ເຈົ້າໜ້າທີ່ຍີ່ປຸ່ນກ່າວວ່າ ບ່ອນບັນຈຸເຊື້ອໄຟ ຂອງເຕົາແຍກ
ນິວເຄລຍໜ່ວຍນຶ່ງທີ່ໂຮງໄຟຟ້ານິວເຄລຍ Fukushima
ອາດໄດ້ຮັບຄວາມເສຍຫາຍລຸນຫຼັງທີ່ໄດ້ເກີດແຜ່ນດິນໄຫວ
ແລະສຸນາມິໃນວັນທີ 11 ມີນາຜ່ານມາຂະນະທີ່ພວກເຈົ້າ
ໜ້າທີ່ພວມພິຈາລະນາ ຈະຍົກລະດັບ ການຊັ່ງຊາຕີລາຄາ
ກ່ຽວກັບອຸບັດຕິເຫດໃຫ້ສູງຂຶ້ນຕື່ມ.
ທ່ານ Hidehiko Nishiyama ຮອງຜູ້ອຳນວຍການອົງ
ການຄຸ້ມຄອງຄວາມປອດໄພໃນດ້ານນິວເຄລຍແລະອຸສາ
ຫະກຳຂອງຍີ່ປຸ່ນ ໄດ້ເປີດເຜີຍເລື່ອງນີ້ໃຫ້ຊາບ ໃນລະ
ຫວ່າງກອງປະຊຸມຖະແຫຼງຂ່າວໃນວັນສຸກມື້ນີ້. ເຕົາແຍກ
ດັ່ງກ່າວນີ້ແມ່ນເຕົາແຍກໜ່ວຍທີ 3 ຂອງໂຮງໄຟຟ້າ Fukushima ຊຶ່ງໄດ້ຮັບຄວາມເສຍ ຫາຍຈາກການລະເບີດຂອງໄຮໂດຣເຈັນ 3 ມື້ຫຼັງຈາກໄດ້ເກີດໄພພິບັດທຳມະຊາດຮ້າຍແຮງ
ທັງສອງ. ຄວາມເສຍຫາຍທີ່ອາດເປັນໄປໄດ້ ຕໍ່ບ່ອນບັນຈຸເຊື້ອໄຟຂອງເຕົາແຍກພາໃຫ້ມີທ່າ
ທາງວ່າຈະມີການຮົ່ວໄຫຼຂອງກຳມັນຕະພາບລັງສີອອກມາສູ່ເຂດດັ່ງກ່າວຫຼາຍຂຶ້ນກວ່າເກົ່າ.
ພວກຄົນງານສຸກເສີນ 2 ຄົນໄດ້ຖືກກຳມັນຕະພາບລັງສີໄໝ້ທີ່ຂາຂອງພວກເຂົາເຈົ້າໃນວັນ
ພະຫັດວານນີ້ ຫຼັງຈາກໄດ້ລຸຍລົງໄປໃນນໍ້າທີ່ມີລະດັບກຳມັນຕະພາບ ລັງສີສູງຜິດປົກກະຕິ. ຄົນງານທັງສອງໄດ້ພະຍາຍາມທີ່ຈະຕໍ່ສາຍໄຟເຂົ້າໄປໃສ່ ປໍ້າເຮັດຄວາມເຢັນຂອງເຕົາແຍກ
ໜ່ວຍທີ 3 ເວລາພວກເຂົາເຈົ້າໄດ້ຮັບບາດ ເຈັບ.
ອົງການຄຸ້ມຄອງຄວາມ ປອດໄພໃນດ້ານນິວເຄລຍແລະອຸສາຫະກຳຂອງຍີ່ປຸ່ນໄດ້ຕີລາຄາ
ວິກິດການ ທີ່ໂຮງໄຟຟ້ານິວເຄລຍ Fukushima ໄວ້ໃນລະດັບ 5 ຂອງອັດຕາການວັດ
ແທກຄວາມຮ້າຍແຮງສາກົນທີ່ມີທັງໝົດ 7 ລະດັບດ້ວຍກັນແລະເວລານີ້ພວມພິຈາລະນາ ທີ່ຈະຍົກລະດັບຂຶ້ນຕື່ມອີກຂັ້ນນຶ່ງ ຊຶ່ງຖືວ່າ ເປັນ ອຸບັດຕິເຫດທີ່ຮ້າຍແຮງນັ້ນ.
ຂະນະດຽວກັນ ກົມຕຳຫຼວດແຫ່ງຊາດຂອງຍີ່ປຸ່ນ ກ່າວໃນວັນສຸກມື້ນີ້ວ່າ ຈຳນວນຜູ້ເສຍຊີ
ວິດຈາກໄພແຜ່ນດິນໄຫວ ແລະຟອງຍັກສຸນາມິ ມາຮອດປັດຈຸບັນນີ້ແມ່ນກາຍ 10,000
ຄົນແລ້ວ ແລະຍັງມີພວກທີ່ຖືກຈັດວ່າຫາຍສາບສູນ ຫຼາຍກວ່າ 17,500 ຄົນ. ປະມານ 3
ແສນຄົນຍັງອາໄສຢູ່ສູນຊົ່ວຄາວ.