ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຍີ່ປຸ່ນ ປະສົບ ຄວາມສຳເລັດ ໃນການສົ່ງຍານ ບໍ່ມີຄົນຂັບ ຂຶ້ນສູ່ ວົງໂຄຈອນ


ຍີ່ປຸ່ນ ປະສົບຜົນສໍາເລັດໃນການຍິງຈະຫລວດ H-2B ສົ່ງຍານລໍາລຽງສໍາພາລະທີ່ບໍ່ມີຄົນຂັບ ໄປຍັງສະຖານີອະວະ ກາດນາໆຊາດ.
ຍີ່ປຸ່ນ ປະສົບຜົນສໍາເລັດໃນການຍິງຈະຫລວດ H-2B ສົ່ງຍານລໍາລຽງສໍາພາລະທີ່ບໍ່ມີຄົນຂັບ ໄປຍັງສະຖານີອະວະ ກາດນາໆຊາດ.

ຍີ່​ປຸ່ນ ​ໄດ້​ປະສົບ​ຜົນ​ສໍາ​ເລັດໃນ​ການຍິງຈະ​ຫລວດ H-2B ​ເພື່ອ​ສົ່ງຍານ​ລຳລຽງ​ສຳພາລະທີ່​
ບໍ່​ມີ​ຄົນ​ຂັບ​ໄປ​ຍັງສະຖານີອະວະ​ກາດນາໆ​ຊາດ ຂຶ້ນສູ່​ວົງ​ໂຄຈອນ.

ຈະ​ຫລວດ ​ໄດ້​ຍິງຂຶ້ນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ເສົາມື້ນີ້ ຈາກ​ສູນ​ກາງ​ອະວະ​ກາດ Tanegashima ​
ໃນພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງຍີ່​ປຸ່ນ. ​ຍານ​ລຳ​ນີ້ ບັນທຸກສຳ ພາລະ​ຕ່າງ​ເຊັ່ນ ອາຫານ ​
ເຄື່ອງນຸ່ງ​ຫົ່ມ ​ແລະ​ອຸປະກອນ​ເຄື່ອງມື​ ທີ່​ມີ​ຄວາມ​ຈໍ​າ​ເປັນ​ຕ້ອງ​ໄດ້​ໃຊ້ທໍາ​ການ​ທົດ​ລອງຢູ່​ໃນ​
ອະວະກາດ.

ຍານ​ລຳລຽງ​ລຳ​ນີ້ ຄວນ​ຈະ​ໄປ​ເຖິງ​ສະຖານີ​ອະວະກາດນາໆ​ຊາດ ບ່ອນ​ທີ່​ນັກ​ບິນອະວະກາດ
Akihiko Hoshide ຂອງຍີ່ປຸ່​ນ ຊຶ່ງ​ເປັນ​ນຶ່ງ​ທີ່ພວມປະຕິບັດ ງານຢູ່​ທີ່ນັ້ນ ​ໃນ​ວັນທີ 27
ກໍລະກົດ​ນີ້.

XS
SM
MD
LG