ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄດ້ມີການຍົກຍ້າຍຜູ້ຄົນອອກຈາກ ເຂດໃກ້ຄຽງ​​ໂຮງ​ໄຟຟ້າ​ນີວ​ເຄລຍ​ Fukushima


​ຄວັນ​ສີ​ຂີ້​ເຖົ່າພຸ່ງ​ຂຶ້ນ​ມາ​ຈາກ​ເຕົາ​ແຍກ​ນີວ​ເຄລຍ​ເຕົາ​ນຶ່ງ ທີ່ Fukushima
​ຄວັນ​ສີ​ຂີ້​ເຖົ່າພຸ່ງ​ຂຶ້ນ​ມາ​ຈາກ​ເຕົາ​ແຍກ​ນີວ​ເຄລຍ​ເຕົາ​ນຶ່ງ ທີ່ Fukushima

ເຈົ້າ​ໜ້າ​ທີ່​ຝ່າຍນີວ​ເຄລຍຂອງ​ຍີ່ປຸ່ນ ກ່າວ​ວ່າ ​ໄດ້​ມີ​ການ​ອົບ​
ພະຍົບພວກ​ພະນັກງານ​ອອກ​ຈາກ​ເຂດນຶ່ງ​ຂອງ​ໂຮງ​ໄຟຟ້າ
ນີວ​ເຄລຍ​ ​ທີ່​ປະສົບ​ກັບ​ບັນຫາ​ຂອງ​ຍີ່ປຸ່ນ ຫລັງ​ຈາກ​ມີ​ການ
ເຫັນ​ຄວັນ​ສີ​ຂີ້​ເຖົ່າພຸ່ງ​ຂຶ້ນ​ມາ​ຈາກ​ເຕົາ​ແຍກ​ນີວ​ເຄລຍ​ເຕົາ​ນຶ່ງ.

ບັນດາ​ເຈົ້າໜ້າ​ທີ່​ກ່າວ​ໃນ​ຈັນ​ມື້​ນີ້​ວ່າ ບໍ່​ໄດ້​ກວດ​ເຫັນລະດັບ
ຂອງ​ກໍາມັນ​ຕະພາບ​ລັງສີ​ເພີ່ມ​ສູງຂຶ້ນ​ແຕ່​ຢ່າງ​ໃດ ​ແລະ​ເວລາ
ນີ້​ພວກ​ເຂົາ​ເຈົ້າ​ຍັງ ກໍາລັງ​ພະຍາຍາມ​ໃຫ້​ຮູ້​ຢູ່​ວ່າ​ ແມ່ນ​ຫຍັງ​
ພາ​ໃຫ້​ມີຄວັນ​ສີ​ຂີ້​ເຖົ່ານີ້​ຂຶ້ນ​ມາ.

ໄພ​ຂົ່ມຂູ່​ໃໝ່​ທີ່​ໂຮງ​ໄຟຟ້ານີວ​ເຄລຍ Fukushima ມີ​ຂຶ້ນ​
ໃນ​ຂະນະ​ທີ່​ຝົນຕົກ​ແຮງ​ນໍ່າ​ລົງ​ມາ ​ໃນບັນດາ​ຂົງ​ເຂດພາກ
ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຍີ່ປຸ່ນທີ່ໄດ້​ປະ​ທະ​ກັບ​ໄພ​ແຜ່ນ
ດິນ​ໄຫວ ຊຶ່ງ​ກະ​ຕຸ້ນ​ໃຫ້​ມີ​ຄວາມຢ້ານ​ກົວເພີ່ມຂຶ້ນກ່ຽວ​ກັບ
ກໍາ​ມັນ​ຕະພາບ​ລັງສີ​ນີວ​ເຄລຍນັ້ນ. ​ແລະ​ທາງ​ການ​ໄດ້​ຂະ
ຫຍາຍ​ການຫ້າມຂາຍ​ເຂົ້າປາ​ອາຫານ​ບາງ​ຢ່າງ​ທີ່​ເຈືອ​ປົນ
ດ້ວຍ​ກໍາ​ມັນ​ຕະພາບ​ລັງສີ​ນີວເຄລຍ​ນັ້ນ ​ອອກໄປອີກ.

ດິນ​ຟ້າ​ອາກາດທີ່ບໍ່​ເອື້ອ​ອໍານວຍ​ ໄດ້​ບັງຄັບ​ໃຫ້​ນາຍົກລັດຖະມົນຕີ Naoto Kan ຕ້ອງ​ໄດ້​
ລົບ​ລ້າງແຜນການ​ໄປ​ສໍາ​ຫລວດ​ເບິ່ງເຂດ​ຮອງ​ຮັບສະບຽງ​ບັນ​ເທົາ​ທຸກສໍາລັບ​ພວກ​ປະສົບ
ໄພ ຊຶ່ງ​ຕັ້ງ​ຢູ່ພຽງແຕ່ 20 ຫລັກ​ກິ​ໂລ​ແມັດ​ເທົ່າ​ນັ້ນ ​ຫ່າງ​ຈາກ​ໂຮງ​ໄຟຟ້າ Fukushima
ບ່ອນ​ທີ່​ພວກ​ພະນັກ​ງານ​ກູ້​ໄພ​ຍັງ​ສືບ​ຕໍ່​ສີດ​ນໍ້າ​ທະ​ເລ​ໃສ່​ ເພື່ອ​ບໍ່​ໃຫ້​ອຸນ​ຫະພູມ ຂອງເຊື້ອ
ໄຟນີວ​ເຄລຍທີ່​ໃຊ້​ແລ້ວ ຮ້ອນ​ຂຶ້ນ​ເກີນ​ກໍານົດ​.

ທາງ​ການ​ຍີ່​ປຸ່ນກ່າວ​ວ່າ ຝົນຕົກ​ຍັງ​ໄດ້ຂັດຂວາງ​ບໍ່​ໃຫ້​ພວກ​ເຮືອບິນ​ເຮ​ລີຄອບ​ເຕີ​ ​ຂຶ້ນ​ບິນ
ໄປ​ສົ່ງ​ເຂົ້າປາ​ອາຫານ ພ້ອມ​ທັງ​ນໍ້າ​ດື່ມ​ນໍ້າ​ໃຊ້​ແລະ ເຄື່ອງຊ່ອຍ​ເຫລືອ​ບັນ​ເທົາ​ທຸກ​ອື່ນໆ
ໄປ​ຍັງ​ຂົງ​ເຂດ​ສອກຫລີກ​ຫ່າງ​ໄກ​ບ່ອນ​ທີ່ຜູ້​ຄົນ​ຫລາຍ​ໝື່ນ​ຄົນ​ພາກັນ​ອາ​ໄສ​ ຢູ່ບ່ອນ​ຫລົບ​ໄພ
ຊົ່ວຄາວ​ ທີ່ບໍ່​ມີ​ອາຫານແລະ​ອາຍ​ອຸ່ນ​ພຽງພໍ​ນັ້ນ.

XS
SM
MD
LG