ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ຊິນ​ໂຊ ອາ​ເບະ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ດຳ​ລົງ​ຕຳ​ແໜ່ງ​ດົນ​ທີ່​ສຸດ​ຂອງ ຍີ່​ປຸ່ນ, ຖືກ​ລອບ​ສັງ​ຫານ


ພະ​ນັກ​ງານ​ຄົນ​ນຶ່ງ​ແຈກ​ຢາຍ​ໜັງ​ສື​ພິມ ໂຢ​ມິວ​ຣິ ຊິມ​ບຸນ ທີ່​ລາຍ​ງານ ກ່ຽວ​ກັບ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊິນ​ໂຊ ອາ​ເບະ ຖືກ​ຍິງ, ນະ​ຄອນຫຼວງ ໂຕ​ກຽວ, 8 ກໍ​ລະ​ກົດ, 2022.
ພະ​ນັກ​ງານ​ຄົນ​ນຶ່ງ​ແຈກ​ຢາຍ​ໜັງ​ສື​ພິມ ໂຢ​ມິວ​ຣິ ຊິມ​ບຸນ ທີ່​ລາຍ​ງານ ກ່ຽວ​ກັບ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊິນ​ໂຊ ອາ​ເບະ ຖືກ​ຍິງ, ນະ​ຄອນຫຼວງ ໂຕ​ກຽວ, 8 ກໍ​ລະ​ກົດ, 2022.

ທ່ານ ຊິນ​ໂຊ ອາ​ເບະ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ມີ​ອິດ​ທິ​ພົນ​ຂອງ ຍີ່​ປຸ່ນ, ​ໄດ້​ເສຍ​ຊີ​ວິດ ຫຼັງ​ຈາກ​ຖືກ​ຍິງ​ໃສ່​ໜ້າ​ເອິກ​ໃນ​ລະ​ຫວ່າງ​ການ​ກ່າວ​ຄຳ​ປາໄສ​ໃນ​ວັນ​ສຸກມື້ນີ້, ອີງ​ຕາມ​ບັນ​ດາ​ເຈົ້າ​ໜ້າ​ທີ່ ຍີ່​ປຸ່ນ.

ບັນ​ດາ​ພະ​ນັກ​ງານ​ແພດ​ໄດ້​ຟ້າວ​ເຂົ້າ​ໄປຊ່ວຍ​ຊີ​ວິດ​ຂອງ​ທ່ານ ອາ​ເບະ, ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ຟູ​ມີ​ໂອະ ກິ​ຊິ​ດະ ທີ່​ມີ​ຄວາມ​ເສຍ​ໃຈ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ຕອນ​ບ່າຍ​ວັນ​ສຸກມື້​ນີ້, ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ.

ໃນ​ຕອນ​ເຊົ້າ​ຂອງວັນ​ສຸກ​ມື້ນີ້, ທ່ານ ອາ​ເບະ ໄດ້​ກ່າວ​ຄຳ​ປາ​ໄສ​ຢູ່​ບ່ອນ​ໂຄ​ສະ​ນາ​ຫາ​ສຽງ​ ນອກ​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ​ໃນ​ເມືອງ ນາ​ຣະ, ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ເມືອງ ໂອ​ຊາ​ກະ, ເວ​ລາ​ທີ່​ຜູ້​ຊາຍ​ທີ່​ມີ​ປືນ​ໄດ້​ຍ່າງ​ເຂົ້າ​ໄປ​ຫາ​ທ່ານ​ຈາກ​ທາງຫຼັງ.

ລຸນຫຼັງ​ສຽງ​ດັງ​ແຮງ​ສອງ​ຄັ້ງ, ທ່ານ ອາ​ເບະ ກໍໄດ້​ລົ້​ມ​ລົງ​ພື້ນ​ດິນ ແລະ ມີ​ເລືອດ​ອອກ. ວິ​ດີ​ໂອ​ທີ່​ເອົາ​ລົງ​ໃນ​ສື່​ສັງ​ຄົມ​ປາ​ກົດ​ວ່າ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄົນ​ຜູ້​ທີ່​ຢືນ​ເບິ່ງ​ໄດ້​ຟ້າວ​ເຂົ້າ​ໄປ​ຊ່ວຍ​ທ່ານ ອາ​ເບະ, ຜູ້​ທີ່​ໄດ້​ນອນຢູ່​ພື້ນ​ດິນ​ໂດຍບໍ່​ຮູ້​ສຶກ​ຕົວ.

ທ່ານ ອາ​ເບະ ອາ​ຍຸ 67 ປີ​ໄດ້​ຖືກ​ນຳ​ພາ​ໄປ​ໂຮງ​ໝໍ, ບ່ອນ​ທີ່​ສື່ມວນ​ຊົນ​ໃນ​ທ້ອງ​ຖິ່ນ​ເວົ້າ​ວ່າ​ ທ່ານ​ໄດ້​ປະ​ເຊີນ​ກັບ​ພາ​ວະ​ຫົວ​ໃຈ​ຢຸດ​ເຕັ້ນ.

