ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການພະຍາຍາມຂອງຍີ່ປຸ່ນ ປະສົບຄວາມສຳເລັດ


ບັນດາ​ເຈົ້າ​ໜ້າ​ທີ່​ຍີ່ປຸ່ນ ກ່າວ​ວ່າ ຄວາມ​ພະຍາ​ມ​ໃນ​ການ
ປໍ້​າທາດ nitrogen ​ເຂົ້າ​ໃສ່ຫ້ອງເກັບເຕົາ​ແຍກ​ນີວ​ເຄລຍ
ໜ່ວຍ​ນຶ່ງ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ນັ້ນ​ປາກົດ​ໄດ້ຜົນ ຊຶ່ງ​
ໄດ້​ຜ່ອນຄາຍ​ຄວາມ​ຢ້ານ​ກົວ​ທີ່​ວ່າ​ທາດ Hydrogen ທີ່​
ເພີ່ມ​ຂຶ້ນ​ໃນ​ຫ້ອງດັ່ງກ່າວສາມາດ​ພາ​ໃຫ້​ເກີດ​ການລະ​ເບີດ
ຂຶ້ນ​ທີ່​ເປັນ​ອັນຕະລາຍ​ໄດ້​ນັ້ນ.

ພວກ​ຄວບ​ຄຸມ​ໂຮງ​ໄຟຟ້າ​ນີວ​ເຄລຍ Fukushima ກ່າວ​
ໃນ​ວັນ​ພະຫັດມື້​ນີ້​ວ່າ ຄວາມ​ກົດ​ດັນ​ກໍາລັງ​ເພີ່ມ​ຂຶ້ນ​ຢູ່​ທາງ​
ໃນ​ເຕົາ​ແຍກ​ນີວ​ເຄລຍນໍ້າ​ເບີ 1 ທີ່​ສະ​ແດງ​ຮ່ອງຮອຍ​ໃຫ້
ເຫັນ​ວ່າ ທາດ nitrogen ກໍາລັງໄຫລ​ເຂົ້າ​ໄປ​ຫ້ອງ​ດັ່ງ​ທີ່
ໄດ້​ວາງ​ແຜນ​ໄວ້. ພວກ​ເຈົ້າ​ໜ້າ​ທີ່​ເຫລົ່າ​ນີ້ເວົ້າ​ວ່າ ການ
ດໍາ​ເນີນ​ການ​ດັ່ງກ່າວ​ອາດໃຊ້ເວລາ​ຕື່ມ​ອີກ 5 ມື້ ​ແລະ​ບາງທີ​ຈະ​ດໍາ​ເນີນ​ວິທີ​ການ​ດັ່ງກ່າວ ​ໃສ່​ເຕົາ​ແຍກ​ນີວ​ເຄລຍນໍ້າ​ເບີ 2 ​ແລະນໍ້າເບີ 3 ຕື່ມ​ອີກ.

ພວກ​ນາຍຊ່າງຂອງບໍລິສັດ​ໄຟຟ້າ​ໂຕ​ກຽວ​ກໍາລັງ​ພາກັນ​ປໍ້າ​ນໍ້າທີ່​ມີກຳມັນ ຕະພາບລັງສີໃນ ລະດັບຕໍ່າ​ ໃນ​ປະລິ​ມານ 11 ພັນ 500 ​ໂຕນ​ລົງໃສ່​ມະຫາ​ສະມຸດ​ເພື່ອ​ເຮັດ​ໃຫ້​ມີ​ບ່ອນ​ຫວ່າງສຳລັບເກັບ​ນໍ້າ​ຈາກ​ຫ້ອງ​ໃຕ້​ດິນ​ຂອງ​ພວກ​ເຕົາແຍກ​ນີວ​ເຄລຍທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ ທີ່ມີກໍາ​ມັນ​ຕະ ພາບ​ລັງສີສູງ​ກວ່າ​ລະດັບ​ທີ່​ກົດໝາຍອະນຸມັດ​ໃຫ້ 200 ພັນ​ເທົ່າ​ນັ້ນ. ​ໂທລະພາບ NHK ຂອງຍີ່ປຸ່ນ ກ່າວ​ວ່າ ຍັງ​ເຫລືອ​ພຽງ​ແຕ່ 2 ພັນ​ໂຕນ​ເທົ່າ​ນັ້ນ​ທີ່ຈະ​ຕ້ອງປໍ້າ​ອອກ.

ໃນ​ວັນ​ພຸດ​ວານ​ນີ້ ພວກ​ຄົນງານ​ໂຮງ​ໄຟຟ້າ​ບັນລຸ​ຜົນ​ສໍາ​ເລັດ​ໃນ​ການ​ອັດ​ຕັນ​ບ່ອນ​ຮົ່ວບ່ອນ​ນຶ່ງ​ທີ່​ໄດ້​ເຮັດ​ໃຫ້ນໍ້າທີ່ມີກຳມັນຕະພາບລັງສີໃນລະດັບ ຈາກເຕົາແຍກໜ່ວຍທີ 2 ໄຫຼລົງສູ່ມະຫາ ສະມຸດປາຊີຟິກ ​ໂດຍ​ສົ່ງ​ກໍາ​ມັນ​ຕະພາບ​ລັງສີ​ໄປ​ຫລາຍ​ແຫ່ງ​ຊຶ່ງ​ມີ​ລະດັບ​ສູງ​ກວ່າ​ລະດັບ​ທີ່​ກົດໝາຍ​ອະນຸຍາດ​ໃຫ້ຫລາຍ​ລ້ານ​ເທົ່າ​ນັ້ນ. ​ແຕ່​ໂທລະພາບ NHK ຂອງ​ຍີ່ປຸ່ນ​ກ່າວໃນ​ວັນ​ພະຫັດ​ມື້​ນີ້​ວ່າ ນໍ້າ​ປົນ​ເປື້ອນກຳມັນ​ຕະພາບ​ລັງສີ​ເວລາ​ນີ້​ພວມ​ເພີ່ມຂຶ້ນ​ຢູ່​ໃນ​ບ່ອນ​ເກັບ​ນໍ້າ​ ຢູ່​ທາງ​ຂ້າງ​ຂອງ​ເຕົາ​ແຍກ​ນີວ​ເຄລຍ ບາງທີ​ເປັນ​ຍ້ອນ​ນໍ້າ​ນີ້​ຢຸດ​ຮົ່ວ​ໄຫລ​ອອກ​ມາ ​ແລະ​ຢູ່​ພາຍ​ໃນ 1 ​ແມັດ​ຈາກ​ຊັ້ນ​ໃຕ້​ດິນ​ນັ້ນ.

ອຸບັດ​ເຫດ​ນີວ​ເຄລຍທີ່​ເກີດ​ມາ​ຈາກ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນຟອງ​ຍັກ​ຊຸ​ນາ​ມິຄັ້ງ​ຮ້າຍ​ແຮງ ທໍາລາຍ​ລະບົບ​ທໍາ​ຄວາມ​ເຢັນ​ໃນ​ໂຮງ​ໄຟຟ້າທີ່​ມີ​ເຕົາແຍກ​ນີວ​ເຄລຍ 6 ໜ່ວຍ​ໃນ​ວັນ​ທີ 11 ມີນາ​ຜ່ານ​ມາ​ນີ້ ຖື​ວ່າ​ເປັນ​ອຸບັດ​ເຫດ​ນີວ​ເຄລຍຄັ້ງ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະວັດ​ສາດ. ປະທານ​ຄະນະ​ກໍາມະ​ການ​ສະຫະ​ປະຊາ​ຊາດ​ທີ່ຕິດຕາມ​ເບິ່ງ​ຜົນ​ກະທົບ​ຈາກ​ກໍາ​ມັນ​ຕະພາບ​ລັງສີ​ນີວ​ເຄລຍ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ອຸບັດ​ເຫດ​ດັ່ງກ່າວ​ແມ່ນ​ຮ້າຍ​ແຮງ​ກວ່າ​ອຸບັດ​ເຫດ​ນີວ​ເຄລຍທີ່​ເກີດ​ຂຶ້ນ​ໃນ​ໂຮງ​ໄຟຟ້າ​ນີວ​ເຄລຍ Three Mile Island ​ໃນ​ລັດ Pennsylvania ຂອງ​ສະຫະລັດ​ໃນ​ປີ 1979 ​ນັ້ນ​ຕັ້ງ​ຫລາຍ ​ແຕ່​ບໍ່​ຮ້າຍ​ແຮງ​ເທົ່າ​ກັນ​ກັບ​ອຸບັດ​ເຫດ​ນີວ​ເຄລຍ Chernobyl ​ໃນ Ukraine ​ໃນ​ປີ 1986 ນັ້ນ.

XS
SM
MD
LG