ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໖ ພຶດສະພາ ໒໐໒໖

ຍີ່​ປຸ່ນ ເວົ້າ​ວ່າບໍ​ລິ​ສັດ Seven & i ຕອນນີ້​ແມ່ນ​ “ແກນຫຼັກ” ຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ

ປ້າຍ​ຮ້ານສະ​ດວກ​ຊື້ 7 Eleven.
ປ້າຍ​ຮ້ານສະ​ດວກ​ຊື້ 7 Eleven.

ບໍ​ລິ​ສັດ​ຍັກ​ໃຫຍ່​ການ​ຂາຍ​ຫຍ່ອ​ຍ​ຂອງ ຍີ່​ປຸ່ນ ຄື​ບໍ​ລິ​ສັດຖື​ຮຸ້ນ Seven & i ຖືກ​ລະ​ບຸ​ເປັນ “ແກນຫຼັກ” ຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊ​າດ, ອີງ​ຕາມ​ລາຍ​ຊື່​ທີ່​ຖືກ​ປັບ​ປຸງ​ໃໝ່​ຂອງ​ກະ​ຊວງ​ການ​ເງິນ​ໃນ​ວັນ​ສຸກມື້ນີ້.

ກາ​ນ​ລະ​ບຸ​ໃໝ່​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ນຶ່​ງ​ອາ​ທິດຫຼັງ​ຈາກບໍ​ລິ​ສັດ Seven & i ໄດ້​ປະ​ຕິ​ເສດ​ຂໍ້​ສະ​ເໜີ​ຊື້​ມູນ​ຄ່າ 38.5 ຕື້​ໂດ​ລາ​ຈາກ​ບໍ​ລິ​ສັດ Alimentation Couche-Tard ຂອງ ກາ​ນາ​ດາ. ບໍ​ລິ​ສັດ Couche-Tard ແມ່ນ​ກຳ​ລັງ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ຂຶ້ນ​ຂໍ້​ສະ​ເໜີ​ລາ​ຄາ​ຂອງ​ເຂົາ​ເຈົ້າ, ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ Bloomberg.

ບໍ​ລິ​ສັດ Seven & i ແມ່ນ​ນຶ່ງ​ໃນ 88 ບໍ​ລິ​ສັດ​ໃໝ່​ທີ່​ຖືກ​ເພີ່ມ​ເຂົ້າ​ໃນ​ລາຍ​ຊື່​ຂອງ​ບໍ​ລິ​ສັດ​ທີ່​ເຫັນ​ວ່າ​ມີ​ແກນຫຼັກ​ທາງ​ດ້ານ​ເສດ​ຖະ​ກິດ​ຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ. ລາຍ​ຊື່​ດັ່ງ​ກ່າວ​ໂດຍ​ທົ່ວ​ໄປ​ແລ້ວ​ຈະ​ມີຫຼາຍ​ບໍ​ລິ​ສັດ​ໃນ​ຂະ​ແໜງ​ຕ່າງໆ​ເຊັ່ນ ພະ​ລັງ​ງານ ນິວ​ເຄ​ລຍ, ອະ​ວະ​ກາດ ແລະ ເຊ​ມີ​ຄອນ​ດັກ​ເຕີ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Japanese retail giant Seven & i Holdings has been classified as "core" to national security, according to an updated finance ministry list released on Friday.

The new classification comes a week after Seven & i rejected a $38.5 billion buyout offer from Canada's Alimentation Couche-Tard. Couche-Tard is discussing potentially raising its offer price, according to a Bloomberg report.

Seven & i was among 88 companies newly added to a list of companies deemed to have businesses core to national security. The list generally spans companies in sectors such as nuclear power, space and semiconductors.

This item is part of

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG