ຍີ່ປຸ່ນໄດ້ຮັບປາກທີ່ຈະໃຫ້ເງິນຊ່ອຍເຫຼືອເພື່ອການພັດທະນາ ຈໍານວນ 7400 ລ້ານໂດລາ
ແກ່ 5 ປະເທດໃນເອເຊຍຕາເວັນອອກສຽງໃຕ້ ໃນຄວາມພະຍາຍາມເພື່ອສົ່ງເສີມຄວາມ
ຮ່ວມໄມ້ຮ່ວມມືກັບພວກປະເທດໃນລຸ່ມແມ່ນໍ້າຂອງ.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda ປະກາດຂ່າວການໃຫ້ຄໍາໜັ້ນສັນຍາ
ດັ່ງກ່າວໃຫ້ຮູ້ໃນກອງປະຊຸມສຸດຍອດລະຫວ່າງຍີ່ປຸ່ນແລະພວກປະເທດໃນລຸ່ມແມ່ນໍ້າ
ຂອງ ທີ່ກຸງໂຕກຽວໃນວັນເສົາວານນີ້ ຫຼັງຈາກທໍາການພົບປະກັບບັນດາຜູ້ນໍາປະເທດ
ຈາກ ກໍາປູເຈຍ ລາວ ມຽນມາ ໄທແລະຫວຽດນາມ.
ທ່ານ Noda ກ່າວວ່າ ສະຖຽນລະພາບແລະການພັດທະນາຂອງເອເຊຍຕາເວັນອອກ
ແມ່ນຈະມີຂຶ້ນບໍ່ໄດ້ ຖ້າປາດສະຈາກສະຖຽນລະພາບແລະການພັດທະນາໃນພາກພື້ນ
ແມ່ນໍ້າຂອງ.
ຈີນກໍໄດ້ພະຍາຍາມສ້າງອິດທິພົນໃນຂົງເຂດນີ້ເຊ່ນກັນ ໂດຍໄດ້ທຸ່ມເທການຊ່ອຍເຫຼືອ
ແລະການລົງທຶນເຂົ້າໃນພວກປະເທດໃນລຸ່ມແມ່ນໍ້າຂອງນັ້ນ.
ໃນວັນເສົາວານນີ້ເຊ່ນກັນ ຍີ່ປຸ່ນກ່າວວ່າ ຕົນຈະຍົກເລີກໜີ້ສິນຈໍານວນ3700 ລ້ານໂດລາ
ໃຫ້ແກ່ມຽນມາ ແລະຟື້ນການໃຫ້ຄວາມຊ່ອຍເຫຼືອຄືນໃນຖານະເປັນຊ່ອງທາງນຶ່ງ ເພື່ອ
ສະໜັບສະໜຸນການປະຕິຮູບ ໄປສູ່ລະບອບປະຊາທິປະໄຕແລະເສດຖະກິດຂອງມຽນ
ມານັ້ນ.
ລັດຖະບານມຽນມາໄດ້ຖືກຄອບຄອງໂດຍພວກທະຫານມາເປັນເວລາຫຼາຍທົດສະວັດ.
ແຕ່ນັບຕັ້ງແຕ່ໄດ້ຂຶ້ນດໍາລົງຕໍາເເໜ່ງເມື່ອ 1 ປີຜ່ານມານີ້ ປະທານາທິບໍດີ Thein Sein
ກໍໄດ້ດໍາເນີນການປະຕິຮູບໄປສູ່ລະບອບປະຊາທິປະໄຕຢ່າງລຽນຕິດມາ ຮວມທັງການ
ປ່ອຍໃຫ້ມີອິດສະລະພາບໃນວົງການຂ່າວຫຼາຍຂຶ້ນ ແລະການປ່ອຍພວກນັກໂທດການ
ເມືອງຫຼາຍຄົນໃຫ້ເປັນອິດສະລະ.