ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະນັກງານ 2 ຄົນ ທີ່ໂຮງໄຟຟ້ານິວເຄລຍຍີ່ປຸ່ນ ຖືກສົ່ງເຂົ້າໂຮງໝໍ (ເບິ່ງວີດີໂອ)


ພະນັກງານຄົນນຶ່ງ ຂອງໂຮງໄຟຟ້ານິວເຄລຍຍີ່ປຸ່ນ ພວມກວດເບິ່ງເຄື່ອງແທກ ຢູ່ຫ້ອງຄວບຄຸມ ສຳລັບເຕົາແຍກ ໜ່ວຍທີ 1 ແລະໜ່ວຍທີ 2 ທີ່ໂຮງໄຟຟ້ານິວເຄລຍ Fukushima Daiichi ທີ່ໄດ້ຮັບຄວາມເສຍຫາຍຂອງຍີ່ປຸ່ນ (23 ມີນາ 2011)
ພະນັກງານຄົນນຶ່ງ ຂອງໂຮງໄຟຟ້ານິວເຄລຍຍີ່ປຸ່ນ ພວມກວດເບິ່ງເຄື່ອງແທກ ຢູ່ຫ້ອງຄວບຄຸມ ສຳລັບເຕົາແຍກ ໜ່ວຍທີ 1 ແລະໜ່ວຍທີ 2 ທີ່ໂຮງໄຟຟ້ານິວເຄລຍ Fukushima Daiichi ທີ່ໄດ້ຮັບຄວາມເສຍຫາຍຂອງຍີ່ປຸ່ນ (23 ມີນາ 2011)

ເຈົ້າໜ້າທີ່ຍີ່ປຸ່ນ ກ່າວວ່າ ພວກຄົນງານສຸກເສີນ 2 ຄົນທີ່
ໂຮງໄຟຟ້ານິວເຄລຍ ທີ່ປະສົບກັບຄວາມເສຍຫາຍນັ້ນໄດ້
|ຖືກສົ່ງໄປຮັບການປິ່ນປົວ ທີ່ໂຮງພະຍາບານ ຍ້ອນມີອາ
ການຟົກຊໍ້າຢູ່ທີ່ຂາ ຫຼັງຈາກໄດ້ຖືກກຳມັນຕະພາບລັງສີໃນ
ລະດັບສູງ.

ຫົວໜ້າກອງເລຂາຂອງລັດຖະບານຍີ່ປຸ່ນ ກ່າວໃນວັນພະ
ຫັດມື້ນີ້ວ່າຄົນງານ 3 ຄົນ ໄດ້ຖືກກຳມັນຕະພາບລັງສີໃນ
ລະດັບສູງ ຂະນະທີ່ພວມສ້ອມແປງປໍ້ານໍ້າຂອງເຄື່ອງເຮັດ
ຄວາມເຢັນເຕົາແຍກໜ່ວຍທີ 3 ຢູ່ທີ່ໂຮງໄຟຟ້ານິວເຄລຍ
Fukushima ຊຶ່ງຖືວ່າ ເປັນໜ່ວຍທີ່ ມີອັນຕະລາຍທີ່ສຸດ
ຂອງເຕົາແຍກທັງໝົດ 6 ໜ່ວຍ ຢູ່ໂຮງໄຟຟ້າດັ່ງກ່າວ
ຍ້ອນທ່ອນເຊື້ອໄຟ ຂອງເຕົາແຍກໜ່ວຍນີ້ມີລະດັບທາດ ປລູໂຕນຽມທີ່ບໍ່ທຸ່ນທ່ຽງ.

ການສ້ອມແປງທີ່ໂຮງໄຟຟ້າດັ່ງກ່າວໄດ້ເລີ້ມຄືນອີກ ໃນ
ຕອນເຊົ້າຂອງວັນພະຫັດມື້ນີ້ຊຶ່ງໄດ້ມີກຳມັນຕະພາບລັງສີ
ທີ່ເປັນອັນຕະລາຍຮົ່ວໄຫຼອອກມາ ນັບແຕ່ລະບົບເຮັດຄວາມ
ເຢັນຂອງໂຮງໄຟຟ້າໄດ້ຮັບຄວາມເສຍຫາຍຈາກແຜ່ນດິນໄຫວແລະສຸນາມິເມື່ອເກືອບ 2 ອາທິດ ຜ່ານມາແລ້ວນັ້ນ.

ກຳມັນຕະພາບລັງສີໄດ້ຖືກພັດໄປໄກເຖິງນະຄອນຫຼວງໂຕກຽວ ບ່ອນທີ່ເຈົ້າໜ້າທີ່ໃນມື້ວານ ນີ້ກວດພົບວ່າລະດັບກຳມັນຕະພາບລັງສີ Iodine ຢູ່ໃນລະບົບນໍ້າປະປາແມ່ນຍັງປອດໄພ
ຢູ່ ສໍາລັບພວກຜູ້ໃຫຍ່ ແຕ່ສູງເຖິງ 2 ເທົ່າສໍາລັບພວກເດັກນ້ອຍທາລົກ. ເຈົ້າໜ້າທີ່ ໄດ້ເລີ້ມ
ແຈກຢາຍນໍ້າ 240,000 ແກ້ວໃຫ້ແກ່ບັນດາຄອບຄົວທີ່ມີເດັກນ້ອຍອາຍຸຕໍ່າກວ່ານຶ່ງປີໃນວັນ
ພະຫັດມື້ນີ້ ຫຼັງຈາກການປະກາດຂ່າວໃນມື້ວານນີ້ພາໃຫ້ເກີດຄວາມແຕກຕື່ນໃນການຊອກ
ຫາຊື້ນໍ້າຊຶ່ງເຮັດໃຫ້ຫ້າງຮ້ານຊູເປີ້ມາກເກັດຕ່າງໆໄດ້ຂາຍນໍ້າຈົນໝົດແລະບໍ່ມີນໍ້າທີ່ຈະຂາຍຕື່ມ

ໂທລະພາບ NHK ລາຍງານວ່າລະດັບກຳມັນຕະພາບລັງສີໃນນໍ້າໄດ້ຫຼຸດລົງສູ່ລະດັບທີ່ປອດ ໄພແລ້ວໃນວັນພະຫັດມື້ນີ້ ແລະໄດ້ມີການຖອນຄຳເຕືອນ ກ່ຽວກັບການເອົານໍ້າໃຫ້ພວກເດັກ
ທາລົກກິນ. ເຈົ້າໜ້າທີ່ໄດ້ຮຽກຮ້ອງໃຫ້ປະຊາຊົນບໍ່ໃຫ້ພາກັນໄປກວດຊື້ນໍ້າມາກັກຕຸ​ນ​ໄວ້ ຊຶ່ງ
ນໍ້າເຫຼົ່ານີ້ມີຄວາມຈໍາເປັນ ສຳລັບຈັດສົ່ງໄປໃຫ້ປະຊາຊົນຈໍານວນຫຼາຍແສນຄົນ ທີ່ບໍ່ມີໄຟ
ຟ້າແລະນໍ້າປະປາໃຊ້ ຍ້ອນໄພແຜ່ນດິນໄຫວແລະສຸນາມິໃນວັນທີ 11 ມີນາຜ່ານມາ.

ກົມຕຳຫຼວດແຫ່ງຊາດຂອງຍີ່ປຸ່ນກ່າວໃນວັນພະຫັດມື້ນີ້ວ່າ ມີ 9,700 ຄົນແລ້ວໄດ້ຮັບການ ຢືນຢັນວ່າເສຍຊີວິດແລະອີກ 16,500 ຄົນມີລາຍງານວ່າຫາຍສາບສູນໃນໄພພິບັດດັ່ງກ່າວ.
ມີປະມານ 300,000 ຄົນຍັງພັກພາອາໄສຢູ່ໃນສູນຊົ່ວຄາວ.

XS
SM
MD
LG