ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະດັບກຳມັນຕະພາບລັງສີສູງຂຶ້ນ ໃນບໍລິເວນ ໃກ້ໂຮງໄຟຟ້ານິວເຄລຍຍີ່ປຸ່ນ


ອາຫານທະເລ ທີ່ນຳເຂົ້າຈາກຍີ່ປຸ່ນ ພວມໄດ້ຮັບການກວດກາ ເບິ່ງລະດັບກຳມັນຕະພາບລັງສີທີ່ຮ້ານອາຫານ ຍີ່ປຸ່ນແຫ່ງນຶ່ງໃນຮົງກົງ ວ່າມີຄວາມປອດໄພຕໍ່ສຸກຂະພາບຫຼືບໍ່ (25 ມີນາ 2011)
ອາຫານທະເລ ທີ່ນຳເຂົ້າຈາກຍີ່ປຸ່ນ ພວມໄດ້ຮັບການກວດກາ ເບິ່ງລະດັບກຳມັນຕະພາບລັງສີທີ່ຮ້ານອາຫານ ຍີ່ປຸ່ນແຫ່ງນຶ່ງໃນຮົງກົງ ວ່າມີຄວາມປອດໄພຕໍ່ສຸກຂະພາບຫຼືບໍ່ (25 ມີນາ 2011)

ພວກຄົນງານຍີ່ປຸ່ນ ພວມພະຍາຍາມຍົກຍ້າຍອ່າງນໍ້າທີ່ມີ
ກຳມັນຕະພາບລັງສີສູງອອກໄປຈາກໂຮງໄຟຟ້ານິວເຄລຍ
Fukushima ທີ່ໄດ້ຮັບຄວາມເສຍຫາຍນັ້ນ ຂະນະທີ່ລະ
ດັບຂອງກຳມັນຕະພາບລັງສີ ຢູ່ໃນບໍລິເວນທະເລໃກ້ໂຮງ
ໄຟຟ້າດັ່ງກ່າວໄດ້ຖີບໂຕສູງຂຶ້ນ.

ນາຍົກລັດຖະມົນຕີຍີ່ປຸ່ນທ່ານ Naoto Kan ກ່າວໃນມື້
ວັນສຸກວານນີ້ວ່າ ສະຖານະການຢູ່ທີ່ໂຮງໄຟຟ້າດັ່ງກ່າວ
ຍັງສືບຕໍ່ ເປັນອັນຕະລາຍທີ່ຫຼໍ່ແຫຼມ. ທ່ານໄດ້ກ່າວຂອບ
ອົກຂອບໃຈພວກຄົນງານສຸກເສີນ ທີ່ທ່ານເວົ້າວ່າໄດ້ພາ
ກັນສ່ຽງຊີວິດ ເພື່ອພະຍາຍາມຫາທາງເຮັດໃຫ້ໂຮງໄຟຟ້າແຫ່ງນັ້ນເຢັນລົງ.

ອົງການຄຸ້ມຄອງຄວາມປອດໄພທາງດ້ານນິວເຄລຍແລະອຸດສາຫະກຳຂອງຍີ່ປຸ່ນກ່າວວ່າ ມີ
ການພົບເຫັນລະດັບກຳມັນຕະພາບລັງສີໄອໂອດີນ 1,200 ກວ່າເທົ່າ ສູງກວ່າຂີດຈຳກັດທີ່
ກົດໝາຍອະນຸຍາດໃຫ້ ຢູ່ໃນນໍ້າທະເລ 300 ແມັດຫ່າງຈາກໂຮງໄຟຟ້າ Fukushima ແຕ່
ອົງການດັ່ງກ່າວນີ້ເວົ້າວ່າ ລະດັບກຳມັນຕະພາບລັງສີປະມານ 30 ຫຼັກກິໂລແມັດຫ່າງຈາກ
ໂຮງໄຟຟ້າແມ່ນຢູ່ພາຍໃນຂີດຈຳກັດທີ່ຍອມຮັບໄດ້.

ຫົວໜ້າກອງເລຂາຂອງລັດຖະບານຍີ່ປຸ່ນທ່ານ Yukio Edano ກ່າວໃນວັນເສົາມື້ນີ້ວ່າມັນ ເປັນການຍາກທີ່ຈະທຳນາຍໄດ້ວ່າເວລາໃດວິກິດການນິວເຄລຍຈຶ່ງຈະສິ້ນສຸດລົງ.

ເວລານີ້ພວກຄົນງານພວມພາກັນດູດເອົານໍ້າຈືດແທນທີ່ຈະແມ່ນນໍ້າທະເລເຂົ້າໄປໃສ່ບັນດາ
ເຕົາແຍກແລະອ່າງແຊ່ທ່ອນເຊື້ອໄຟທີ່ໄດ້ຮັບຄວາມເສຍຫາຍ ໂດຍຫວັງວ່າມັນຈະມີປະສິດ
ທິຜົນຫຼາຍຂຶ້ນ ໃນການເຮັດໃຫ້ເຕົາແຍກແລະອ່າງແຊ່ທ່ອນເຊື້ອໄຟເຢັນລົງ. ນໍ້າທະເລໄດ້
ກັດ ຫຼືເຮັດໃຫ້ໂລຫະອ້ອມທ່ອນເຊື້ອໄຟເຂົ້າຂີ້ໝ້ຽງ ຍ້ອນໄດ້ສະສົມເກືອເປັນຈຳນວນຫຼາຍ
ໂຕນ.

ເຈົ້າໜ້າທີ່ຍີ່ປຸ່ນ ຮຽກຮ້ອງໃຫ້ປະຊາຊົນ ທີ່ຍັງຢູ່ອາໄສໃນລັດສະໝີ 20 ຫາ 30 ຫຼັກກິໂລ
ແມັດ ຂອງໂຮງໄຟຟ້າ Fukushima ນັ້ນ ຍົກຍ້າຍອອກໄປ ຈາກບໍລິເວນດັ່ງກ່າວ ດ້ວຍ
ຄວາມສະມັກໃຈ.

ກົມຕຳຫຼວດແຫ່ງຊາດຂອງຍີ່ປຸ່ນ ກ່າວໃນມື້ວັນສຸກວານນີ້ວ່າ ຈຳນວນຜູ້ເສຍຊີວິດຢ່າງເປັນ
ທາງການຈາກແຜ່ນດິນໄຫວແລະຟອງຍັກສຸນາມີ ແມ່ນກາຍ 10,000 ພັນຄົນແລ້ວ ຍັງມີ
ຜູ້ຫາຍສາບສູນຫຼາຍກວ່າ 17,500 ຄົນ ແລະປະມານ 300,000 ຄົນ ຍັງພັກພາອາໄສຢູ່
ຕາມສູນຊົ່ວຄາວຕ່າງໆ.

XS
SM
MD
LG