົນຕີກະຊວງຂົນສົ່ງຂອງຍີ່ປຸ່ນ ທ່ານ
Yuichiro Hata ແລະ ລັດຖະມົນຕີກະຊວງໄປສະນີ ທ່ານ
Mikio Shimoji ຮ່ວມກັບສະພາຜູ້ແທນຫລາຍສິບຄົນ ໄດ້
ພາກັນໄປທີ່ວັດ Yasukuni ໃນນະຄອນໂຕກຽວ ທີ່ໃຫ້ກຽດ
ແກ່ຜູ້ເສຍຊີວິດໃນ ສົງຄາມ 2 ລ້ານ 5 ແສນຄົນຂອງປະເທດ
ລວມທັງ 14 ຄົນທີ່ເປັນອາຊະຍາກອນສົງຄາມນຳດ້ວຍ.

ທ່ານ Hata ໄດ້ບອກພວກນັກຂ່າວວ່າ ທ່ານໄດ້ທໍາການຢ້ຽມ
ຢາມສະຖານທີ່ດັ່ງກ່າວ ໃນນາມສ່ວນຕົວ ແລະບໍ່ແມ່ນທາງການ.

ແຕ່ວ່າ ໂຄສົກກະຊວງການຕ່າງປະເທດຈີນ ທ່ານ Hong Lei ບໍ່ເຫັນພ້ອມກັບການ ຢ້ຽມຢາມດັ່ງກ່າວນັ້ນ ແລະປະນາມການໄປຢ້ຽມຢາມສະຖານທີ່ດັ່ງກ່າວ ຊຶ່ງທ່ານເວົ້າ
ວ່າ ມັນ “ຖືກໃຊ້ໂດຍລັດທິທະຫານຂອງຍີ່ປຸ່ນ ໃນການຮຸກຮານຕ່າງປະເທດ.”

ເຊັ່ນດຽວກັນ ໂຄສົກກະຊວງການຕ່າງປະເທດເກົາຫລີໃຕ້ ທ່ານ Cho-Tai-Young ເອີ້ນການຢ້ຽມຢາມນັ້ນວ່າ “ເປັນເລື້ອງທີ່ຂາດຄວາມຮັບຜິດຊອບ” ແລະ ສ້າງຄວາມເຈັບ ປວດ ໃຫ້ແກ່ຜູ້ທີ່ “ໄດ້ຮັບເຄາະຮ້າຍຈາກລັດທິຈັກກະພັດລ່າຫົວເມືອງຂຶ້ນຂອງຍີ່ປຸ່ນ.”
ທັງຈີນ, ເກົາຫລີໃຕ້ ແລະເກົາຫລີເໜືອ ຕ່າງກໍໄດ້ສະແດງຄວາມໂກດແຄ້ນຢູ່ເລື້ອຍໆມາ ຕໍ່ການໄປຢ້ຽມຢາມວັດ Yasukuni ຂອງເຈົ້າໜ້າທີ່ຍີ່ປຸ່ນ. ທັງສາມປະເທດໄດ້ຮັບຄວາມ ເສຍຫາຍໜັກຈາກການຮຸກຮານຂອງລັດທິທະຫານຍີ່ປຸ່ນໃນອະດີດຜ່ານມາ.
XS
SM
MD
LG