ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

WB: ຍີ່ປຸ່ນອາດຕ້ອງໄດ້ໃຊ້ເວລາເຖິງ 5 ປີ ຈຶ່ງຈະຟື້ນໂຕຄືນໄດ້


ຄວັນໄຟພຸ່ງຂຶ້ນຈາກເຕົາແຍກນີວເຄລຍ ໜ່ວຍທີ 3 ທີ່ໂຮງໄຟຟ້ານີວເຄຍ Fukushima ໃນພາກເໜືອຂອງຍີ່ປຸ່ນ ວັນທີ
21 ມີນາ 2011
ຄວັນໄຟພຸ່ງຂຶ້ນຈາກເຕົາແຍກນີວເຄລຍ ໜ່ວຍທີ 3 ທີ່ໂຮງໄຟຟ້ານີວເຄຍ Fukushima ໃນພາກເໜືອຂອງຍີ່ປຸ່ນ ວັນທີ 21 ມີນາ 2011

ທະນາຄານໂລກກ່າວໃນວັນຈັນມື້ນີ້ວ່າ ແຜ່ນດິນໄຫວແລະ
ແລະຄື້ນຟອງຍັກສຸນາມິທີ່​ຮ້າຍ​ແຮງ ທີ່ປະ​ທະພາກ​ເໜືອ​
ຂອງຍີ່ປຸ່ນໃນວັນທີ 11 ມີນາຜ່ານມານີ້ ອາດ​ສາມາດ
ສ້າງ​ຄວາມເສຍຫາຍ​ໃຫ້​ແກ່ເສດຖະກິດຂອງຍີ່ປຸ່ນ​ໄດ້ເຖິງ
235 ພັນລ້ານໂດລາ ຊຶ່ງເທົ່າກັບ 4 ສ່ວນ​ຮ້ອຍຂອງຜົນ
ຜະລິດປະຈໍາປີຂອງ​ປະ​ເທດ.

ແຕ່ວ່າ ຢູ່​ໃນລາຍງານກ່ຽວ​ກັບເຂດ ​ເອ​ເຊຍ ປາຊີ​ຟິກນັ້ນ
ທະນາຄານໂລ​ກ ກ່າວວ່າ ເສດຖະກິດຍີ່ປຸ່ນໜ້າ​ຈະເລີ່ມຂະ
ຫຍາຍຕົວຄືນໃໝ່​ໄດ້ ຂະນະ​ທີ່​ທາງການ​ເລ່ງ​ມື​ໃນ​ການ​ບູ
ລະນະ​ສ້າງສາ​ຂຶ້ນ ແລະວ່າການສ້າງສາ​ຄືນ​ໃໝ່ດັ່ງກ່າວນີ້
ອາດ​ສາມາດໃຊ້ເວລານານເຖິງ 5 ປີ​ໄດ້.

ຕະຫຼາດຮຸ້ນຂອງຍີ່ປຸ່ນປິດໃນມື້ນີ້ ເນື່ອງຈາກ​ເປັນ​ວັນຂຶ້ນ
ລະ​ດູ​ບານ​ໃໝ່ ຊຶ່ງ​ເປັນວັນພັກ​ແຫ່ງຊາດນັ້ນ ແຕ່ວ່າລາຄາ
ຮຸ້ນ​ໄດ້ຕົກຕໍ່າລົງເກືອບວ່າ ​ໃນ​ຕະຫລອດອາທິດ​ແລ້ວ​ນີ້
ແຕ່​ລາຄາ​ຮຸ້ນ​ໄດ້ສູງຄືນ​ມາ ຫຼັງຈາກກຸ່ມ G-7 ຂອງພວກ
ປະ​ເທດຈະເລີນອຸດສະຫະກໍາ ໄດ້​ເຂົ້າ​ແຊກ​ແຊງ​ເພື່ອ​ຍັບ​ຍັ້ງ​ການ​ຖີບ​ຂຶ້ນ​ຂອງ​ລາຄາເງິນເຢນ.

ໃນຂ່າວເສດຖະກິດທີ່ກ່ຽວຂ້ອງກັນອີກ​ຂ່າວ​ນຶ່ງນັ້ນ, ບໍລິສັດລົດ Nissan ໄດ້ກ່າວໃນວັນອາ
ທິດວານນີ້ວ່າ ຕົນ​ຈະ​ເລີ່​ມຜະລິດເຄື່ອງອາໄຫລ່ລົດຕ່າງໆຄືນໃໝ່ຢູ່​ທີ່ໂຮງງານ 5 ແຫ່ງ ໃນ
ວັນພະຫັດອາທິດນີ້ ສ່ວນການຜະລິດລົດຍົນນັ້ນກໍຈະດໍາເນີນສືບຕໍ່ໄປເຊັ່ນກັນຈົນກວ່າຊິ້ນ
ສ່ວນປະກອບຂອງລົດຍົນຈະໝົດໄປ.

ບໍລິສັດອຸດສະຫາກໍາລົດຍົນຍີ່ປຸ່ນສ່ວນຫລາຍໄດ້ປິດລົງຫຼັງຈາກເກີດເຫດໄພພິບັດ​ດັ່ງກ່າວ​ໃນ
ເດືອນ​ນີ້.

XS
SM
MD
LG