ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນ ​ໃຫ້ການຄໍ້າປະກັນ ແກ່ປະຊາຊົນ ກ່ຽວກັບ ໂຮງໄຟ້າ Fukushima (ວີດີໂອ)


Japan
please wait
Embed

No media source currently available

0:00 0:00:42 0:00
ລັດຖະບານ​ຍີ່ປຸ່ນກໍ​າລັງ​ພະຍາຍາມ​ໃຫ້ການ​ຄໍ້າປະ​ກັນ​ແກ່ປະ
ຊາຊົນວ່າ ​ຕົນ​ກໍາ​ສະຖານະ​ການ​ໄດ້​ດີ​ທີ່​ສຸດ​ ກ່ຽວ​ກັບການ​ຮົ່ວ​
ໄຫລຂອງ​ນໍ້າທີ່​ມີ​ກຳມັນ​ຕະພາບ​ລັງສີ ​ທີ່​ໂຮງ​ໄຟຟ້ານິວເຄລຍ
Fukushima ຫລັງ​ຈາກ​ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງຂອງ​ບໍລິສັດ​ໄຟຟ້າ
​ໂຕ​ກຽວຫລື TEPCO ກ່າວ​ວ່າ ສະຖານະ​ການແມ່ນຄວບ​ຄຸມ ​
ບໍ່​ໄດ້.

ການ​ໃຫ້​ຄວາ​ມ​ເຫັນ​ຂອງ​ເຈົ້າ​ໜ້າ​ທີ່ບໍລິສັດ TEPCO ທ່ານ
Kazuhiko Yamashita ປະກົດ​ວ່າ ຂັດ​ແຍ້​ງກັບ ການ​ໃຫ້
ການ​ຄໍ້າປະກັນ​ຂອງນາ ຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo
Abe ຕໍ່ຄະນະ​ກໍາມະການກິລາ ໂອ​ລິ​ມປິກ​ສາກົນ ​ໃນອາທິດ​
ແລ້ວ​ນີ້.

ທ່ານ Abe ​ໄດ້​ບັນ​ລະ​ຍ​າຍ ກ່ຽວ ການ​ຮົ່ວ​ໄຫລ​ຢູ່​ໂຮງ​ໄຟຟ້າ Fukushima ວ່າ​ ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ ແລ້ວ ເວລາທ່ານ​ກ່າວ​ສະໜັບ​ສະ​ໜຸນ​ໃຫ້​ເລືອກ​ເອົາກຸງ​ໂຕ​ກຽວເປັນ​ເຈົ້າ ພາບ ຈັດການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ ​ໃນປີ 2020.

ລັດຖະບານ​ກ່າວ​ໃນ​ວັນ​ສຸກວານ​ນີ້​ວ່າ ​ເຈົ້າ​ໜ້າ​ທີ່ TEPCO ​ໄດ້​ອ້າງ​ອິງໃສ່ອຸປະ​ຕິ​ເຫດ​ທີ່​ສະ​ເພາະ​ເຈາະຈົງ ​ແຕ່​ວ່າ​ບໍ່​ແມ່ນ​ສະ​ຖານະ​ການໂດຍ ລວມ.

ອະດີດ​ເຈົ້າ​ໜ້າ​ທີ່​ຄຸ້ມ​ຄອງນິວ​ເຄລຍສະຫະລັດ ທ່ານ Lake Barrett ​ທີ່​ກໍ​າລັງ​ເຮັດ​ວຽກເປັນ​ທີ່​ປຶກສາ​ພາຍ​ນອກໃຫ້​ແກ່ບໍ​ລິ​ສັດ TEPCO ​ໄດ້​ໃຫ້ການ​ສະໜັບສະໜຸນ ຕໍ່ຄໍາ​ຖະ
ແຫລ​ງຂອງນາຍົກລັດຖະມົນຕີ. ທ່ານ​ກ່າວ​ວ່າ ສະຖານະ​ການທີ່ໂຮງ​ໄຟຟ້າດັ່ງກ່າວ​ແມ່ນຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ “ຈາກທັດ​ທະນະ​ມູມມອງ ​ດ້ານສາທາລະນະ​ສຸກ ​ດ້ານ​ຄວາມປອດ​ໄພ ​ແລະ​ການປ້​ອງກັນ​ສິ່ງ​ແວດ​ລ້ອມ.”

ບັນດາ​ເຈົ້າ​ໜ້າ​ທີ່ຍີ່ປຸ່ນ ​ໄດ້​ຮັບ​ຮູ້​ວ່າ ນໍ້າ​ທີ່​ມີ​ກຳມັນ​ຕະພາບ​ລັງສີ​ຢູ່​ໃຕ້​ດິນ ​ໄດ້​ຮົ່ວ​ໄຫຼຈາກ​ໂຮງ​ໄຟ​ຟ້າ Fukushima ນັບຕັ້ງ​ແຕ່​ໄດ້​ຮັບ​ຄວາມ​ເສຍ ຫາຍ ຍ້ອນ​ແຜ່ນດິນ​ໄຫວ ​ແລະ​ຄື້ນຟອງ​ຍັກ​ສຸ​ນາ​ມິ ​ໃນ​ເດືອນ​ມີນາ ປີ 2011 ທີ່ກໍ່​ໃຫ້​ເກີດ​ບັນຫາ​ນິວ​ເຄລຍຄັ້ງໃຫຍ່ນັ້ນ.
ບໍລິ​ສັດ TEPCO ​ໄດ້ກ່າວ​ວ່າ ນໍ້າ​ທີ່​ຮົ່ວ​ໄຫລອອກ​ມາ​ນັ້ນ ​ໄດ້​ປ່ອຍກຳ ມັນ​ຕະພາບ​ລັງສີ ທີ່ຢູ່​ໃນ​ຂັ້ນ​ເປັນ​ອັນຕະລາຍ​ແກ່​ມະນຸດ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG