ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນງານຍີ່ປຸ່ນ ສ້ອມແປງ ອາຄານບັນຈຸເຕົາແຍກ ນິວເຄລຍ


ໂຮງໄຟຟ້ານິວເຄລຍ Fukushima ຂອງຍີ່ປຸ່ນ ທີ່ໄດ້ຮັບຄວາມເສຍຫາຍ
ໂຮງໄຟຟ້ານິວເຄລຍ Fukushima ຂອງຍີ່ປຸ່ນ ທີ່ໄດ້ຮັບຄວາມເສຍຫາຍ

ພວກຄົນງານໄດ້ເຂົ້າໄປໃນອາຄານ ທີ່ບັນຈຸເຕົາແຍກນໍ້າເບີ
ນຶ່ງຂອງໂຮງໄຟຟ້ານິວເຄຼຍ Fukushima ທີ່ໄດ້ຮັບຄວາມ
ເສຍຫາຍນັ້ນເປັນເທື່ອທຳອິດນັບແຕ່ໄດ້ເກີດເຫດລະເບີດທີ່
ເຮັດໃຫ້ຫຼັງຄາ ຂອງຕຶກອາຄານເປີດເມື່ອເກືອບ 2 ເດືອນ
ຜ່ານມາແລ້ວນັ້ນ.

ເຈົ້າໜ້າທີ່ຂອງບໍລິສັດໄຟຟ້າໂຕກຽວຫຼື TEPCO ກ່າວວ່າ
ມີພວກຄົນງານທັງໝົດ 12 ຄົນ ໄດ້ຖືກມອບໝາຍໃຫ້ເຂົ້າ
ໄປຕິດຕັ້ງລະບົບລະບາຍອາກາດເພື່ອລົດລະດັບກຳມັນຕະ
ພາບລັງສີ ໃນອາກາດຢູ່ຂ້າງໃນຂອງຕຶກອາຄານ ຊຶ່ງການ
ກະທຳດັ່ງກ່າວຈະຊ່ອຍໃຫ້ພວກຄົນງານສາມາດກັບຄືນ
ເຂົ້າໄປໃນຕຶກອາຄານອີກ ໃນອາທິດໜ້າເພື່ອປ່ຽນລະບົບ
ເຮັດຄວາມເຢັນ ທີ່ມີຄວາມສຳຄັນຂອງເຕົາແຍກນິວເຄລຍ
ທີ່ໄດ້ຮັບຄວາມເສຍຫາຍຍ້ອນແຜ່ນດິນໄຫວແລະຟອງຍັກ
ສຸນາມິເມື່ອວັນທີ 11 ມີນາຜ່ານມານັ້ນ.

ບໍລິສັດ TEPCO ກ່າວວ່າ ພວກຄົນງານເຫຼົ່ານີ້ໄດ້ຜັດປ່ຽນກັນເຂົ້າໄປໃນຕຶກອາຄານເປັນ
ຈຸນ້ອຍໆແລະກໍໄດ້ໃສ່ຊຸດປ້ອງກັນ ໜ້າກາກແລະຖັງອາກາດສຳລັບຫາຍໃຈ. ການປະຕິບັດ ງານທັງໝົດໃຊ້ເວລາຫຼາຍກວ່າ 90 ນາທີໜ້ອຍນຶ່ງ.

ບໍລິສັດດັ່ງກ່າວເວົ້າວ່າ ພວກຄົນງານເຫຼົ່ານີ້ໄດ້ຕໍ່ທໍ່ 8 ທໍ່ເພື່ອຈະດູດເອົາອາກາດຈາກຂ້າງ
ໃນອາຄານ ໄປຍັງເຄື່ອງລະບາຍອາກາດ ທີ່ໄດ້ມີການຕິດຕັ້ງແລ້ວ ຢູ່ທີ່ຕຶກບັນຈຸເຄື່ອງກັງ
ຫັນນັ້ນ. ເຂົາເຈົ້າເວົ້າວ່າເຄື່ອງລະບາຍອາກາດເວລານີ້ໃຊ້ການໄດ້ແລ້ວແລະລະດັບກຳມັນ ຕະພາບລັງສີຄວນຈະຫຼຸດລົງຢ່າງຫຼວງຫຼາຍຫຼັງຈາກນີ້ປະມານ 3 ມື້.

XS
SM
MD
LG