ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

2 ຄົນເສຍຊີວິດ ໃນເຫດແຜ່ນດິນໄຫວ ຢູ່ຍີ່ປຸ່ນ


ຜູ້ຊາຍຄົນນຶ່ງ ພວມຍ່າງຜ່ານຊາກຫັກພັງຂອງເຮືອນຊານ ທີ່ເມືອງ Ishinomaki ແຂວງ Miyagi ຫຼັງຈາກເກີດແຜ່ນດິນໄຫວຂະໜາດແຮງ 7.1 (8 ເມສາ 2011)
ຜູ້ຊາຍຄົນນຶ່ງ ພວມຍ່າງຜ່ານຊາກຫັກພັງຂອງເຮືອນຊານ ທີ່ເມືອງ Ishinomaki ແຂວງ Miyagi ຫຼັງຈາກເກີດແຜ່ນດິນໄຫວຂະໜາດແຮງ 7.1 (8 ເມສາ 2011)

ເຈົ້າໜ້າທີ່ກ່າວວ່າ ແຜ່ນດິນໄຫວທີ່ຕິດຕາມມາຂະໜາດ
ແຮງໄດ້ສັ່ນສະເທືອນປະເທດຍີ່ປຸ່ນ ໃນຕອນແລງຂອງວັນ
ພະຫັດວານນີ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 2 ຄົນແລະ
ໄດ້ຮັບບາດເຈັບອີກປະມານ 100 ຄົນ.

ແຜ່ນດິນໄຫວທີ່ມີຄວາມແຮງແທກໄດ້ 7.1 ເຮັດໃຫ້ໂຮງ
ໄຟຟ້າຫຼາຍໆແຫ່ງ ໄດ້ຮັບຄວາມເສຍຫາຍ ແລະພາໃຫ້ມີ
ການເຕືອນໄພສຸນາມິແຕ່ໄດ້ຖືກຍົກເລີກໃນເວລາຕໍ່ມາ.

ບໍລິສັດໄຟຟ້າໂຕກຽວກ່າວວ່າບໍ່ມີຮ່ອງຮອຍໃດໆສະແດງ
ໃຫ້ເຫັນວ່າແຜ່ນດິນໄຫວດັ່ງກ່າວນີ້ໄດ້ສ້າງບັນຫາໃໝ່ເພີ່ມ
ຕື່ມໃຫ້ແກ່ໂຮງໄຟຟ້ານິວເຄລຍ Fukushima ທີ່ໄດ້ຮັບ
ຄວາມເສຍຫາຍຢູ່ແລ້ວນັ້ນ. ພວກຄົນງານຢູ່ທີ່ໂຮງໄຟຟ້າ
ໄດ້ພາກັນເຂົ້າໄປຢູ່ໃນບ່ອນຫຼົບໄພທັນທີຫຼັງຈາກແຜ່ນ
ດິນໄຫວຊຶ່ງໄດ້ເກີດຂຶ້ນຫຼັງຈາກ 11 ໂມງເຄິ່ງໃນຕອນ
ກາງຄືນ.

ເຈົ້າໜ້າທີ່ຄົນນຶ່ງຈາກອົງການຄຸ້ມຄອງອຸດສາຫະກຳນິວເຄລຍແລະຄວາມປອດໄພຂອງຍີ່ປຸ່ນ
ກ່າວວ່າ ການປໍ້າຫຼືຊີດທາດໄນໂຕຣເຈັນແລະນໍ້າແບບສຸກເສີນ ເຂົ້າໃສ່ເຕົາແຍກນິວເຄລຍທີ່
ຮ້ອນເກີນຂອບເຂດຈົນເປັນອັນຕະລາຍທີ່ໂຮງໄຟຟ້າ Fukushima ຍັງດຳເນີນຕໍ່ມາຢູ່
ໄກໆ ຂະນະທີ່ພວກຄົນງານຖືກຍົກຍ້າຍອອກໄປນັ້ນ.

XS
SM
MD
LG