ໂທ​ລະ​ພາບ NHK ຂອງ​ຍີ່​ປຸ່ນ ໄດ້​ກ່າວ​ວ່າ​ຜູ້​ທີ່​ຖືກ​ກ່າວ​ຫາ​ວ່າ​ເປັນ​ມື​ປືນ, ຜູ້​ຊາຍ​ອາ​ຍຸ 41 ປີ​ຈາກ​ເມືອງ ນາ​ຣະ, ​ແມ່ນໄດ້​ຖືກ​ຄວບ​ຄຸມ​ຕົວ​. ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ​ຜູ້​ຊາຍ​ຄົນ​ດັ່ງ​ກ່າວ, ຖືກ​ລະ​ບຸ​ຊື່​ວ່າ​ເປັນ​ທ້າວ ເທັດ​ຊຸ​ຢະ ຢາ​ມາ​ກາ​ມິ, ເຄີຍຮັບ​ໃຊ້​ໜ້າ​ທີ່​ໃນ​ກອງ​ກຳ​ລັງ​ປ້ອງ​ກັນ​ຕົວ​ຂອງ ຍີ່​ປຸ່ນ 3 ປີ. ໂທ​ລະ​ພາບ NHK ໄດ້​ກ່າວ​ຕື່ມ​ວ່າ ຜູ້​ຊາຍ​ຄົນ​ນັ້ນ​ໄດ້​ບອກ​ຕຳຫຼວດ​ວ່າ​ລາວບໍ່​ພໍ​ໃຈ​ກັບ​ທ່ານ ອາ​ເບະ ແລະ ຢາກ​ທີ່​ຈະ​ຂ້າ​ທ່ານ.

ວິ​ດີ​ໂອຫຼັງ​ຈາກ​ການ​ຍິງ​ກັນ​ປາ​ກົດ​ວ່າ​ໄດ້​ສະ​ແດງ​ໃຫ້​ເຫັນ​ອາ​ວຸດ​ຄື​ກ່ອງ ພ້ອມ​ກັບ​ລຳ​ກ້ອງ​ປືນ​ໜາ​ສອງ​ອັນ​ນອນ​ຢູ່​ຖະ​ໜົນຫຼັງ​ຈາກ​ມື​ປືນ​ໄດ້​ຖືກ​ຄວບ​ຄຸມ​ຕົວ. ລາຍ​ງານ​ຂອງສື່ມວນ​ຊົນ​ໄດ້ກ່າວ​ວ່າ ອາ​ວຸດ​ທີ່​ວ່າ​ນັ້ນ​ປາ​ກົດ​ວ່າ​ເປັນ​ອາ​ວຸດ​ທີ່​ເຮັດ​ເອົາ​ເອງ.

ທ່ານ ອາ​ເບະ ໄດ້​ກ່າວ​ຄຳ​ປາ​ໄສ​ຢູ່​ການ​ໂຄ​ສະ​ນ​າ​ຫາ​ສຽງ​ນ້ອຍໆ​ກ່ອນ​ການ​ເລືອກ​ຕັ້ງ​ສະ​ພາ​ສູງ​ຂອງ​ຍີ່​ປຸ່ນ, ເຊິ່ງ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ອາ​ທິດນີ້. ຕາ​ຕະ​ລາງ​ການ​ປາ​ກົດ​ຕົວ​ຕໍ່​ສາ​ທາ​ລະ​ນະ​ຂອງ​ທ່ານ ອາ​ເບະ ແມ່ນ​ໄດ້​ຖືກ​ເປີດ​ເຜີຍ​ນຶ່ງວັນ​ກ່ອນ​ໜ້າ​ນັ້ນ.

ທ່ານ ກິ​ຊິ​ດະ ໄດ້​ກ່າວ​ປະ​ນາມການ​ໂຈມ​ຕີທີ່ “ປ່າ​ເຖື່ອນ​ແບບ​ລັບໆ” ນັ້ນ, ໂດຍ​ກ່າວ​ວ່າ ​ມັນ​ໄດ້​ເກີດ​ຂຶ້ນ​ໃນ​ລະ​ຫວ່າງ​ການ​ເລືອກ​ຕັ້ງ​ທີ່​ສ້າງ​ຕັ້ງ​ໝາກ​ຫົວ​ໃຈແຫ່ງ​ປະ​ຊາ​ທິ​ປະ​ໄຕ​ຂອງ ຍີ່​ປຸ່ນ. ທ່ານໄດ້​ປະ​ຕິ​ເສດ​ທີ່​ຈະ​ໃຫ້​ຄຳ​ເຫັນ ກ່ຽວ​ກັບ ຜົນ​ກະ​ທົບ​ທາງ​ການ​ເມືອງ ກ່ຽວ​ກັບ ການ​ຍິງ​ດັ່ງ​ກ່າວ. ບັນ​ດາ​ເຈົ້າ​ໜ້າ​ທີ່ ຍີ່​ປຸ່ນ ໄດ້​ກ່າວ​ວ່າ​ການ​ເລືອກ​ຕັ້ງ​ຈະ​ດຳ​ເນີນ​ຕໍ່​ໄປ.

ທ່ານ ອາ​ເບະ ແມ່ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ດຳ​ລົງ​ຕຳ​ແໜ່ງ​ດົນ​ທີ່​ສຸດ​ຂອງ ຍີ່​ປຸ່ນ. ທ່ານ​ໄດ້​ລົງ​ຈາກ​ຕຳ​ແໜ່ງ​ໃນ​ເດືອນ​ສິງ​ຫາ 2020 ແຕ່​ຍັງ​ຄົງ​ເຄື່ອນ​ໄຫວ​ໃນ​ການ​ເມືອງ​ຢູ່. ທ່ານ​ໄດ້​ສືບ​ຕໍ່​ທີ່​ຈະ​ເປັນ​ກະ​ບອກ​ສຽງ​ທີ່​ມີ​ອິດ​ທິ​ພົນ​ໃນ​ພັກ​ປະ​ຊາ​ທິ​ປະ​ໄຕ​ເສ​ລີ​ທີ່​ກຳ​ລັງ​ປົກ​ຄອງ​ປະ​ເທດ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG