ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບໍລິສັດຊິໂອໂນກິຂອງ ​ຍີ່ປຸ່ນ ກ່າວວ່າ ​ການ​ທົດ​ລອງ​ປິ່ນ​ປົວ ໄດ້ສະແດງໃຫ້ເຫັນການກໍາຈັດໄວຣັສຢ່າງໄວວາ


ແຟ້ມຮູບ-ພາບຈາກກ້ອງຈຸລະທັດອິເລັກທຣອນປີ 2020 ທີ່ແຈກຢາຍໂດຍສະຖາບັນທາງດ້ານພະຍາດຕິດຕໍ່ ແລະພູມແພ້ແຫ່ງຊາດ-ຫ້ອງປະຕິບັດການ Rocky Mountain ເປີດເຜີຍໃຫ້ເຫັນໄວຣັສ SARS-CoV-2 ອັນນ້ອຍໆທີ່ບໍ່ສາມາດເຫັນດ້ວຍຕາ ອັນໄດ້ກໍ່ໃຫ້ເກີດພະຍາດໂຄວິດ-19, ໂດຍປະກົດອອກມາຈາດພື້ນຜິວຂອງ cells ທີ່ເຮັດໃຫ້ເກີດຂຶ້ນມາຢູ່..
ແຟ້ມຮູບ-ພາບຈາກກ້ອງຈຸລະທັດອິເລັກທຣອນປີ 2020 ທີ່ແຈກຢາຍໂດຍສະຖາບັນທາງດ້ານພະຍາດຕິດຕໍ່ ແລະພູມແພ້ແຫ່ງຊາດ-ຫ້ອງປະຕິບັດການ Rocky Mountain ເປີດເຜີຍໃຫ້ເຫັນໄວຣັສ SARS-CoV-2 ອັນນ້ອຍໆທີ່ບໍ່ສາມາດເຫັນດ້ວຍຕາ ອັນໄດ້ກໍ່ໃຫ້ເກີດພະຍາດໂຄວິດ-19, ໂດຍປະກົດອອກມາຈາດພື້ນຜິວຂອງ cells ທີ່ເຮັດໃຫ້ເກີດຂຶ້ນມາຢູ່..

ອີງ​ຕາມຂໍ້ມູນໃໝ່, ບໍ​ລິ​ສັດຜະລິດຢາ​ຍີ່ປຸ່ນກ່າວໃນວັນອາທິດວານນີ້ວ່າ ການທົດລອງຮັກສາຂອງກຸ່ມບໍລະສັດຊິ​ໂອ​ໂນ​ກິ (Shionogi) ໄດ້ສະແດງໃຫ້ເຫັນການກໍາຈັດໄວຣັສ ທີ່ເຮັດໃຫ້ເກີດໂຄວິດ-19 ລົງຢ່າງໄວວາ, ນັ້​ນ​ຄືລາຍງານ ຂອງອົງການຂ່າວຣອຍເຕີສ໌.

ຢາເມັດ S-217622 “ສະແດງໃຫ້ເຫັນເຖິງການຫຼຸດລົງຢ່າງໄວວາຂອງເຊື້ອໄວ ຣັສ SARS-CoV-2,” ກຸ່ມບໍລິສັດ Shionogi ກ່າວຢູ່ໃນຖະແຫຼງການ, ໂດຍອ້າງຈາກຜົນຮັບຂອງ Phase-2b ເຊິ່ງເປັນຂັ້ນຕອນ 2 ສ່ວນ 3 ກ່ຽວກັບລາຍລະອຽດທາງຄລີນິກຂອງຢາ.

ທາງບໍລິສັດ ມີຄວາມປາຖະໜາທີ່ຈະຜະລິດຢາເມັດ ຕ້ານໄວຣັສລະດັບໂລກ ເຊິ່ງໃນຂະນະນີ້ກໍາລັງຢູ່ໃນຂັ້ນຕອນການປະເມີນຜົນໂດຍໜ່ວຍງານຜູ້ຄວບຄຸມຂອງຍີ່ປຸ່ນ.

ຜົນການວິໄຈນີ້ ຖືກເຜີຍແຜ່ອອກມາໃນວັນອາທິດວານນີ້ ອັນຍັງໄດ້ສະແດງໃຫ້ເຫັນວ່າ “ບໍ່ມີຄວາມແຕກຕ່າງທີ່ສໍາຄັນໃນລະຫວ່າງການຮັກສາທົ່ວໄປ ຂອງຈໍານວນ 12 ອາການໂຄວິດ-19” ເຖິງແມ່ນວ່າ ຢາ ຈະແດງໃຫ້ເຫັນວ່າມີອາການທີ່ດີຂຶ້ນໃນລັກສະນະລວມຂອງ 5 ອາການເຊັ່ນ “ລະບົບທາງເດີນຫາຍໃຈແລະ ການມີໄຂ້ແຮງ,” ທາງບໍລິສັດ Shionogi ກ່າວ.

ທາງຜູ້ຜະລິດຢາ ໄດ້ກ່າວໃນເດືອນມີນາວ່າ ພວກເຂົາເຈົ້າຈະເປີດໂຕຂັ້ນຕອນການດໍາເນີນງານໄລຍະທີ 3 ໃນທົ່ວໂລກສໍາລັບຢານີ້ ດ້ວຍການສະໜັບສະໜຸນຂອງລັດຖະບານ, ແລະປະທານຜູ້ບໍລິຫານໃຫຍ່ ທ່ານອິຊາໂອະ ເຕຊິໂຣກິ (Isao Teshirogi) ກ່າວວ່າ ສາມາດຜະລິດໄດ້ເຖິງ 10 ລ້ານໂດສຕໍ່ປີ.

ການຄາດເດົາໃນກໍາໄລຂອງບໍລິສັດ Shionogi ແມ່ນເກີນຄວາມຄາດໝາຍຕໍ່ຄວາມສໍາເລັດ ໃນການຮັກສາ, ເຊິ່ງຫຸ້ນຂອງບໍລິສັດ ໄດ້ເພີ້ມສູງຂຶ້ນໃນວັນສຸກແລ້ວນີ້ ລຸນຫຼັງທີ່ມີລາຍງານວ່າ ລັດຖະບານສະຫະລັດ ທີ່ໄດ້ມີການກ່າວ ທີ່ຈະຈັດຊື້ຢາດັ່ງກ່າວນີ້.

ໃນວັນທີ 13 ເມສາ, ຮຸ້ນຂອງບໍລິສັດໄດ້ຫຼຸດລົງມາເຖິງ 16 ເປີເຊັນ ກ່ຽວກັບລາຍງານຂອງຢາ ທີ່ຈະກໍ່ໃຫ້ເກີດຄວາມສ່ຽງ ຕໍ່ການຖືພາ, ອີງຕາມຂໍ້ມູນກ່ອນການທົດລອງທາງຄລີນິກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG