ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ໄດ້ດໍາເນີນການ
ຕໍ່ໄປ ກ່ຽວກັບການຂຶ້ນພາສີໃນ ການຂາຍສິນຄ້າ ທີ່ເປັນບັນຫາ
ຖົກຖຽງໂຕ້ແຍ້ງ ເພື່ອຊ່ອຍຫຼຸດໜີ້ສິນສາທາລະນະຈຳນວນ
ມະຫາສານຂອງປະເທດລົງ.
ທ່ານ Abe ໄດ້ປະກາດໃນວັນອັງຄານມື້ນີ້ ກ່ຽວກັບແຜນການ
ທີ່ມີການຄາດໝາຍມາເປັນເວລາດົນນານແລ້ວນັ້ນ ທີ່ຈະຂຶ້ນ
ພາສີຜູ້ບໍລິໂພກຈາກ 5 ເປີເຊັນ ມາເປັນ 8 ເປີເຊັນ ພາຍໃນ
ເດືອນເມສາ ປີໜ້ານີ້.
ທ່ານ Abe ເວົ້າວ່າ “ເພື່ອຈະສ້າງຄວາມໄວ້ວາງໃຈຢູ່ພາຍໃນ
ປະເທດ ແລະຮັບຜ່ານການຄໍ້າປະ ກັນສັງຄົມແບບຍືນຍົງ ໃຫ້ແກ່ຄົນຮຸ່ນຫຼັງຕໍ່ໄປ ຂ້າພະ
ໄດ້ເຈົ້າຕັດສິນໃຈ ທີ່ຈະຂຶ້ນພາສີຂອງລັດຖະບານກາງແລະລັດຖະບານທ້ອງຖິ່ນ ຈາກ 5
ເປີເຊັນ ເປັນ 8 ເປີເຊັນ ພາຍໃນເດືອນເມສາ ປີ 2014.
ພາສີດັ່ງກ່າວນີ້ຈະສ້າງລາຍຮັບປະມານ 81 ພັນລ້ານໂດລາຕໍ່ນຶ່ງປີ. ມັນເປັນການສະແດງ
ອອກເຖິງຄວາມພະຍາຍາມຄັ້ງສຳຄັນເທື່ອທຳອິດ ນັບຕັ້ງແຕ່ປີ 1997 ເປັນຕົ້ນມາ ເພື່ອຈະ
ຫຼຸດໜີ້ສິນຂອງປະເທດລົງ ທີ່ມີທັງໝົດກາຍ 10 ພັນຕື້ໂດລາ ຊຶ່ງເປັນການຕິດໜີ້ທີ່ຫຼາຍທີ່ສຸດ
ໃນປະເທດອຸດສາຫະກໍາ.