ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການຂັດແຍ້ງຍີ່ປຸ່ນ-ຣັດເຊຍ


ປະທານາທິບໍດີຣັດເຊຍ ທ່ານ Dmitry Medvedev ໄປຢ້ຽມຢາມເກາະ ທີ່ມີການຂັດແຍ້ງ ກັບຍີ່ປຸ່ນ
ປະທານາທິບໍດີຣັດເຊຍ ທ່ານ Dmitry Medvedev ໄປຢ້ຽມຢາມເກາະ ທີ່ມີການຂັດແຍ້ງ ກັບຍີ່ປຸ່ນ

ຍີ່ປຸ່ນກ່າວວ່າ ຕົນພວມຮຽກໂຕເອກອັກຄະລັດຖະທູດຂອງ
ຕົນປະຈຳກຸງມົສກູກັບຄືນປະເທດໃນການເຄື່ອນໄຫວລ່າສຸດ
ທີ່ພົວພັນ​ກັບການຂັດແຍ້ງ ກ່ຽວກັບການເດີນທາງຂອງປະ
ທານາທິບໍດີຣັດເຊຍທ່ານ Dmitry Medvedev ໄປຢ້ຽມ
ຢາມເກາະດອນແຫ່ງນຶ່ງ ທີ່​ເປັນ​ຈຸ​ດຂັດແຍ້ງກັນໃນເຂດມະ
ຫາສະມຸດປາຊີຟິກ.

ລັດຖະມົນຕີການຕ່າງປະເທດຍີ່ປຸ່ນທ່ານ Seiji Maehara
ກ່າວໃນວັນອັງຄານມື້ນີ້ວ່າ ທ່ານຈະຮຽກໂຕເອກອັກຄະລັດ
ຖະທູດຍີ່ປຸ່ນກັບຄືນກຸງໂຕກຽວຊົ່ວຄາວເພື່ອທ່ານຈະສາມາດ
ໄດ້ຮູ້ຂ່າວຄາວເພີ້ມຕື່ມ ກ່ຽວກັບການໄປຢ້ຽມຢາມເກາະດັ່ງກ່າວ ຂອງທ່ານ Medvedev
ໃນມື້ວານນີ້.

ທັງໆທີ່ປາກົດວ່າໄດ້ເກີດຄວາມເຄັ່ງຕຶງຢ່າງຮ້າຍແຮງກໍຈິງແຕ່ໂຄສົກຄົນນຶ່ງຂອງລັດຖະບານ
ຍີ່ປຸ່ນ ກ່າວໃນຕອນເຊົ້າຂອງວັນອັງຄານມື້ນີ້ວ່າ ບໍ່ມີທ່າທາງວ່າບັນຫາຂັດແຍ້ງນີ້ຈະເປັນອຸບ
ປະສັກຂັດຂວາງ ຕໍ່ການພົບປະລະຫວ່າງພວກຜູ້ນຳ ຂອງປະເທດທັງສອງໃນທ້າຍເດືອນນີ້.

ມີກຳນົດວ່າ ທ່ານ Medvedev ແລະນາຍົກລັດຖະມົນຕີຍີ່ປຸ່ນທ່ານ Naoto Kan ຈະພົບ
ປະກັນໃນລະຫວ່າງກອງປະຊຸມສຸດຍອດ​ເອເປັກທີ່ປະເທດຍີ່ປຸ່ນຊຶ່ງຈະມີຂຶ້ນໃນວັນທີ 13
ຫາ 14 ເດືອນນີ້.

ໃນມື້ວານນີ້ທ່ານ Medvedev ໄດ້ໄປຢ້ຽມຢາມນຶ່ງໃນ 4 ເກາະດອນທີ່ສະຫະພາບໂຊວຽດ
ຢຶດເອົາຈາກຍີ່ປຸ່ນໃນຕອນທ້າຍຂອງສົງຄາມໂລກຄັ້ງທີ 2. ຍີ່ປຸ່ນບໍ່ເຄີຍຮັບຮູ້ວ່າ ໝູ່ເກາະດັ່ງ
ກ່າວ ເປັນດິນແດນຂອງຣັດເຊຍ ແລະບັນຫາຂັດແຍ້ງນີ້ ໄດ້ເປັນອຸບປະສັກຂັດຂວາງບໍ່ໃຫ້
ປະເທດທັງສອງ ສາມາດຢຸດຕິສົງຄາມ ລະຫວ່າງກັນ ຢ່າງເປັນທາງການໄດ້.

XS
SM
MD
LG