ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມະນຸດຫຸ່ນຈັກ ຊະນະການແຂ່ງຂັນ ທີ່ຢີ່ປຸ່ນ


ມະນຸດຫຸ່ນຈັກ ແລ່ນແຂ່ງຂັນກັນທີ່ຍີ່ປຸ່ນ
ມະນຸດຫຸ່ນຈັກ ແລ່ນແຂ່ງຂັນກັນທີ່ຍີ່ປຸ່ນ

















ຫຸ່ນຈັກ Robovie-PC ​ ​ທີ່ມີ​ລັກສະນະ​ຄືມະນຸດ​ແລະ​ມີຂະ​ໜາດ​ເທົ່າ​ກັບເຄື່ອງ​ຫລິ້ນ
ເດັກນ້ອຍ ​ໄດ້​ຊະນະ​ການ​ແຂ່ງຂັນແລ່ນ​ທົນ ສໍາລັບໂຣບອ໊ດ ຫລືຫຸ່ນ​ຈັກ 2 ຂາ​ ຄັ້ງ​
ທໍາ​ອິດ​ຂອງ​ໂລກ.

ມະນຸດ​ຫຸ່ນ​ຈັກ Robovie-PC ທີ່​ສູງ 40 ຊັງ​ຕີ​ແມັດ ຊະ​ນະ​ການ​ແຂ່ງຂັນ​ໃນ​ວັນ​ເສົາ
ວານ​ນີ້​ ທີ່​ເມືອງ​ໂອຊາ​ກາ ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ຍີ່ປຸ່ນ ​ໂດຍທໍາ​ຄະ​ແນນ​ໄດ້​ໄວ​ກ່ວາ
ຄູ່​ແຂ່ງ​ທີ່​ສູ​ສີກັນ​ທີ່​ສຸດ​ນັ້ນ ພຽງນຶ່ງ​ວິນາ​ທີ. Robovie ທີ່​ມີນໍ້າໜັກ 2.4 ກິ​ໂລ ໄດ້​ໂບກ
ແຂນເຫລັກ​ເບື້ອງຂວາຂອງ​ມັນແລະ​ກົ້ມ​ຫົວ​ຄໍານັບຝູງ​ຊົນ​ທີ່​ຮ້ອງເຊຍສະໜັບ​ສະ​ໜຸນ
ເວລາ​ແລ່ນ​ຂ້າມ​ເສ້ນ​ໄຊ​ໄປ.

ແຕ່ພວກ​ມະນຸດ​ທີ່​ແລ່ນ​ທົນ​ທັງຫລາຍ​ບໍ່​ຕ້ອງ​ວິຕົກ​ກັງວົນ​ນໍາ​ການ​ແຂ່ງຂັນ​ຈາກ ມະນຸດ​ຫຸ່ນ​ຈັກ ໃນ​ເວລາ​ອັນ​ໃກ້ໆ​ນີ້. ມະນຸດ​ແລ່ນ​ທົນ​ທີ່​ເກັ່ງ​ທີ​ສຸດ ສາມາດ​ແລ່ນ​ 42 ຫລັກກິ​ໂລ​ແມັດໄດ້ ໃນ​ເວລາ​ພຽງ​ແຕ່ 2 ຊົ່ງ​ໂມງ​ປາຍ​ນ້ອຍ​ດຽວ ​ແຕ່​ມະນຸດ​ກົນ Robovie ​ໃຊ້​ເວລາເກືອບ​ຮອດ 55 ຊົ່ວໂມງ​ ໃນ​ໄລຍະ​ທາງເທົ່າໆ​ກັນ.

ຫຸ່ນ​ຈັກ ຫລື robot ​5 ໂຕທີ່​ໃຊ້​ຖ່ານ​ໄຟ​ສາຍ​ຫລື battery 5 ອັນ ​ໄດ້ເລີ້ມອອກ​ແລ່​ນ​ແຂ່ງຂັນ​ຕັ້ງ​ແຕ່​ເຊົ້າ​ວັນ​ພະຫັດ. Robot ​ໂຕນຶ່ງ​ແລ່ນ​ໄປ​ໄດ້​ພຽງ​ແຕ່​ຮອບ​ດຽວ ​ສ່ວນອີກ 4 ​ໂຕແຂ່ງ​ກັນ​ຈົນ​ສໍາ​ເລັດ ​ໂດຍໄດ້​ລຸກ​ຂຶ້ນ​ໃໝ່​ທຸກ​ຄັ້ງຫລັງ​ຈາກ​ລົ້ມ​ລົງສູ່​ພື້ນເດີ່ນ ຫລື​ວ່າຕໍາ​ກັນ​ລົ້ມ. ສໍາລັບ​ການ​ແຂ່ງຂັນ​ແລ່ນ​ທົນ​ຂອງ​ມະນຸດ ທີ່​ເອີ້ນ​ວ່າ Tokyo Marathon ນັ້ນ ຈະ​ມີ​ຂຶ້ນ​ໃນ​ວັນ​ອາທິດ​ມື້​ນີ້​ເອງ.

XS
SM
MD
LG