ພວກທີມຊ່ວຍເຫລືອກູ້ໄຟແລະການຊ່ວຍເຫລືອຈາກນາໆ
ຊາດ ກໍາລັງຫລັ່ງໄຫລໄປຍັງຍີ່ປຸ່ນ ໃນຂະນະທີ່ຍີ່ປຸ່ນພະຍາ
ຍາມຮັບມືກັບສະພາບການລຸນຫລັງແຜ່ນດິນໄຫວຂະໜາດ
ໃຫຍ່ ແລະຄື້ນຟອງຍັກຊຶນາມິ ແລະວິກິດການນີວເຄລຍທີ່
ກໍາລັງມີຂຶ້ນຢູ່ໃນຂະນະນີ້.
ພວກຊ່ຽວຊານຂອງອົງການສະຫະປະຊາຊາດກໍາລັງຢູ່ໃນ
ທີ່ເກີດເຫດ ເພື່ອຊ່ວຍປະສານງານຄວາມພະຍາຍາມກູ້ໄພ
ແລະໃຫ້ການຊ່ວຍເຫລືອ ແກ່ພວກທີມງານທ້ອງຖິ່ນ.
ເທົ່າເຖິງປັດຈຸບັນນີ້ມີ ເກືອບ 70 ປະເທດແລ້ວທີ່ໄດ້ສະເໜີ
ໃຫ້ການຊ່ວຍເຫລືອແກ່ຍີ່ປຸ່ນ. ທີມງານຈາກເກົາຫລີໄຕ້
ແລະຈີນທີ່ມີຄວາມຊໍານານພິເສດໃນການຄົ້ນຫາ ແລະກູ້ໄພ
ກໍໄປຮອດຍີ່ປຸ່ນແລ້ວ.
ກໍາປັ່ນບັນທຸກເຮືອບິນ USS Ronald Reagan ຂອງ
ສະຫະລັດ ໄດ້ເດີນທາງໄປຮອດນອກຝັ່ງທະເລຂອງຍີ່ປຸ່ນໃນວັນອາທິດມື້ນີ້ ລ່ວງໜ້າ
ກໍາປັ່ນລໍາອື່ນໆຂອງສະຫະລັດທີ່ກໍາລັງມຸ້ງໜ້າໄປຍັງເຂດດັ່ງກ່າວ ເຊັ່ນກັນ. ທ່ານ ຈອນ
ຣູສ ເອກອັກຄະລັດຖະທູດສະຫະລັດປະຈໍາຍີ່ປຸ່ນກ່າວວ່າ ສະຫະລັດພ້ອມແລ້ວທີ່ຈະໃຫ້
ການຊ່ວຍເຫລືອແກ່ຍີ່ປຸ່ນໃນທຸກໆທາງທີ່ສາມາດເຮັດໄດ້.
ນອກນັ້ນ ຄະນະກໍາມາທິການຄວບຄຸມນີວເຄລຍຂອງສະຫະລັດ ກໍໄດ້ສົ່ງຜູ້ຊ່ຽວຊານ
ສອງຄົນໄປໃຫ້ການຊ່ວຍເຫລືອຍີ່ປຸ່ນ ໃນການຮັບມືກັບພາວະສຸກ ເສີນທີ່ເຕົາແຍກປະ
ລະມະນູສອງແຫ່ງ.
ສ່ວນອັງກິດ ກໍກໍາລັງກຽມຈະສົ່ງພວກທີມງານຄົ້ນຫາແລະກູ້ໄພໄປທາງອາກາດ ພ້ອມດ້ວຍ
ອຸບປະກອນສໍາລັບຍົກຂອງໜັກແລະຕັດຈໍານວນຫລາຍຕັນ. ອອສເຕຣເລຍ ຝຣັ່ງ ສວິທ
ເຊີແລນດ໌ ແລະສິງຄະໂປ ກໍກໍາລັງຈັດ ສົ່ງພວກທີມງານຄົ້ນຫາແລະກູ້ໄພ ແລະພວກຊ່ຽວ
ຊານອື່ນໆໄປຍັງຍີ່ປຸ່ນ ເຊັ່ນກັນ.