ໃນວັນອາທິດມື້ນີ້ ຍີ່ປຸ່ນໄດ້ສົ່ງກຳລັງທະຫານ ແລະພະນັກງານກູ້ໄພ ຫຼາຍພັນຄົນໄປຊ່ອຍເຫຼືອປະຊາຊົນທີ່ຕົກຢູ່ໃນຄວາມລຳບາກ ແລະຕໍ່ສູ້ກັບໄພນ້ຳຖ້ວມ ທີ່ກະທົບຕໍ່ປະເທດ ຊຶ່ງເກີດຈາກພາຍຸໄຕ້ຟຸ່ນທີ່ຮ້າຍແຮງທີ່ສຸດຫົວນຶ່ງ ໃນປະວັດການ, ເຮັດໃຫ້ມີ 18 ຄົນເສຍຊີວິດ ແລະ ເຮັດໃຫ້ນະຄອນຫຼວງ ໂຕກຽວ ຕົກຢູ່ໃນສະພາບການຢຸດສະງັກ.
ຜູ້ປະກາດຂ່າວຂອງອົງການຂ່າວ NHK ໄດ້ກ່າວວ່າ ຍັງມີອີກ 13 ຄົນ ຫາຍສາບສູນຢູ່ ໃນຂະນະທີ່ພາຍຸໄຕ້ຟຸ່ນ ຮາກີບິສ ໄດ້ສ້າງຄວາມເສຍຫາຍ ໃນບໍລິເວນພື້ນທີ່ຕ່ຳຢ່າງກວ້າງຂວາງ ທາງພາກກາງ ແລະພາກຕາເວັນອອກ ຂອງຍີ່ປຸ່ນ ແລະເຮັດໃຫ້ເຮືອນຊານຫ້າແສນຫລັງຂາດໄຟຟ້າໃຊ້.
ການປະກາດຫ້າມບໍ່ໃຫ້ເຮືອບິນລົງຈອດໃນສະໜາມບິນ ນາຣີຕະ ແລະ ຮາເນດະ ຂອງນະຄອນ ໂຕກຽວ ໄດ້ຖືກຍົກເລີກໄປ ແຕ່ເຮືອບິນ ຫຼາຍກວ່າ 800 ຖ້ຽວບິນ ກໍໄດ້ຖືກຍົກເລີກເຊັ່ນກັນ ໃນມື້ດຽວກັນນັ້ນ ດັ່ງທີ່ອົງການຂ່າວ NHK ໄດ້ກ່າວໄປ ແລະວ່າ ການບໍລິການຂອງລົດໄຟຄວາມໄວສູງ Shinkansen ບາງສ່ວນ ກໍໄດ້ຖືກຍົກເລີກນຳດ້ວຍ.
ທາງການຂອງຍີ່ປຸ່ນ ໄດ້ຍົກເລີກການເຕືອນໄພຈາກນ້ຳຝົນ ໃນຂົງເຂດ ຄານໂຕ (Kanto) ຢູ່ໃນບໍລິເວນໃກ້ກັບນະຄອນຫຼວງໂຕກຽວ ບ່ອນທີ່ຮ້ານຄ້າຫຼາຍແຫ່ງ ໄດ້ເປີດບໍລິການຄືນອີກ ແລະລົດໄຟຫຼາຍສາຍ ກໍໄດ້ເປີດດຳເນີນການຄືນໃໝ່ ແຕ່ທາງການ ຍັງໄດ້ເຕືອນວ່າ ຍັງມີຄວາມສ່ຽງທີ່ນ້ຳໃນແມ່ນ້ຳຫຼາຍແຫ່ງຈະລົ້ນຝັ່ງ ຢູ່ທາງພາກຕາເວັນອອກຂອງຍີ່ປຸ່ນ ແລະສົ່ງຜົນກະທົບ ເຮັດໃຫ້ເກີດຄວາມເສຍຫາຍຮອບໃໝ່.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຊິນໂຊ ອາເບະ ໄດ້ຈັດກອງປະຊຸມສຸກເສີນກັບບັນດາລັດຖະມົນຕີທີ່ກ່ຽວຂ້ອງ ແລະໄດ້ສົ່ງບັນດາລັດຖະມົນຕີ ໄປຍັງພື້ນທີ່ທັງຫຼາຍ ທີ່ຖືກກະທົບ ເພື່ອກຳກັບນຳໄພພິບັດດັ່ງກ່າວນັ້ນ. ທ່ານໄດ້ສະແດງຄວາມເສົ້າສະຫລົດໃຈ ຕໍ່ບັນດາຄອບຄົວທັງຫຼາຍ ຜູ້ທີ່ສະມາຊິກຄອບຄົວຂອງພວກເຂົາ ໄດ້ສູນເສຍຊີວິດໄປ ແລະທ່ານໄດ້ກ່າວວ່າ ລັດຖະບານ ກຳລັງທຳງານ ເພື່ອຊ່ອຍຊີວິດປະຊາຊົນ ແລະຊັບສິນຂອງພວກເຂົາເຈົ້າ.
ທ່ານອາເບະ ໄດ້ກ່າວວ່າ “ລັດຖະບານ ຈະເຮັດທຸກສິ່ງທຸກຢ່າງໃນອຳນາດຂອງຕົນ ເພື່ອປະສານງານກັບອົງການຕ່າງໆທີ່ກ່ຽວຂ້ອງ ແລະບັນດາບໍລິສັດຕ່າງໆທີ່ກຳລັງຟື້ນຟູການໃຫ້ບໍລິການ ໄວທີ່ສຸດເທົ່າທີ່ຈະໄວໄດ້.” ລັດຖະບານຍັງໄດ້ຈັດຕັ້ງໜ່ວຍປະຕິບັດງານຂຶ້ນ ເພື່ອຮັບມືກັບຄວາມເສຍຫາຍ ອີງຕາມລາຍງານຂອງອົງການຂ່າວ NHK.