ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

6,400 ຄົນເສຍຊີວິດ ຍ້ອນແຜ່ນດິນໄຫວ ຢູ່ຍີ່ປຸ່ນ


ຊາວອະເມຣິກັນທີ່ຖືກຍົກຍ້າຍຈາກຍີ່ປຸ່ນ ເດີນທາງໄປເຖິງສະໜາມບິນ Taoyuan ໃນພາກເໜືອຂອງໃຕ້ຫວັນ (18 ມີນາ 2011)
ຊາວອະເມຣິກັນທີ່ຖືກຍົກຍ້າຍຈາກຍີ່ປຸ່ນ ເດີນທາງໄປເຖິງສະໜາມບິນ Taoyuan ໃນພາກເໜືອຂອງໃຕ້ຫວັນ (18 ມີນາ 2011)

ມີການຢືນສະຫງົບສະຕິອາລົມ ເພື່ອເປັນການໄວ້ອາໄລຢູ່ທີ່
ປະເທດຍີ່ປຸ່ນ ນຶ່ງອາທິດລຸນຫຼັງທີ່ໄດ້ເກີດແຜ່ນດິນໄຫວຂະ
ໜາດແຮງແລະຟອງຍັກສຸນາມິທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍ
ກວ່າ 6,400 ຄົນ.

ກົມຕຳຫຼວດແຫ່ງຊາດຂອງຍີ່ປຸ່ນ ໄດ້ປະກາດໃຫ້ຊາບກ່ຽວ
ກັບໂຕເລກໃໝ່ຂອງພວກທີ່ເສຍຊີວິດໃນວັນສຸກມື້ນີ້ຂະນະ
ທີ່ພວກກູ້ໄພ ຍັງສືບຕໍ່ດຳເນີນງານ ສ້ອມແປງຖະໜົນຫົນ
ທາງທີ່ໄດ້ຮັບຄວາມເສຍຫາຍແລະຊອກຄົ້ນຫາພວກທີ່ຍັງ
ຫາຍສາບສູນ ອີກຫຼາຍພັນຄົນ ໃນເຂດທີ່ປະສົບໄພພິບັດ
ຮ້າຍແຮງດັ່ງກ່າວຂອງຍີ່ປຸ່ນ.

ລັດຖະບານຂອງປະເທດຕ່າງໆໄດ້ຍົກຍ້າຍປະຊາຊົນຂອງຕົນອອກຈາກປະເທດຍີ່ປຸ່ນແລະ
ກະຊວງການຕ່າງປະເທດສະຫະລັດກ່າວວ່າ ຖ້ຽວບິນທຳອິດທີ່ບັນທຸກພວກທີ່ຖືກຍົກຍ້າຍ
ຊາວອະເມຣິກັນ ໄດ້ອອກເດີນທາງຈາກຍີ່ປຸ່ນໃນວັນພະຫັດວານນີ້.

ຮອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ Patrick Kennedy ກ່າວວ່າ ຖ້ຽວບິນທີ່ມຸ່ງໜ້າໄປຍັງໄຕ້ຫວັນດັ່ງກ່າວບັນທຸກເກືອບ 100 ຄົນ ສ່ວນໃຫຍ່ແລ້ວແມ່ນສະ ມາຊິກໃນຄອບຄົວຂອງພວກເຈົ້າໜ້າທີ່ສະຫະລັດ. ອີກຖ້ຽວບິນນຶ່ງມີກຳນົດທີ່ຈະອອກເດີນ
ທາງໃນວັນສຸກມື້ນີ້. ກະຊວງຕ່າງປະເທດສະຫະລັດບໍ່ໄດ້ມີຄຳສັ່ງ ໃຫ້ຜູ້ຄົນອົບພະຍົບອອກ
ຈາກຍີ່ປຸ່ນ ແຕ່ໄດ້ຈັດຖ້ຽວບິນໄວ້ ສຳລັບພວກທີ່ປະສົງຢາກຈະອອກໄປຈາກຍີ່ປຸ່ນ.

ສະຫະລັດໄດ້ເຕືອນປະຊາຊົນຂອງຕົນ ກ່ຽວກັບສະຖານະການທີ່ພວມຊຸດໂຊມລົງຢູ່ທີ່ໂຮງ
ໄຟຟ້ານິວເຄລຍທີ່ປະສົບບັນຫາ Fukushima Dai-Ichi ແລະມີຄຳສັ່ງໃຫ້ຊາວອະເມຣິກັນ ຢູ່ຫ່າງຈາກໂຮງໄຟຟ້າດັ່ງກ່າວຢ່າງນ້ອຍ 80 ຫຼັກກິໂລແມັດ.

ໃນວັນພະຫັດວານນີ້ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາ ໄດ້ກ່າວປ້ອງກັນກ່ຽວ
ກັບເຂດທີ່ໄດ້ມີການສະເໜີ ໃຫ້ຊາວອະເມຣິກັນ ຢູ່ຫ່າງຈາກໂຮງໄຟຟ້າທີ່ມີບັນຫາ ເຖິງແມ່ນ
ເຂດດັ່ງກ່າວນີ້ໃຫຍ່ກວ່າເຂດທີ່ທາງເຈົ້າໜ້າທີ່ຍີ່ປຸ່ນໄດ້ແນະນຳໄປນັ້ນກໍຈິງ ທ່ານກ່າວຕໍ່ພວກ
ນັກຂ່າວວ່າ ການຕັດສິນໃຈຂອງສະຫະລັດ ແມ່ນອີງຕາມການຊັ່ງຊາຕີລາຄາທາງດ້ານວິທະ
ຍາສາດຢ່າງລະມັດລະວັງ.

ອັງກິດ ຈີນແລະຝຣັ່ງແມ່ນສ່ວນນຶ່ງຂອງລັດຖະບານປະເທດຕ່າງໆທີ່ໄດ້ຈັດແຈງສົ່ງປະຊາຊົນ
ຂອງຕົນອອກຈາກປະເທດຍີ່ປຸ່ນ.

XS
SM
MD
LG