ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຍີ່ປຸ່ນ ຮຽກທູດ ປະຈຳເກົາຫຼີໃຕ້ ກັບຄືນປະເທດ ເພື່ອປະທ້ວງ


ປະທານາທິບໍດີເກົາຫຼີໃຕ້ ທ່ານ Lee Myung-bak ໂອ້ລົມກັບນາຍຕຳຫຼວດຄົນນຶ່ງ ຂະນະທີ່ທ່ານໄປຢ້ຽມໝູ່ເກາະ ທີ່ເກົາຫຼີໃຕ້ເອີ້ນວ່າ Dokdo ແລະຍີ່ປຸ່ນເອີ້ນວ່າ Takeshima (10 ສິງຫາ 2012)
ປະທານາທິບໍດີເກົາຫຼີໃຕ້ ທ່ານ Lee Myung-bak ໂອ້ລົມກັບນາຍຕຳຫຼວດຄົນນຶ່ງ ຂະນະທີ່ທ່ານໄປຢ້ຽມໝູ່ເກາະ ທີ່ເກົາຫຼີໃຕ້ເອີ້ນວ່າ Dokdo ແລະຍີ່ປຸ່ນເອີ້ນວ່າ Takeshima (10 ສິງຫາ 2012)

ຍີ່ປຸ່ນ ​ໄດ້​ຮຽກໂຕ​ເອກ​ອັກຄະ​ລັດຖະທູດຂອງ​ຕົນຄືນ​ມາ​ຈາກເກົາຫລີ​ໃຕ້ ​ເພື່ອ​ປະທ້ວງ ຕໍ່​
ການ​ທີ່ປະທານາທິບໍດີ​ເກົາຫລີ​ໃຕ້ ທ່ານ Lee Muang-Bak ໄປຢ້ຽມ ຢາມໝູ່​ເກາະ​ ຊຶ່ງ​ທັງ
​ສອງ​ປະ​ເທດຕ່າງ​ກໍ​ພາກັນ​ທວງເອົາກຳມະສິດນັ້ນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່​ປຸ່ນ ທ່ານ Kochiro Gemba ກ່າວໃນ​ວັນ​ສຸກ​ນີ້ວ່າ ການ​
ຢ້ຽມຢາມ​ຂອງ​ທ່ານ Lee ​ນັ້ນ “​ເປັນ​ທີ່​ຮັບ​ເອົາບໍ່​ໄດ້​ເດັດ​ຂາດ” ​ແລະ​ຈະ​ໄດ້ຮັບ “ຜົນ​ສະທ້ອນ
ຢ່າງໜັກ” ຕໍ່​ຄວາມ​ສຳພັນ​ລະຫວ່າງ ​ເກົາຫລີ​ໃຕ້ ​ແລະ​ຍີ່ປຸ່ນ.

​ໃນ​ມື້​ວັນ​ສຸກມື້ນີ້ ທ່ານ Lee ​ເປັນ​ປະທານາທິບໍດີເກົາ​ຫລີ​ໃຕ້​ຄົນ​ທໍາ​ອິດ ທີ່ໄດ້​ໄປ​ຢ້ຽ​ມຢາ​ມໝູ່່
ເກາະດັ່ງກ່າວ​ ຊຶ່ງເປັນ​ແຫຼ່ງທີ່​ມາ​ຂອງ​ຄວາມ​ຕຶງຄຽດ​ ລະ​ຫວ່າງປະ ​ເທດ​ທັງ​ສອງ​ ມາ​ເປັນ​ເວ
ລາ​ຫລາຍ​ທົດ​ສະ​ວັດ. ​ເຈົ້າ​ໜ້າ​ທີ່​ຂອງກຸງໂຊ​ລບໍ່ໄດ້​ໃຫ້ ​ຄວາມ​ສຳຄັນໃດໆ​ໃນການໄປຢ້ຽ​ມ
ຢາມທີ່​ວ່າ​ນີ້ ​ແລະ​ກ່າວ​ວ່າ ຕົນ​ບໍ່​ໄດ້​ໝາຍ​ວ່າ​ຈະສ້າງ​ໃຫ້​ເກີດ​ເປັນ​ບັນຫາຂື້ນມາ.​

ໝູ່​ເກາະ​ດັ່ງກ່າວ ​ເປັນ​ທີ່​ຮູ້​ກັນ​ໃນ​ໝູ່​ຊາວ​ຍີ່ປຸ່ນ ​ວ່າ Takeshima ​ແລະ​ເກົາຫຼີ​ໃຕ້ ​ເອີ້ນວ່າ ​
Dokdo ນັ້ນ ໄດ້ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມຂອງ​ເກົາຫລີ​ໃຕ້ ນັບຕັ້ງ​ແຕ່ ການປົກຄອງ​ສະ​ໄໝ​
ຫົ​ວ​ເມືອງ​ຂື້ນຂອງຍີ່ປຸ່ນສິ້ນສຸດ​ລົງ ຫລັງ​ຈາກ​ສົງຄາມ​ໂລກ​ຄັ້ງ​ທີ່​ສອງ​.

​ໃນອາທິດ​ແລ້ວ​ນີ້ ຍີ່​ປຸ່ນ ​ໄດ້​ອ້າງ​ກຳ​ມະສິດ​ຄືນ​ໃໝ່​ເອົາ​ໝູ່​ເກາະ​ນີ້ ຢູ່ໃນ​ລາຍ​ງານ​ປ້ອງ​ກັນ​ປະ​
ເທດປະ​ຈໍາປີ ທີ່​ເຮັດ​ໃຫ້ເກົາຫລີ​ໃຕ້ ​ຮຽກໂຕນັກ​ການ​ທູດ​ຍີ່ປຸ່ນ​ເຂົ້າ ພົບ ​ເພື່ອ​ທໍາ​ການ​ປະ​ທ້ວງ.

ປະ​ເທດ​ທັງ​ສອງ ມີ​ຄວາມ​ສຳພັນດ້ານ​ການ​ຄ້າ ​ແລະ​ການທ່ອງ​ທ່ຽວຮ່ວມ​ກັນ​ຢ່າງ​ເຂັ້ມ​ແຂງ ​
ພ້ອມທັງ​ປະຕິບັດ​ງານ​ຮ່ວມ​ກັນ​ຫລາຍໆ​ຢ່າງ​ກ່ຽວ​ກັບນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ມີ​ຄວາມ
​ກັງວົນ​ນຳ​ກັນ. ​ແຕ່​ວ່າບັນຫາ​ຕິດ​ຕໍ່​ໜໍ່​ເນື່ອງ​ກ່ຽວ​ກັບເລື່ອງ ຊາຍ​ແດນ ​ແລະປະ​ຫວັດ​ສາດ ​
ໄດ້​ເປັນ​ບັນຫາ​ລົບ​ກວນ​ສາຍ​ສໍາພັນ.

XS
SM
MD
LG