ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວ​ຍີ່​ປຸ່ນ​ໄດ້​ສັ່ງ​ລາ​ເປັນ​ຄັ້ງ​ສຸດ​ທ້າຍ ຕໍ່ທ່ານ​ຊິນ​ໂຊ ອາ​ເບະ ຜູ້​ຊຶ່ງ​ໄດ້​ປະ​ມູນ​ເຊື້ອ​ທີ່​ສັບ​ສົນ​ໄວ້​ໃຫ້​ເຂົາ​ເຈົ້າ


ພວກ​ໄປ​ໄວ້​ອາ​ໄລ ໄດ້​ເອົາ​ດອກ​ໄມ້​ໄປວາງ​ໄວ້ແທ່ນ​ບູ​ຊາ​ທີ່​ມີ​ຮູບ​ຂອງ​ທ່ານ​ຊິນ​ໂຊ ອາ​ເບະຕັ້ງ​ໄວ້ ​ຢູ່​ນອກ​ຫ້ອງ​ໂຖງ​ຂອງ​ສະ​ໜາມ​ກິ​ລາ Nippon Budokan ທີ່​ເປັນ​ບ່ອນ​ຈັດ​ພິ​ທີ​ສົບ​ຂອງ​ລັດ​ຖະ​ບານ​ໃຫ້​ແກ່ທ່ານ ອາ​ເບໃນ​ນະ​ຄອນ​ຫລວງ​ໂຕ​ກຽວ, ວັນ​ທີ 27 ກັນ​ຍາ, 2022.
ພວກ​ໄປ​ໄວ້​ອາ​ໄລ ໄດ້​ເອົາ​ດອກ​ໄມ້​ໄປວາງ​ໄວ້ແທ່ນ​ບູ​ຊາ​ທີ່​ມີ​ຮູບ​ຂອງ​ທ່ານ​ຊິນ​ໂຊ ອາ​ເບະຕັ້ງ​ໄວ້ ​ຢູ່​ນອກ​ຫ້ອງ​ໂຖງ​ຂອງ​ສະ​ໜາມ​ກິ​ລາ Nippon Budokan ທີ່​ເປັນ​ບ່ອນ​ຈັດ​ພິ​ທີ​ສົບ​ຂອງ​ລັດ​ຖະ​ບານ​ໃຫ້​ແກ່ທ່ານ ອາ​ເບໃນ​ນະ​ຄອນ​ຫລວງ​ໂຕ​ກຽວ, ວັນ​ທີ 27 ກັນ​ຍາ, 2022.

ຍີ່​ປຸ່ນ​ໄດ້​ຈັດ​ງານ​ສົບ​ຢ່າງໃຫຍ່​ຫລວງ​ໃນ​ວັນ​ອັງ​ຄານ​ມື້​ນີ້ ​ໃຫ້ແກ່​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີຊິນ​ໂຊ ອາ​ເບະ (Shinzo ອາ​ເບະ), ຊຶ່ງ​ເປັນນຶ່ງ​ໃນ​ຜູ້​ນໍາ​ທີ່​ມີ​ອິດ​ທິ​ພົນ​ທີ່​ສຸດ​ໃນ​ຍຸກໄຫມໃໝ່ຂອງ​ຍີ່​ປຸ່ນ​ ແລະ​ເປັນຜູ້ຖືກ​ລອບ​ສັງ​ຫານ​ໃນ​ເດືອນ​ກໍ​ລະ​ກົດທີ່ຜ່ານ​ມາ.

​ແຂກຜູ້​ມີ​ກຽດ​ຈາກ​ຕ່າງປະ​ເທດ​ຫຼາຍ​ຮ້ອຍ​ຄົນ​ໄດ້​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ ​ຢູ່​ສະໜາມ​ກິ​ລານິບ​ປອນ ບູ​ໂດ​ຄານ (Nippon Budokan) ໃນ​ໃຈກາງ​ນະຄອນຫຼວງ​ໂຕ​ກຽວ, ຊຶ່ງເປັນ​ການ​ສະທ້ອນໃຫ້​ເຫັນ​ເຖິງ​ຄວາມ​ມີ​ຊື່​ສຽງອັນ​ກວ້າງ​ໄກ​ ຂອງ​ທ່ານອາ​ເບະຢູ່​ຕ່າງປະ​ເທດ.

ໃນ​ດ້ານສາກົນນັ້ນ, ທ່ານອາ​ເບະ ໄດ້ຮັບການຍ້ອງຍໍຊົມເຊີຍສຳ​ລັບການຮ່ວມມືແລະ ມິດຕະພາບຂອງທ່ານ, ໂດຍສະເພາະກັບບັນດາປະເທດປະຊາທິປະໄຕ, ເຊິ່ງທ່ານກ່າວວ່າ ຄວນເຮັດວຽກຮ່ວມກັນ​ກ່ຽວ​ກັບສິ່ງທ້າທາຍທີ່​ມີຄືກັນ.

ຮອງ​ປະທານາທິບໍດີ​ສະຫະລັດ, ທ່ານນາງ​ຄາ​ມາ​ລາ ແຮ​ຣີ​ສ ​ຊຶ່ງ​ເປັນ​ຜູ້ນຳ​ພາ​ຄະນະ​ຜູ້​ແທນຂອງ​ສະຫະລັດໄປ​ຮ່ວມ​ໃນ​ງານ​ສົບ ​ໄດ້ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານອາ​ເບະ​ໄດ້​ປະໄວ້​ມູນ​ເຊື້ອ​ແຫ່ງ​ "ມິດຕະພາບ​ທີ່​ຍືນ​ຍົງ​ກັບ​ສະຫະລັດໄວ້."

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ, ທ່ານ​ເນ​ເຣນ​ດາ ໂມ​ດີ ຜູ້​ທີ່​ເຂົ້າ​ຮ່ວມ​ພິ​ທີ​ເຊັ່ນ​ດຽວ​ກັນ ກໍ​ໄດ້​ຂຽນ​ລົງ​ໃນທວີດ​ເຕີ (Twitter) ວ່າ ທ່ານອາ​ເບະ ແມ່ນ "ເພື່ອນ​ທີ່​ຮັກ​ແພງ ​ແລະ​ເປັນ​ຜູ້​ທີ່​ດີ​ເລີດ​ໃນ​ດ້ານມິດ​ຕະ​ພາບ​ລະ​ຫວ່າງອິນ​ເດຍກັບຍີ່​ປຸ່ນ."

Though Lauded Abroad, Japan’s Abe Leaves Complicated Legacy at Home
please wait

No media source currently available

0:00 0:02:33 0:00

ສ່ວນ​ຢູ່​ພາຍ​ໃນ​ປະ​ເທດນັ້ນ, ມູນ​ເຊື້ອທີ່​ມີບໍ່​ຫລາຍ​ປານ​ໃດຂອງທ່ານອາ​ເບະແມ່ນສັບ ສົນກວ່າ. ນັບ​ຕັ້ງ​ແຕ່​ການ​ເສຍ​ຊີ​ວິດ​ຂອງ​ທ່ານ​ມາ ກໍ​ມີງານ​ສົບ​ທີ່​ຈັດໃຫ້​ທ່ານ​ໂດຍ​ລັດ​ຖະ​ບານ​ ຊຶ່ງ​ເປັນ​ງານ​ສົບ​ທີ່​ມີ​ກຽດ​ທີ່ໂດຍ​ປົກ​ກະ​ຕິແລ້ວ​ ແມ່ນ​ເອົາ​ໄວ້​ຈັດ​ໃຫ້​ແຕ່ຈອມ​ຈັກ​ກະ​ພັດ ແລະ​ຄອບ​ຄົວ​ຂອງ​ພຣະ​ອົງເທົ່າ​ນັ້ນ ຊຶ່ງໄດ້​ເຮັດ​ໃຫ້​ມີ​ປະ​ຕິ​ກິ​ລິ​ຍາ​ໂຕ້​ຕອບ​ໃນ​ທາງ​ທີ່ບໍ່​ດີ​ຈາກ​ສາ​ທາ​ລະ​ນະຊົນ​.

ການ​ຢັ່ງ​ຫາງ​ສຽງ​ສະ​ແດງ​ໃຫ້​ເຫັນ​ວ່າ ຊາວ​ຍີ່​ປຸ່ນ​ສ່ວນ​ໃຫຍ່ ​ຄັດຄ້ານ​ການ​ໄປງານ​ສົບ​ທີ່​ຈັດ​ຂຶ້ນ​ໂດຍ​ລັດຖະ​ບານ. ຫຼາຍຄົນຈົ່ມວ່າ ງານນີ້ແມ່ນ​ມີ​ຄ່າ​ໃຊ້​ຈ່າຍຫລາຍຈົນເກີນໄປ. ໂຄງການຂອງລັດຖະບານຈະມີມູນຄ່າເຖິງ 12 ລ້ານໂດ​ລາ ຊຶ່ງຫຼາຍກ່ວາຈຳ​ນວນ​ທີ່ຄາດຄະເນໄວກ່ອນຫນ້ານີ້ຕັ້ງຫລາຍ.

ຫລາຍ​ພັນ​ຄົນ​ໄດ້​ເຂົ້າ​ຮ່ວມ​ການເດີນ​ຂະ​ບວນປະ​ທ້ວງຄັດ​ຄ້ານ​ຕໍ່​ການ​ຈັດພິ​ທີງານ​ສົບ​ດັ່ງ​ກ່າວ ເມື່ອ​ບໍ່​ດົນ​ມາ​ນີ້. ອາທິດແລ້ວນີ້, ຜູ້ຊາຍຄົນນຶ່ງໄດ້ຈູດໄຟເຜົາຕົນເອງຢູ່ໃກ້ໆ ກັບສຳນັກງານນາຍົກລັດຖະມົນຕີ, ປາກົດວ່າ ເພື່ອຄັດຄ້ານຕໍ່ແຜນການດັ່ງກ່າວ.

ນາງຊາ​ຊະ​ກິ (Sasaki), ຊາວໂຕກຽວທີ່ບອກ​ໃຫ້​ຮູ້ພຽງແຕ່ນາມສະກຸນຂອງນາງ ກ່າວວ່າ "ຂ້ອຍສັນ​ລະ​ເສີນມູນ​ເຊື້ອຂອງທ່ານແທ້ໆ, ແຕ່ຂ້ອຍຄິດ​ວ່າ ບໍ່​ຈຳ​ເປັນຕ້ອງໃຊ້ເງິນຫຼາຍປານນີ້ເພື່ອຈັດພິທີສົບຂອງລັດອັນໃຫຍ່ຫຼວງ".

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG