ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຍີ່ປຸ່ນ ປ່ອຍດາວທຽມ ສອງດວງ ຂຶ້ນສູ່ວົງໂຄຈອນ


Համասեռականների շքերթ՝ ԱՄՆ-ի մայրաքաղաքում
Համասեռականների շքերթ՝ ԱՄՆ-ի մայրաքաղաքում
ຍີ່ປຸ່ນໄດ້ປ່ອຍດາວທຽມສອງດວງຂຶ້ນສູ່ວົງໂຄຈອນຢູ່ໃນຈະຫຼວດ
ລໍາດຽວກັນ ໃນວັນອາທິດມື້ນີ້ ເພື່ອເສີມຂະຫຍາຍຄວາມສາມາດ
ໃນການເກັບກໍາຂ່າວລັບຂອງຕົນ.

ພວກນັກວິທະຍາສາດເວົ້າວ່າ ຈະຫຼວດດັ່ງກ່າວ ໄດ້ປ່ອຍດາວ
ທຽມເຣດາ ແລະດາວທຽມວິໄຈຈັບພາບທີ່ເປັນການທົດລອງຂຶ້ນ
ສູ່ວົງໂຄຈອນ.

ດາວທຽມເຣດາດັ່ງກ່າວຈະສາມາດ ຈັບພາບຂອງວັດຖຸໃນພາກ
ພື້ນດິນທີ່ນ້ອຍໆ ຂະໜາດເທົ່າກັບນຶ່ງແມັດມົນທົນໄດ້ ລວມທັງ
ໃນຕອນກາງ ຄືນ ແລະແມ່ນແຕ່ໃນຂະນະທີ່ມີເມກໝອກບົດບັງ.
ສ່ວນດາວທຽມ ວິໄຈຈັບພາບ ຈະເກັບກໍາເອົາຂໍ້ມູນ ເພື່ອໃຊ້ໃນ
ການຄົ້ນຄວ້າ ແລະການພັດທະນາ.

ຍີ່ປຸ່ນໄດ້ເລີ້ມການປ່ອຍດາວທຽມສອດແນມຫລາຍໆດວງຢ່າງຕໍ່ເນື່ອງກັນມາ ລຸນຫລັງທີ່
ເກົາຫລີເໜືອ ໄດ້ຍິງຈະຫລວດຂີປະນາວຸດ ຂ້າມຍີ່ປຸ່ນໄປ ໃນປີ 1998.
XS
SM
MD
LG