ຍີ່ປຸ່ນປະສົບຜົນສໍາເລັດ ໃນການຍິງຈະຫຼວດ ທີ່ບັນທຸກສໍາພາລະຕ່າງໆຂຶ້ນໄປຍັງ ສະຖານີອະວະກາດນາໆຊາດ ໂຮມທັງ ໄດ້ສົ່ງຫຸ່ນຍົນນ້ອຍອັນນຶ່ງ ສໍາລັບນັກບິນອະວະກາດຂອງຍີ່ປຸ່ນ ທີ່ຈະຂຶ້ນໄປປະຕິບັດງານໃນທ້າຍປີນີ້.
ບັນດາເຈົ້າໜ້າທີ່ປະຈໍາອົງການສໍາຫຼວດອະວະກາດຍີ່ປຸ່ນ ເວົ້າວ່າ ຈະຫຼວດ H2B ຊຶ່ງບັນ ທຸກອາຫານ ນໍ້າ ແລະສະບຽງອື່ນໆ ໄດ້ທະຍານຂຶ້ນຈາກເກາະ Tanegashima ໃນຕອນເຊົ້າໆວັນອາທິດ ມື້ນີ້.
ທີ່ລວມຢູ່ໃນສໍາພາລະດັ່ງກ່າວນັ້ນ ກໍມີຫຸ່ນຍົນນ້ອຍອັນນຶ່ງ ທີ່ໃຫ້ຊື່ວ່າ Kirobo ຊຶ່ງຈະໃຊ້ເປັນຕົວຮ່ວມປະຕິບັດງານ ສໍາລັບນັກອະວະກາດ Koichi Wakata ຜູ້ທີ່ຈະຂຶ້ນໄປຮ່ວມທີມງານ ໃນທ້າຍປີນີ້.
ຫຸ່ນຍົນນ້ອຍດັ່ງກ່າວ ມີຄວາມສູງ 34 ຊັງຕີແມັດ ສາມາດເວົ້າພາສາຍີ່ປຸ່ນໄດ້ ແລະຖືກອອກແບບ ໃຫ້ເປັນຕົວສ້າງກໍາລັງໃຈ ແກ່ຜູ້ຄົນທີ່ຢູ່ໂດດດ່ຽວ ມາເປັນເວລາດົນນານນັ້ນ ໄດ້ນໍາ.

ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