ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກອງປະຊຸມສຸດຍອດ ຍີ່ປຸ່ນ-ຣັດເຊຍ ຕົກລົງດ້ານ ເສດຖະກິດ ແຕ່ບໍ່ມີການລົງນາມດ້ານສັນຕິພາບ


ປະທານາທິບໍດີຣັດເຊຍ ທ່ານ Vladimir Putin (ຊ້າຍ) ແລະນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ຢູ່ກອງປະຊຸມ ຍີ່ປຸ່ນ-ຣັດເຊຍ ທີ່ນະຄອນໂຕກຽວ.
ປະທານາທິບໍດີຣັດເຊຍ ທ່ານ Vladimir Putin (ຊ້າຍ) ແລະນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ຢູ່ກອງປະຊຸມ ຍີ່ປຸ່ນ-ຣັດເຊຍ ທີ່ນະຄອນໂຕກຽວ.

ນາຍົກລັດຖະມົນ​ຕີ​ຍີ່ປຸ່ນ ທ່ານ Shinzo Abe ​ແລະປະທານາທິບໍດີຣັດ​ເຊຍ ທ່ານ Vladimir ​ໄດ້​ເສັດ​ສິ້ນ​ການ​ສົນທະນາ​ສອງ​ວັນ ​ປາດ​ສະ​ຈາກ​ການ​ລົງ​ຄວາມ​ເຫັນ​ທີ່​ສຳຄັນ​ໃດໆ​ກ່ຽວ​ກັບ​ບັນຫາ​ສຳຄັນ ທີ່​ແບ່ງ​ແຍກ​ເຂົາ​ເຈົ້າ ກ່ຽວ ກັບການ​ຖົກ​ຖຽງ​ເຂດ​ນໍ້າ​ແດນ​ດິນ ທີ່​ກ່າວ​ເຖິງ​ຢູ່​ໃນສະ​ໄໝ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ.

ຜູ້ນຳ​ທັງ​ສອງ​ໄດ້​ພົບ​ປະກັນ​ໃນ​ວັນ​ສຸກ​ມື້​ນີ້​ທີ່​ນະ​ຄອນ Tokyo ຫລັງ​ຈາກ​ໄດ້​ສົນທະນາ​ນຶ່ງ​ມື້ກ່ອນໜ້າ ຢູ່ບ່ອນ​ຕາກ​ອາກາດ ສະຖານ​ທີ່​ອາບ​ນໍ້າຮ້ອນ ​ຢູ່ທາງ​ພາກໃຕ້​ຂອງ​ຍີ່ປຸ່ນ​.

ຢູ່​ໃນ​ນະຄອນຫລວງ​ຍີ​ປຸ່ນ ຕຳຫລວດ​ໄດ້​ກີດ​ກັ້ນ​ພວກ​ປະ​ທ້ວງ​ຫົ​ວຊາດ​ນິຍົມ ຈາກ​ກອງ​ປະຊຸ​ມສຸດ​ຍອດ. ພວກ​ປະ​ທ້ວງ​ໄດ້​ຮຽກຮ້ອງ​ໃຫ້ຣັດ​ເຊຍ ສົ່ງບັນ​ດາ​ເກາະ Kuril ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ມະຫາ​ສະມຸດ​ປາຊິ​ຟິກຄືນ ທີ່​ໄດ້​ຍຶດ​ເອົາ​ຈາກກຳລັງຣັ​ດ​ເຊຍ​ໃນ​ຕອນ​ທ່້າຍ​ສຸດ​ຂອງ​ສົງຄາມ ທີ່​ໄດ້ບັງຄັບ​ໃຫ້​ຊາວ​ຍີ​ປຸ່ນຈຳນວນ 17,000 ຄົນ​ພາກັນ​ຫລົບ​ໜີ.

ຣັດເຊຍ ມີແຜນທີ່ຈະສ້າງຄ້າຍທະຫານຢູ່ບັນດາໝູ່ເກາະ Kuril.
ຣັດເຊຍ ມີແຜນທີ່ຈະສ້າງຄ້າຍທະຫານຢູ່ບັນດາໝູ່ເກາະ Kuril.

ທັງ​ສອງ​ປະ​ເທດ ບໍ່ມີ​ຄວາມສາມາດ​ເຫັນ​ດີ​ນຳ​ກັນ​ຫລັງ​ຈາກ​ການ​ລົງ​ນາ​ມສັນຕິ ພາບຫລັງ​ສົງຄາມ ​ເພາະວ່າ​ຍັງ​ດຳ​ເນີນ​ການ​ໂຕ້​ແຍ້​ງກ່ຽວ​ກັບ​ການ​ເປັນ​ເຈົ້າ​ຂອງໆ​ໝູ່​ເກາະ​ດັ່ງກ່າວ.

ຢູ່​ນະຄອນ Tokyo ຜູ້​ນຳ​ທັງ​ສອງ​ໄດ້​ສົນທະນາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ລົງ​ນາມ​ສັນ​ພາບ ​ແລະ​ຕົກ​ລົງ​ທີ່​ຈະ​ຊ່ວຍ​ການ​ຮ່ວມ​ມືດ້ານ​ເສດຖະກິດ ທີ່ຈະ​ຊ່ວຍ​ສ້າງ​ສະພາບ​ການ​ເພື່ອ​ບັນລຸ​ຈຳນວນ​ນຶ່ງ​ໃນຂໍ້​ຕົກ​ລົງ​ອານາ​ຄົດກ່ຽວ​ກັບ​ບັນດາ​ໝູ່​ເກາະ.

ຕຳຫລວດຍີ່ປຸ່ນຢືນຍາມ ກ່ອນໜ້າການເດີນທາງຂອງ ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ອອກຈາກບ່ອນຕາກອາກາດ ບ່ອນອາບນໍ້າຮ້ອນ.
ຕຳຫລວດຍີ່ປຸ່ນຢືນຍາມ ກ່ອນໜ້າການເດີນທາງຂອງ ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ອອກຈາກບ່ອນຕາກອາກາດ ບ່ອນອາບນໍ້າຮ້ອນ.

ຢູ່​ທີ່​ກອງ​ປະຊຸມ​ນັກ​ຂ່າວ ຫລັງ​ຈາກ​ກອງ​ປະຊຸມສຸດ​ຍອດຂອງ​ຜູ້ນຳ​ທັ​ງສອງ ທ່ານ Abe ກ່າວ​ວ່າ “ປາດ​ສະ​ຈາກ​ຄວາມ​ເຊື່ອ​ຖື ​ເປົ້າ​ໝາຍຈະບັນລຸ​ຜົນ​ບໍ່​ໄດ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG