ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກເສຍຊີວິດຍ້ອນສຸນາມິ ຢູ່ຍີ່ປຸ່ນ ມີຈໍານວນເພີ່ມຂຶ້ນ (ເບິ່ງວີດິໂອ)


ລົດແລະຊາກຫັກພັງອື່ນໆ ທີ່ຖືກຟອງຍັກສຸນາມິພັດໄປ ທີ່ເມືອງ Kesennuma ໃນເຂດປົກຄອງ Miyagi ທາງພາກເໜືອ ຂອງປະເທດຍີ່ປຸ່ນ ລຸນຫຼັງທີ່ໄດ້ເກີດແຜ່ນດິນໄຫວ ຂະໜາດແຮງ (11 ມີນາ 2011)
ລົດແລະຊາກຫັກພັງອື່ນໆ ທີ່ຖືກຟອງຍັກສຸນາມິພັດໄປ ທີ່ເມືອງ Kesennuma ໃນເຂດປົກຄອງ Miyagi ທາງພາກເໜືອ ຂອງປະເທດຍີ່ປຸ່ນ ລຸນຫຼັງທີ່ໄດ້ເກີດແຜ່ນດິນໄຫວ ຂະໜາດແຮງ (11 ມີນາ 2011)

ແຜ່ນດິນໄຫວຂະໜາດແຮງແທກໄດ້ 8.9 ຊຶ່ງແຮງສຸດ
ໃນຮອບຢ່າງນ້ອຍ 100 ປີໄດ້ເກີດຂຶ້ນໃນບໍລິເວນນອກ
ແຄມຝັ່ງທະເລ ທາງພາກຕາເວັນອອກສຽງເໜືອຂອງຍີ່
ປຸ່ນທີ່ພາໃຫ້ເກີດຟອງຍັກສຸນາມິສູງເຖິງ 10 ແມັດພັດ
ເຂົ້າຖະຫຼົ່ມເຮືອ ເຮືອນຊານບ້ານຊ່ອງ ແລະລົດຢູ່ຕາມ
ເຂດແຄມຝັ່ງທະເລ. ມີລາຍງານວ່າ ມີຜູ້ເສຍຊີວິດຢ່າງ
ນ້ອຍ 40 ຄົນ(ໃນຂະນະນີ້ ຊື່ງເປັນເວລາປະມານ 7:30
ແລງວັນສຸກທີ່ປະເທດລາວ) ແຕ່ພວກເຈົ້າໜ້າທີ່ເຕືອນວ່າ
ໂຕເລກພວກເສຍຊີວິດຄາດວ່າຈະເພີ່ມຂຶ້ນຕື່ມ.

ຮູບຂ່າວໂທລະພາບສະແດງໃຫ້ເຫັນວ່າໄດ້ເກີດນໍ້າຖ້ວມ
ໃນຂອບເຂດທີ່ກວ້າງຂວາງແລະຟອງຕົມທີ່ພັດເອົາຊາກ
ຫັກພັງຫຼາຍໂຕນເຂົ້າໄປຖົມທີ່ດິນປູກຝັງທີ່ເມືອງ Sendai
ເມືອງເອກຂອງເຂດປົກຄອງ Miyagi. ຄວາມເສຍຫາຍ
ຂະໜາດໃຫຍ່ແມ່ນສັງເກດເຫັນໄດ້ຢູ່ໃນຫຼາຍໆເຂດເລາະ
ລຽບຕາມແຄມຝັ່ງທະເລ. ໃນເຂດປົກຄອງ Chiba ໄດ້ເກີດອັກຄີໄພຂະໜາດໃຫຍ່ຢູ່ທີ່ໂຮງກັ່ນນໍ້າມັນ.

ຄລິກຢູ່ບ່ອນຈໍ ເພື່ອເບິ່ງວີດິໂອ

ໃນການຖະແຫຼງຕໍ່ປະເທດຊາດນັ້ນ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Naoto Kan ກ່າວວ່າ ລັດຖະບານຈະດຳເນີນການທຸກສິ່ງຢ່າງເທົ່າທີ່ຕົນສາມາດກະທຳໄດ້ ເພື່ອເຮັດໃຫ້ຜົນກະທົບ ຂອງໄພພິບັດທາງທຳມະຊາດດັ່ງກ່າວນີ້ ມີໜ້ອຍທີ່ສຸດ.

ທີ່ກຸງວໍຊິງຕັນ ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາກໍໄດ້ສະແດງຄວາມເສົ້າເສຍ
ໃຈຕໍ່ປະຊາຊົນຊາວຍີ່ປຸ່ນ.

ແຜ່ນດິນໄຫວຂະໜາດແຮງດັ່ງກ່າວ ໄດ້ເກີດຂຶ້ນໃນວັນສຸກມື້ນີ້ປະມານ 125 ຫຼັກກິໂລແມັດ ຢູ່ນອກແຄມຝັ່ງທະເລຂອງຍີ່ປຸ່ນ ທີ່ເລິກລົງໄປໃຕ້ພື້ນດິນ 10 ກິໂລແມັດ.

ຄລິກຢູ່ບ່ອນຈໍ ເພື່ອເບິ່ງວີດິໂອ

ສູນກາງເຕືອນໄພສຸນາມ ີໃນເຂດມະຫາສະມຸດປາຊີຟິກ ທີ່ລັດຮາວາຍກ່າວວ່າ ການເຕືອນ ກ່ຽວກັບຟອງຍັກສຸນາມີໄດ້ມີຜົນບັງຄັບ ສຳລັບປະເທດຣັດເຊຍ ຟີລິບປິນ ໄຕ້ຫວັນແລະ
ອິນໂດເນເຊຍ. ນອກນັ້ນການເຕືອນໄພສຸນາມິຍັງໄດ້ກວມໄປທົ່ວເຂດມະຫາສະມຸດປາຊີຟິກ
ຫາ ລັດຮາວາຍຂອງສະຫະລັດ ແລະຮວມທັງບັນດາປະເທດໃນເຂດອາເມຣິກາກາງແລະອາ
ເມຣິກາໃຕ້ທີ່ຕິດກັບມະຫາສະມຸດປາຊີຟິກນັ້ນ.

ພວກເຈົ້າໜ້າທີ່ໃນຫຼາຍໆຂົງເຂດ ທີ່ພວມກຽມຮັບມືກັບຟອງຍັກສຸນາມິ ໄດ້ມີຄຳສັ່ງໃຫ້ຍົກ ຍ້າຍປະຊາຊົນອອກຈາກບໍລິເວນແຄມຝັ່ງທະເລ.

ແຜ່ນດິນໄຫວຂະໜາດແຮງດັ່ງກ່າວ ແມ່ນໄດ້ຮູ້ສຶກໄປເຖິງນະຄອນຫຼວງໂຕກຽວບ່ອນທີ່ຕຶກ ອາຄານຈຳນວນນຶ່ງໄດ້ເກີດສັ່ນສະເທືອນແລະເກີດອັກຄີໄພໃນຫຼາຍໆບ່ອນ. ລະບົບລົດໄຟ ໃຕ້ດິນໃນກຸງໂຕກຽວກ່າວວ່າ ການສັນສອນໄປມາຂອງລົດໄຟແລະລົດໄຟໃຕ້ດິນທັງໝົດໃນ ເຂດນະຄອນຫຼວງຂອງຍີ່ປຸ່ນໄດ້ຢຸດລົງ. ສ່ວນສະໜາມບິນ Heneda ໃນກຸງໂຕກຽວໄດ້ເປີດ
ຄືນທາງແລ່ນ 4 ສາຍເພື່ອຊ່ອຍຮອງຮັບເອົາການສັນຈອນຂອງສະໜາມບິນຕ່າງໆຮວມທັງ
ສະໜາມບິນ Narita. ມີ ລາຍງານວ່າໄດ້ເກີດແຜ່ນດິນໄຫວຂະໜາດນ້ອຍຕິດຕາມມາທີ່ກຸງ
ໂຕກຽວ.

ຂ່າວຫລ້າສຸດແຈ້ງວ່າ ມີຄົນຕາຍຢ່າງນ້ອຍ 200 ຄົນແລ້ວ ມາຕອນເດິກຂອງຄືນວັນສຸກ.

XS
SM
MD
LG