ຄະນະກູ້ໄພຂອງຕ່າງປະເທດພວມມຸ່ງໜ້າໄປຍັງປະເທດ
ຍີ່ປຸ່ນເພື່ອຊ່ອຍໃນການປະຕິບັດງານລຸນຫຼັງທີ່ເກີດແຜ່ນ
ດິນໄຫວຂະໜາດແຮງແລະຟອງຍັກສຸນາມິໃນມື້ວັນສຸກ
ວານນີ້.
ຫ້ອງການປະສານງານກິດຈະການມະນຸດສະທຳ ຂອງອົງ
ການສະຫະປະຊາຊາດ ທີ່ມີສຳນັກງານຢູ່ນະຄອນເຈນີວາ
ກ່າວ່ວ່າ ຍີ່ປຸ່ນໄດ້ໃຫ້ການອະນຸມັດຕໍ່ການເດີນທາງເຂົ້າປະ
ເທດແລ້ວຂອງພວກນັກຊ່ຽວຊານຈາກອອສເຕຣເລຍ ນິວ
ຊີແລນ ເກົາຫຼີໃຕ້ແລະສະຫະລັດ. ຫ້ອງການປະສານງານ
ມະນຸດສະທຳສະຫະປະຊາຊາດ ກ່າວຕື່ມວ່າ ມີຢ່າງນ້ອຍ 45 ປະເທດພ້ອມແລ້ວທີ່ຈະຈັດ
ສົ່ງການຊ່ອຍເຫຼືອແລະພວກນັກຊ່ຽວຊານໄປຍັງຍີ່ປຸ່ນ ຖ້າປະເທດຍີ່ປຸ່ນຫາກຂໍມາ.
ຫ້ອງການດັ່ງກ່າວຕື່ມເວົ້າວ່າ ຕົນໄດ້ຕິດຕໍ່ໄປຍັງປະເທດຍີ່ປຸ່ນແລ້ວກ່ຽວກັບວ່າຕົນສາມາດ
ຊ່ອຍໄດ້ແນວໃດໃນການດຳເນີນຄວາມພະຍາຍາມບັນເທົາທຸກ.
ຄລິກຢູ່ບ່ອນຈໍ ເພື່ອເບິ່ງຮູບສະລາຍດ໌.
ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ Ban Ki-moon ກ່າວວ່າ ໂລກ
ໄດ້ຕື່ນຕົກໃຈແລະມີຄວາມເສົ້າສະລົດໃຈຕໍ່ການທີ່ປະເທດຍີ່ປຸ່ນຖືກທຳລາຍນັ້ນ. ທ່ານກ່າວ
ໃນມື້ວັນສຸກວານນີ້ວ່າ ອົງການສະຫະປະຊາຊາດຈະດໍາເນີນການທຸກໆສິ່ງທຸກໆຢ່າງ ທີ່ຕົນ
ສາມາດກະທຳໄດ້ເພື່ອຊ່ອຍປະເທດຍີ່ປຸ່ນ.
ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາກ່າວວ່າ ທ່ານໄດ້ໂອ້ລົມກັບນາຍົກລັດຖະ
ມົນຕີຍີ່ປຸ່ນທ່ານ Naoto Kan ແລະໄດ້ທໍາການສະເໜີຕໍ່ນາຍົກລັດຖະມົນຕີຍີ່ປຸ່ນກ່ຽວກັບ ການຊ່ອຍເຫຼືອຕ່າງໆຂອງສະຫະລັດທີ່ມີຄວາມຈໍາເປັນ. ທ່ານກ່າວວ່າ ກໍາປັ່ນບັນທຸກເຮືອ
ບິນລໍານຶ່ງຂອງສະຫະລັດແມ່ນຢູ່ທີ່ປະເທດຍີ່ປຸ່ນໃນເວລານີ້ ແລະອີກລໍານຶ່ງກໍາລັງເດີນທາງ
ໄປ.
ກະຊວງການຕ່າງປະເທດຂອງອັງກິດກ່າວໃນວັນເສົາມື້ນີ້ວ່າ ຍີ່ປຸ່ນໄດ້ຮ້ອງຂໍການຊ່ອຍເຫຼືອ
ຈາກປະເທດອັງກິດລຸນຫຼັງທີ່ໄດ້ເກີດແຜ່ນດິນໄຫວແຕ່ບໍ່ໄດ້ໃຫ້ລາຍລະອຽດທີ່ສະເພາະເຈາະ
ຈົງໃດໆ.