ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ໂຮງໄຟຟ້ານີວເຄລຍຍີ່ປຸ່ນ ຍັງສືບຕໍ່ປະເຊີນກັບບັນຫາ


ພວກເຈົ້າໜ້າທີ່ຍີ່ປຸ່ນກໍາລັງກວດລະດັບຂອງກໍາມັນຕະພາບລັງສີ
ພວກເຈົ້າໜ້າທີ່ຍີ່ປຸ່ນກໍາລັງກວດລະດັບຂອງກໍາມັນຕະພາບລັງສີ

ຄວາມເດືອດຮ້ອນຕ່າງໆຍັງສືບຕໍ່ຄຸກຄາມໂຮງໄຟຟ້ານີວ ເຄລຍ ທີ່ໄດ້ຮັບຄວາມເສຍຫາຍຂອງຍີ່ປຸ່ນຢູ່ໃນຂະນະນີ້ ບ່ອນທີ່ພວກນາຍຊ່າງເຊື່ອວ່າ ພວກເຂົາເຈົ້າໄດ້ແກ້ໄຂ ບັນຫາໃຫຍ່ບັນຫານຶ່ງໄປໄດ້ແລ້ວ ແຕ່ກັບຕ້ອງປະ ເຊີນ ກັບອີກບັນຫານຶ່ງຕາມມາ.

ພວກເຈົ້າໜ້າທີ່ຍີ່ປຸ່ນກ່າວເມື່ອວັນພຸດມື້ນີ້ວ່າ ພວກເຂົາ ເຈົ້າສາມາດຢຸດການ ຮົ່ວໄຫລຂອງນໍ້າທີ່ຖືກກໍາມັນຕະ ພາບລັງສີຈາກໂຮງໄຟຟ້ານິວເຄລຍ Fuku shima ທີ່ໄດ້ເຮັດໃຫ້ລະດັບກໍາມັນຕະພາບລັງສີໃນນໍ້າໃນເຂດມະ
ຫາສະມຸດທີ່ຢູ່ໄກ້ຄຽງນັ້ນ ເພີ່ມຂຶ້ນເປັນຫລາຍລ້ານເທົ່າ
ເກີນກວ່າທີ່ກົດໝາຍໄດ້ ກໍານົດໄວ້.

ແຕ່ມາບັດນີ້ ພວກນາຍຊ່າງຍັງເປັນຫ່ວງກ່ຽວກັບການ
ກໍ່ຕົວຂຶ້ນຂອງທາດ ໂຮໂດຣເຈັນ ຢູ່ພາຍໃນຫ້ອງບັນຈຸ
ຂອງເຕົາແຍກອີກໜ່ວຍນຶ່ງໃນຈໍານວນ ເຕົາແຍກຫົກ
ເຕົາຂອງ ໂຮງໄຟຟ້ານີວເຄລຍ ທີ່ພາໃຫ້ມີຄວາມສ່ຽງຕໍ່
ການທີ່ຈະເກີດລະເບີດຂຶ້ນມາທີ່ອາດປ່ອຍກໍາມັນຕະພາບລັງສີໃນປະລິມານອັນໃຫຍ່ຫລວງ
ອອກສູ່ບັນຍາກາດໄດ້ ພວກ ເຈົ້າໜ້າທີ່ ໂຮງໄຟຟ້ານີວເຄລຍ ກ່າວວ່າພວກເຂົາເຈົ້າອາດ
ປໍ້າເອົາແກສໄນໂຕຣເຈັນເຂົ້າໃສ່ໃນ ເຕົາແຍກ ເພື່ອພະຍາຍາມທີ່ຈະຢຸດການເກີດປະຕິກິ
ລິຍາທາງເຄມີ.

ນອກນີ້ແລ້ວ ໃນວັນພຸດມື້ນີ້ ທ່ານ Yukio Edano ຫົວໜ້າກອງເລຂາປະ ຈຳຄະນະລັດ ຖະບານຍີ່ປຸ່ນໄດ້ກ່າວຂໍໂທດຕໍ່ພວກປະເທດເພື່ອນບ້ານ ທີ່ຍີ່ປຸ່ນບໍ່ໄດ້ແຈ້ງການໃຫ້ພວກ ເຂົາເຈົ້າຮູ້ກ່ອນ ທີ່ຕົນຈະເລີ່ມປໍ້ານໍ້າທີ່ມີລະດັບ ກໍາມັນຕະພາບລັງສີໃນລະດັບຕໍ່າຫລາຍໂຕນ ລົງໃສ່ທະເລໄກ້ໆກັບໂຮງໄຟຟ້ານີວເຄລຍດັ່ງກ່າວນັ້ນ.

ທ່ານ ອີດາໂນ ກ່າວວ່າ ການປະຕິບັດການ ອາດຈະສືບຕໍ່ດໍາເນີນໄປຈົນ ເຖິງວັນສຸກຕໍ່ໜ້ານີ້ ຊຶ່ງຖືວ່າຈໍາເປັນທີ່ຈະເຮັດໃຫ້ມີພື້ນທີ່ພຽງພໍສຳຫຼັບເກັບ ນໍ້າ ທີ່ເປັນອັນຕະລາຍກວ່ານໍ້າທີ່ປ່ອຍ 200 ພັນເທົ່ານັ້ນ ແຕ່ທ່ານ ອີດາໂນ ກໍກ່າວອີກວ່າ ໄດ້ເອົາຫລາຍໆບາດກ້າວເພີ່ມອີກ ເພື່ອຮັບປະກັນ ການຕິດຕໍ່ສື່ສານຕ່າງໆໃຫ້ດີຂຶ້ນກວ່າເກົ່າກັບພວກປະເທດເພື່ອນບ້ານ ກ່ອນທີ່ຈະເອົາບາດກ້າວທໍານອງນັ້ນອີກໃນອະນາຄົດ.

ທ່ານ ອີດາໂນ ກ່າວຕື່ມວ່າ ນໍ້າທີ່ຮົ່ວໄຫລອອກມາ ຊຶ່ງໄດ້ເຮັດໃຫ້ລະດັບ ຂອງກໍາມັນຕະ ພາບລັງສີໃນເຂດມະຫາສະໝຸດທີ່ຢູ່ໄກ້ຄຽງນັ້ນ ສູງຂຶ້ນເປັນ 7 ລ້ານ 5 ແສນເທົ່າ ກວ່າ ທີ່ທາງກົດໝາຍກໍານົດໃຫ້ ໃນວັນເສົາຜ່ານມາ ກໍໄດ້ຖືກຢຸດໄວ້ແລ້ວ ໃນເວລາ 5.38 ຕອນເຊົ້າຂອງວັນພຸດນີ້ ແຕ່ທ່ານ ກ່າວອີກວ່າ ມັນຈະໄວເກີນໄປທີ່ຈະເວົ້າຢ່າງໝັ້ນໃຈວ່າ ບັນຫາໄດ້ຖືກແກ້ໄຂໄປແລ້ວ ແຕ່ກໍເວົ້າວ່າ ພວກເຈົ້າໜ້າທີ່ກໍຍັງພະຍາຍາມ ສຶກສາເບິ່ງຕື່ມ ອີກວ່າ ນໍ້າທີ່ມີລະດັບກໍາມັນຕະ ພາບລັງສີນັ້ນແມ່ນຮົ່ວໄຫລມາຈາກແຫລ່ງອື່ນໆນໍາຫລືບໍ່

XS
SM
MD
LG