ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່​ປຸ່ນ ແກ້ໄຂ ຫຼັກສູດ ​ການ​ສອນ ກ່ຽວກັບໝູ່​ເກາະ ທີ່ໂຕ້ແຍ້ງກັນ (ວີດີໂອ)


ໝູ່ເກາະຫີນ ທີ່ຮູ້ກັນໃນຍີ່ປຸ່ນວ່າ Senkaku ແລະໃນຈີນວ່າ Diaoyu ຕັ້ງຢູ່ ໃນທະເລຈີນ ຕາເວັນອອກ.
ໝູ່ເກາະຫີນ ທີ່ຮູ້ກັນໃນຍີ່ປຸ່ນວ່າ Senkaku ແລະໃນຈີນວ່າ Diaoyu ຕັ້ງຢູ່ ໃນທະເລຈີນ ຕາເວັນອອກ.
ຍີ່​ປຸ່ນ ກໍາລັງ​ທົບ​ທວນ ຫລັກສູດ​ການ​ສອນ ​ຢູ່​ໂຮງຮຽນ​ມັດທະຍົມ​
ກາງ ​ແລະ​ມັດທະ​ຍົມປາຍ ​ເພຶ່ອສະໜັບສະໜຸນຕໍ່ການເອົາກຳມະ
ສິດຂອງຕົນ ເອົາໝູ່​ເກາະໝູ່ດອນຈຳນວນນຶ່ງ ທີ່​ເກົາຫລີ​ໃຕ້ ​ແລະ​ຈີນກໍອ້າງເອົາກຳມະສິດຄືກັນ ນັ້ນ.

ລັດຖະມົນຕີກະຊວງ​ສຶກສາທ່ານ Hakubun Shimomura ກ່າວ
​ໃນ​ວັນ​ອັງຄານ​ມື້ນນີ້ວ່າ ພາຍໃຕ້​ການ​ທົບ​ທວນນີ້ ບັນດາ​ນາຍຄູ​
ຕ້ອງ​ໄດ້​ບອກ​ພວກ​ນັກຮຽນ​ຂ​ອງ​ເຂົາ​ເຈົ້າ​ວ່າ ບັນດາ​ໝູ່​ເກາ​ະເຫຼົ່າ
“ແມ່ນ​ເຂດ​ນໍ້າແດນດິນ​ອັນສົມ ບູນຂອງ​ຍີ່ປຸ່ນ.”

ທ່ານ​ກ່າວ​ເພີ້​ມ​ເຕີມວ່າ. “​ພວກ​ເຮົາ​ໄດ້​ຕັດສິນ​ໃຈ ​ໃຫ້ຄວາມກະຈ່າງແຈ້ງກ່ຽວ​ກັບ​ບັນດາ​ໝູ່​ເກາະທີ່ມີການຂັດແຍ້ງ ​ໃນ​ຫລັກສູດ​ການ​ສອນ. ພວກ​ເຮົາ ພ້ອມ​ດ້ວຍ ກະຊວງ​ການ​ຕ່າງປະ​ເທດ ​ຍີ່ປຸ່ນ ຫວັງ​ວ່າ ຈະ​ໃຫ້​ຄໍາ​ອະພິ​ບາຍ​ທີ່​ຈໍາ​ເປັນ​ແກ່ ບັນດາ​ປະ​ເທດ​ເພື່ອນ​ບ້ານ ​ກ່ຽວ​ກັບ​ເຫດຜົນ​ ເບື້ອງ​ຫລັງ​ຂອງ​ການ​ດັດ​ແປງນີ້. ຂ້າພະ​ເຈົ້າ ຍັງ​ຕ້ອງການ​ຢາກ​ໃຫ້​ລາຍ​ລະອຽດ ໃນການອະທິ​ບາຍ​ດ້ວຍ​ໂຕ​ຂອງ​ຂ້າພະ​ເຈົ້າເອງ ກ່ຽວ​ກັບທ່າທີຂອງປະ​ເທດ​ເຮົາ ຖ້າ​ຫາກ​ວ່າ​ໂອກາດ​ດັ່ງກ່າວເກີດ​ຂື້ນ.”

Japan
please wait
Embed

No media source currently available

0:00 0:01:48 0:00


ການ​ເຄື່ອນ​ໄຫ​ວນີ້ ​ແມ່ນພົວພັນກັບໝູ່​ເກາະນຶ່ງ​ໃນທະ​ເລ​ຍີ່ປຸ່ນ ທີ່ຮູ້ກັນສຳລັບ ຊາວ​ຍີ່ປຸ່ນ​ວ່າ Takeshima ​ແລະ​ເກົາຫລີ​ໄຕ້ Dokdo. ມັນ​ຍັງພົວພັນ​ກັບໝູ່​ເກາະ​ທີ່​ບໍ່​ມີ​ຄົນ​ຢູ່​ອາ​ໄສ ໃນ​ທະ​ເລ​ຈີນ​ຕາ​ເວັນ​ອອກ ທີ່​ຮ້ອງໂດຍ​ຍີ່ປຸ່ນວ່າ Senkaku ​ແລະ​ຈີນວ່າ Diaoyu.

​ເພື່ອເປັນການ​ຕອບ​ໂຕ້ຍັ້ຍ ​ເກົາຫລີໃຕ້ ​ໄດ້​ຮ້ອງ​ໂຕ​ເອກ​ອັກຄະ​ລັດຖະທູດ ຍີ່​ປຸ່ນ ທີ່​ກຸງ ໂຊ​ລ​ເຂົ້າ​ພົບ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດເກົາຫລີໃຕ້ ທ່ານ Cho Tai-young ​ຂູ່ວ່າ ຈະເອົາ “ມາດ​ຕະການທີ່ໜັກແໜ້ນ” ຕໍ່​ຍີ່ປຸ່ນ.

ຈີນ ​ກໍມີ​ຄວາມ​ເສຍ​ໃຈ​ກ່ຽວກັບ​ການ​ເຄື່ອນ​ໄຫວ​ນີ້ເຊັ່ນ​ກັນ. ​ໂຄສົກ​ຍິງກະຊວງ​ການ​ຕ່າງ​ປະ​ເທດຈີນ ທ່ານ​ນາງ Hua Chunying ​ໄດ້​ຮຽກຮ້ອງ​ໃຫ້​ຍີ່ປຸ່ນ ຈົ່ງ “​ໃຫ້​ຄວາມນັບຖືແກ່ສະພາບ ​ຄວາມເປັນ​ຈິງ​ທາງປະ​ຫວັດ​ສາດ.”

XS
SM
MD
LG